LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: 1
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 188
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (188)
ກະສາຍ
1 ນ. ການຕິດຕໍ່, ການເປັນສື່, ຢາຕົ້ມ, ຢາປະສົມນ້ຳກິນ, ລົດຝາດ. 2 ວ. ຫອມ, ແດງອ່ອນ, ເຫລືອງເຂັ້ມ (ສ. ກສາຍ)
ກະຮອກ
ນ. ສັດສີ່ຕີນແນວນຶ່ງ ຈຳພວກໄຕ່ໄມ້ ຕົວໃຫຍ່ກວ່າກະແຕ ມີ 3 ແນວ ຄື: 1. ກະຮອກແດງ ຂົນສີແດງ 2. ກະຮອກດ່ອນ ຂົນສີຂາວ 3. ກະຮອກດຳ ຂົນສີມຸມ ຕົວນ້ອຍ (ຮອກ ກໍເອີ້ນ)
ກະເລັນ
1 ນ. ຊື່ສັດແນວນຶ່ງ ຈຳພວກໄຕ່ໄມ້ ຕົວນ້ອຍຂະຫນາດຫນູຊິງ. 2 ນ. ຊື່ແມງແນວນຶ່ງ ຕົວຄືຈັກຈັ່ນແຕ່ໃຫຍ່ກວ່າ ຮ້ອງສຽງມ່ວນ (ແມງງ້ວງ ກໍວ່າ) 3. ນ. ຊື່ດອກໄມ້ແນວນຶ່ງ ກິ່ນຫອມ: “ກາວກະເລັນກ້ຽງ …
ກະເສດ
1 ນ. ຜັກແນວນຶ່ງ ເກີດຢູ່ນ້ຳ ເປັນເຄືອ ມີປອດສີຂາວຕິດຢູ່ນຳເຄືອ. 2 ນ. ທົ່ງນາ, ທີ່ດິນ, ເຂດແດນ (ສ. ກເສຕຣ)
ກະແຈະ
1 ນ. ແປ້ງຫອມ, ຝຸ່ນຈັນຫອມ. 2 ນ. ຊື່ແຂວງຫນຶ່ງໃນປະເທດຂະເຫມນ ຢູ່ຕໍ່ແດນປະເທດລາວ ແຂວງຈຳປາສັກ.
ກະແຊ
1 ນ. ຊື່ການຫລິ້ນແນວນຶ່ງ ຂອງພວກລາວເຫນືອ, 2 ນ. ຊື່ພະຍາດເຈັບທ້ອງແນວນຶ່ງ ມີອາການເຈັບສຽບ.
ກະແຍງ
1 ນ. ຊື່ປາແນວນຶ່ງ ຕົວນ້ອຍ ມີງ່ຽງຢູ່ແຄມຫູ ແລະ ສັນຫລັງ. 2 ນ. ຊື່ຜັກແນວນຶ່ງ ກິ່ນຂິວ ເກີດຕາມໄຮ່ນາ ໃນລະດູຝົນ.
ກະແສ
1 ນ. ນ້ຳ, ແມ່ນ້ຳ, ທາງ ຫລື ສາຍ (ກະແສລົມ ສາຍລົມ), ຫາງສຽງ, ສຽງເວົ້າ (ຟັງກະແສສຽງເວົ້າ). 2 ນ. ຊື່ຫນອງໃຫຍ່ແຫ່ງນຶ່ງຢູ່ປະເທດຈີນ ເຊິ່ງທຸກວັນນີ້ເອີ້ນວ່າ ຕາລີຟູ ລາວເຮົາເອີ້ນ ຫນອງກະແສ ຫລື…
ກະແຫລ່ງ
1 ນ. ເຄື່ອງຊັ່ນໃຫ້ມີສຽງດັງ ສຳລັບແຂວນຄໍສັດ ເຮັດດ້ວຍເຫລັກເປັນແຜ່ນຕີທົບເຂົ້າກັນ ແລະ ມີລູກແຂວນທາງໃນ (ເອີ້ນ ຫມາກກະແຫລ່ງ). 2 ນ. ເສື້ອຊັ້ນໃນຂອງຜູ່ຍິງ ຢ່າງບໍ່ມີແຂນ ຮູບຄື ຫມາກກະແຫລ່ງ (ເອີ້ນ…
ກະໂດນ
ນ. ໄມ້ຈຳພວກນຶ່ງ ໃບ ແລະ ເປືອກມີລົດຝາດ ໃບອ່ອນໃຊ້ເປັນອາຫານໄດ້ ມີ 3 ແນວຄື: 1. ກະໂດນໂຄກ ເປັນຕົ້ນໄມ້ໃຫຍ່ 2. ກະໂດນນ້ຳ ເປັນຕົ້ນໄມ້ຂະຫນາດນ້ອຍ ແລະມັກເກີດຕາມທາມ 3. ກະໂດນເບ້ຍ ເປັນໄມ້ພຸ່ມ…
ກະໂລ້
1 ນ. ພາຊະນະ ສານດ້ວຍຕອກ ຮູບຄື ເຂິງສ້ອນປາ. 2 ວ. ສວດອອກ, ມີຕາເຫລືອກ (ບາງພ່ອງຟ້ອນເຢ່ງໂຢ້ ຕາກະໂລ້ຫລອກສາວ) (ສິນໄຊ)
ກະໄຕ
1 ນ. ມີດແຊມ, ມີດຕັດຜົມ, ມີດສຳລັບຫນີບຜົມ ເປັນຕົ້ນ. 2 ນ. ດູກຄາງ, ຄາງ (ສ.ກຣໄຕ)
ກັງ
1 ນ. ລີງໃຫຍ່; 2 ນ. ໄມ້ສອງອັນສຳລັບຫນີບມັດເຂົ້າຟາດ ເພື່ອໃຫ້ເມັດເຂົ້າຫລົ່ນ; 3 ນ. ໄມ້ຜູກກັບເຊືອກຄຶງໄວ້ ບໍ່ໃຫ້ສັດທີ່ຖືກຜູກນັ້ນໂງຄືນໄດ້, ໄມ້ເຮັດເປັນວົງ ຫລື…
ກັນ
1 (ກ) ສ. ເປັນຄຳແທນຊື່ ດັ່ງຄຳວ່າ “ຄວາຍຊົນກັນ” (ຂ). ແທນຊື່ຂອງຜູ່ເວົ້າ ຫລື ເຈົ້າຂອງເອງ: “ເສື້ອຂອງກັນ”. 2 ກ. ຫ້າມ, ບັງ, ກັ້ງ, ຫວຽນອ້ອມໄວ້; ກ. ແຖ (ກັນຕີນຜົມ, ກັນຄິ້ວ). 3 ນ. ກະແຈ, ໄລຜັກຕູ:…
ກັນນິກາ
1 ນ. ຍອດຊໍ່ຟ້າ, ຕຸ້ມຫູ, ຕ້າງ (ປ.). 2 ນ. ຕົ້ນໄມ້ມີດອກແນວນຶ່ງ ກາບດອກສີຂາວ ກ້ານດອກສີເຫລືອງ (ປ. ກັນນິກາ)
ກັສປະ - ກັດສະປະ
1 ນ. ເຕົ່າ (ປ. ກັຈສປ); ກັສປາວະຕານ ນ. ປາງເກີດເປັນເຕົ່າຄື ພຣະນາຣາຍລົງມາເກີດເປັນເຕົ່າ (ປ. ກັຈສປາວຕາຣ). 2 ນ. ຄຳນີ້ເປັນຊື່ບຸກຄົນສຳຄັນທາງສາສນາ ຄື: ກ/ ເປັນນາມຂອງພຣະພຸທເຈົ້າ ອົງທີ 3 ເອີ້ນວ່າ ພຣະ…
ກັ່ນ
1 ນ. ສົ້ນຂອງດວງມີດທາງໃສ່ດ້າມ ຕັ້ງແຕ່ບ່ອນເປັນບັກໄປ, ບ່ອນບັກ, ຮອຍກ່ານອ້ອມ, ຮອຍຫມາຍ, ຂວັນດອກໄມ້, ຂາຕ້າງ ຫລື ກະຈອນ, ກັ່ນພູ ນ. ຂວັ້ນພູ, ຊື່ເຄືອໄມ້ແນວນຶ່ງ ດອກມີຣົດເຜັດ ໃຊ້ທຳຢາ. 2 ກ. ຕອງ,…
ກັ້ງ
1 ນ. ປາແນວນຶ່ງ ຕົວຄືປາຄໍ່ ແຕ່ຕົວນ້ອຍ ຫົວໃຫຍ່; 2 ກ. ບັງໄວ້, ກັນໄວ້; ກັ້ງຮົ່ມ ກ. ພືຮົ່ມອອກກັນຝົນ ຫລື ແດດ; 3 ນ. ເກີ້ງຕາເວັນທີ່ເປັນວົງອ້ອມຕາເວັນຢູ່, ຣັສມີອ້ອມດວງອາທິດ: “ວັນໄສຊ້າຍ…
ກາ
1 ນ. ສັດມີປີກຈຳພວກນຶ່ງ ຂົນສີດຳ ຮ້ອງກາໆ. 2 ນ. ຊື່ເຄື່ອງຫມາຍຮູບ (+) ເຊິ່ງຕັດມາຈາກຄຳວ່າ ກາກະປາທະ (ຕີນກາ) 3 ນ. ຫມໍ້ສຳລັບຕົ້ມນ້ຳ ຫລື ໃສ່ນ້ຳ ທີ່ມີໂຄ້ຍສຳລັບໃຫ້ນ້ຳໄຫລອອກທາງນັ້ນ (ເອີ້ນ ຫມໍ້ກາ) 4 ກ.…
ກາກີ
1 ນ. ກາຕົວແມ່. 2 ສີຢ່າງນຶ່ງ ເປັນສີຂຽວເມີ້ນ ຫລື ໃບໄມ້ແຫ້ງ ເອີ້ນວ່າ ສີກາກີ (ປ. ກາກີ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑