LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 344
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (344)
ສົມຈິງ
. ຄວນຖືໄວວ່າແມ່ນຈິງ.
ສົ້ມ
1 . ຣົດຢ່າງນຶ່ງກົງກັນຂ້າມກັບຫວານ. ນ. ອາຫານທີ່ມີຣົດສົ້ມ ດັ່ງ ສົ້ມປາ ສົ້ມຜັກ ເປັນຕົ້ນ. 2 ນ. ມົດແນວນຶ່ງ ຕົວແດງໆ ມີຣົດສົ້ມ ຮຽກ ມົດສົ້ມ ຫຼືມົດແດງ.
ເກ້ງ
. ໃຫຍ່ (ຫມາຍຈະເພາະ ຄວາມແມ່ຕົວໃຫຍ່ໆ ເອີ້ນ ຄວາມແມ່ເກ້ງ)
ເທົາ
1. ນ. ພືດແນວນຶ່ງເກີດໃນນ້ຳ ເປັນເສັ້ນແລບສີຂຽວ 2. . ລັກສະນະຂອງສີຫມົ່ນໆ ຫລື ສີໝອກ ຫລື ສີຂີ້ເທົ່າ ຮຽກວ່າສີເທົາ
ເທ້ງ
ກ. ຕົກລົງຫລາຍ (ອາການຝົນຕົກຫລາຍ ວ່າຝົນເທ້ງລົງ). . ຕີແທງ "ແໜງ ສູ້ທວຍທວງເທ້ງແທງຕົນຕາຍພ່ຳ" (ສິນໄຊ)
ແຫ
ນ. ເຄື່ອງຫາປາແນວນຶ່ງ ສານດ້ວຍປ່ານ ຫລື ຝ້າຍ ເປັນຕາ ໃຊ້ວ່ານລົງໃນນ້ຳ, . ບໍ່ຄຸ້ນ, ແຄະ
ໂກມົນ
ນ. ນ້ຳ, ໄຫມ; . ອ່ອນ, ຫວານ, ມ່ວນ; ນ. ດອກບົວ (ປ. ໂກມລ)
ກະດາຍ
. ເປັນຄຳຕໍ່ທ້າຍ ເພື່ອໃຫ້ປະໂຫຍກຄຳເວົ້າທີ່ຢູ່ຫນ້າຫນັກແຫນ້ນ: “ເຫັນວ່າກະດາຍ”
ກະດ້າງ
1 . ແຂງ, ຂັດແຂງ, ບໍ່ອ່ອນນ້ອມ (ໃຊ້ສຳລັບຂອງທີ່ເຄີຍອ່ອນ ແລ້ວກັບແຂງ) 2 ນ. ຊື່ເຫັດ ທີ່ເກີດຕາມຂອນ ແລະຖືກແດດຈົນແຫ້ງ (ເອີ້ນວ່າ ເຫັດກະດ້າງ)
ກະຫນ້ອງກະແຫນ້ງ
. ເວົ້າບໍ່ແຈ້ງ, ເວົ້າບໍ່ຄັກ.
ກາກ່ອງ
. ງາມ: “ກາກ່ອງເນື້ອ ງາມລ້ຳລູກຂອມ” (ທ້າວຮຸ່ງ ທ້າວເຈືອງ)
ກາດ
1 ນ. ຜັກແນວນຶ່ງ ໃຊ້ຫົວແລະໃບເປັນອາຫານ. 2 ກ. ປູລຽນກັນໄປ (ກາດແປ້ນ), ລັກເບິ່ງ, ສະກັດເບິ່ງ (ກາດເບິ່ງຮອຍ). 3 . ກ້າ, ເກັ່ງ. 4 ນ. ຕລາດ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄຊ)
ກ່ຳ
1 ນ. ຊື່ເຂົ້າຫນຽວແນວນຶ່ງ ທັງເປືອກນອກ ແລະ ເມັດໃນສີກ່ຳ; 2 . ເສົ້າຫມອງ, ສີແຫລ້ ເກືອບດຳ.
ທັດ
1. (ມາຈາກປາລີວ່າ ທະສະ) . ສິບ, ຖ້ວນ, ຄົບ "ສາມສິບທັດ", ສິບທັດ. 2. ກ. ເອົາສິ່ງຂອງ ຫລື ດອກໄມ້ ເຫນັບຫູ ຫລື ຜົມເກົ້າ, ທັດດອກ ນ. ຊື່ຂົນມ້າທີ່ຢູ່ກົກ ຫູທັງສອງຂ້າງ ເອີ້ນ ຂົນທັດດອກ.
ທາຣຸນ
. ໂຫດຮ້າຍ, ຫຍາບຊ້າກ້າແຂງ (ປ.) ທາຣຸນກັນ ນ. ການເຮັດດ້ວຍຄວາມໂຫດຮ້າຍ.
ຜອກ
1 ກ. ທຳການລ້ຽງຜີ, ທຳການບະບົນໄຫວ້ວອນຜິ. 2 . ເຫລືອ, ເກີນ, ໂພດ.
ຜາງຫນ່າຍ-ຜາງຮ້າຍ
. ອ່ວຍ, ຫນ້າຂີ້ດຽດ, ຫນ້າຢາກອາຍ, ເປັນຂອງຄວນອາຍ
ຜົ້ງ
. ງາມ, ຂາວ “ນາງກໍຝັນຂີ່ຊ້າງ ຂາວຜົ້ງຜ່ອງໃສ” (ສິນໄຊ)
ຜ່ອງ
1 . ງາມ, ສະອາດ, ບໍລິສຸດ, ຂາວ ຜ່ອງໃສ . ບໍລິສຸດສະອາດ, ງາມ. 2 ກ. ເປັນຄຳຮ້ອງຂຶ້ນເມື່ອເປັນໄພ້ຫງາຍຂຶ້ນຖືກຕ້ອງກັບໃບທີ່ຖືຢູ່ໃນມື.
ສງົບ - ສະຫງົບ
. ມິດ, ເລິກ, ບໍ່ວຸ່ນວາຍ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑