LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: 1
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 188
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (188)
ທອງ
1. ນ. ໂລຫະສີເຫລືອງ ຫລື ແດງ, ຄຳ. 2. ນ. ຊື່ຕົ້ນໄມ້ພວກນຶ່ງ ເປັນໄມ້ບໍ່ມີແກ່ນມີ 2 ແນວ. ທອງຫລາງ ດອກສີແດງ ຕົ້ນບໍ່ມີໜາມ, ອີກແນວນຶ່ງ ເອີ້ນ ທອງໜາມ ຕົ້ນມີໜາມ ແຕ່ບໍ່ມີດອກ.
ທອຍ
1. ນ. ຫລິ້ມແຫລມໆສຳລັບຕອກໄມ້ເພື່ອຢຽບຂື້ນຕາງຂັນໄດ 2. ນ. ເຄື່ອງມັດໃສ່ສາຍເບັດ ຫລື ເຊືອກໃຫ້ຟູນ້ຳຢູ່ ເພື່ອຫມາຍໃຫ້ເຫັນງ່າຍ. 3. ນ. ສື່, ນາຍຫນ້າ, ຜູ່ນຳບອກ.
ທັດ
1. (ມາຈາກປາລີວ່າ ທະສະ) ວ. ສິບ, ຖ້ວນ, ຄົບ "ສາມສິບທັດ", ສິບທັດ. 2. ກ. ເອົາສິ່ງຂອງ ຫລື ດອກໄມ້ ເຫນັບຫູ ຫລື ຜົມເກົ້າ, ທັດດອກ ນ. ຊື່ຂົນມ້າທີ່ຢູ່ກົກ ຫູທັງສອງຂ້າງ ເອີ້ນ ຂົນທັດດອກ.
ທາດ
1. (ມາຈາກຄຳປາລີວ່າ ທາສາ) ນ. ຄົນໃຊ້ຜູ່ຊາຍ, ຂ້ອຍຂ້າຜູ່ຊາຍ (ບູຮານຫມາຍເອົາຄົນທີ່ໄຖ່ມາດ້ວຍຊັບ ຫລື ພວກຊະເລີຍ) 2. (ມາຈາກ ປາລີ ວ່າ ທາຕຸ) ນ. ສິ່ງທີ່ເປັນຕົ້ນເດີມ, ສິ່ງທີ່ເປັນມູນຮາກ, ສິ່ງສຳຄັນ…
ທຳ
1. ກ. ເອົາຝ່າຕີນຢັນ ຫລື ຍູ້ໄປໂດຍແຮງ. 2. ກ. ເຮັດ, ສ້າງ, ແປງ, ຈັດແຈ່ງ.
ທິດ
1. ນ. ຄຳນຳຫນ້າຊື່ຜູ່ຊາຍທີ່ເຄີຍບອດເປັນພິກຂຸ ແຕ່ບໍ່ໄດ້ຮັບເຖຣາພິເສກ. ຄົນທີ່ບວດເປັນຈົວ ເປັນພິກຂຸ ເມື່ອສິກແລ້ວໃຊ້ຄຳນຳຫນ້າຊື່ ດັ່ງນີ້: ເປັນຈົວ ເອີ້ນວ່າ ຊຽງ, ເປັນພິກຂຸ ເອີ້ນວ່າ ທິດ…
ທີ
1. ນ. ຄັ້ງ, ຄາວ, ເທື່ອ, ຊັ້ນ, ຕຳແໜ່ງ. 2. ກ. ຖາມເອົາ (ຢູ່ບໍ່ທີ ໜີຈຶ່ງຖາມ), ແຍກອອກ, ໄລ່ອອກ, ໃຫ້. 3. ນ. ພູເຂົາ, ແຜ່ນດິນ (ສ. ທຣີ) "ດອຍນັ້ນອິນແຕ່ງຕັ້ງດູເຮື້ອງຮຸ່ງເຮືອງ ທຸກປະດາຖ້ວນ…
ທຸກ
1. ວ. ຫມົດ, ຄົບ, ຖ້ວນ, ດັ່ງ ຄົນໃນບ້ານໄປທຸກຄົນ. ວ. ຫມົດຊູ່ຍາມ. 2. ນ. ຄວາມຢາກ, ຄວາມລຳບາກ, ຄວາມທໍຣະມານ (ປ. ທຸກຂ)
ທຸງ
ນ. ແຜ່ນຜ້າສີຕ່າງໆ ສຳລັບ 1/ ເປັນເຄື່ອງຫມາຍບອກຊາດ, ບອກຫມວດຫມູ່ ດັ່ງທຸງຊາດ. ທຸງແມ່ທັບ, ທຸງລູກເສືອ ເປັນຕົ້ນ. 2.ເປັນເຄື່ອງອານັດສັນຍາ ຕາມແບບສາກົນນິຍົມດັ່ງ ທຸງກາຊາດບອກ ບ່ອນຕັ້ງກອງພະຍາບານ, ທຸງຂາວ…
ທຸຣະ - ທຸລະ
1. ນ. ວຽກ, ການງານ, ກິດຈະການໃນ ພຣະພຸທສາສນາ ມີສອງຢ່າງ ຄື ຄັນຖະທຸຣະ: ການຮ່ຳຮຽນນຶ່ງ, ວິປັສນາທຸຣະ: ການປະຕິບັດທາງໃຈໃຫ້ຮູ້ແຈ້ງນຶ່ງ (ປ.) ທຸຣະ ການ ນ. ວຽກຝ່າຍປະຕິບັດ ເປັນຄູ່ກັບວິຊາການ ວຽກຝ່າຍຄວາມຮູ້…
ທຸຣຽນ
1. ຊື່ຫມາກໄມ້ແນວນຶ່ງ ມີໜາມຄື ໝາກມີ້ ແລະ ມີບົວຄືກັນ ແຕ່ມີໜ້ອຍ (ໃນໜັງສື ສິນໄຊວ່າ ທຸລັງລຽນລໍ ຫມາກຂນຸນໜັງແປ້ນ)
ທູດ
1. (ມາຈາກປາລີວ່າ ທູຕ) ນ. ຄົນຜູ່ຮັບໃຊ້ໄປເວົ້າຕາງ, ຜູ່ທີ່ຮັບມອບຫມາຍໃຫ້ເປັນຜູ່ແທນທາງຣາຊການແຜ່ນດິນໃນຕ່າງປະເທດ (ເບິ່ງ ທູຕາ ດ້ວຍ) 2. ນ. ຊື່ພະຍາດແນວນື່ງ ເປັນຕຸ່ມໃຫຍ່ເປື່ອຍຕາມຮ່າງກາຍ ຫລື…
ຜອກ
1 ກ. ທຳການລ້ຽງຜີ, ທຳການບະບົນໄຫວ້ວອນຜິ. 2 ວ. ເຫລືອ, ເກີນ, ໂພດ.
ຜອງ
1 ກ. ຕັກໃຫ້ໄດ້ສ່ວນ, ຕັກເອົາຂອງໃຫ້ໄດ້ສ່ວນທໍ່ກັນ. 2 ສ. ຈົນ, ຮອດ, ເຖິງ “ຜອງເທົ້າຊົ່ວຊະລາ”
ຜັດ
1 ກ. ນັດ, ຫມາຍ, ກຳນົດເວລາ. 2 ກ. ຖ່າຍ, ຜ່ຽນ, ແທນ (ຜັດຜ້າ)
ຜາງ
1 ນ. ເຄື່ອງຊັ່ງນ້ຳຫນັກຂະຫນາດນ້ອຍ, ຊິງຂະຫນາດນ້ອຍ, ເຕັງ (ຜາງຍອຍ ກໍວ່າ) 2 ນ. ຊື່ຕົ້ນໄມ້ແນວນື່ງຕົ້ນຂະຫນາດໃຫຍ່ ຫມາກກົມ ສຸກແລ້ວສີເຫລືອງ ລົດສົ້ມເປັນຄູ່ ກັບຫມາກຜຸ. 3 ນ. ຜິວ, ສີເນື້ອອັນສວຍງາມ…
ຜາຍ
1 ກ. ການຫວ່ານເຂົ້າປູກລົງໃນນາໂດຍບໍ່ຕ້ອງຫລົກໄປດຳເອີ້ນ ຜາຍເຂົ້າ, ຫວ່ານ “ຜາຍເງິນຄຳ ຫວ່ານທານທຸກດ້ານ” (ສິນໄຊ) 2 ກ. ກູນາ, ຊ່ອຍເຫລືອ, ອີ່ດູ (ໃຊ້ວ່າຜາຍໂຜດ ຫລື ໂຜດຜາຍ) ເດີມ, ໄປໄດ້, ບາຍເອົາ…
ຜູກ
1 ກ. ມັດ, ຮັດດ້ອຍເຊືອກ, ທຳໃຫ້ຈ່ອງກັນ ດັ່ງ ຜູກເວນ ຜູກມິດ ເປັນຕົ້ນ. 2 ນ. ຈຳນວນຫນັງສຶໃບລານທີ່ຮ້ອຍໃສ່ກັນເປັນມັດໆ ເອີ້ນວ່າ ຜູກ, ຫນັງສືນິທານ ເລື່ອງນື່ງໆ ກໍເອີ້ນວ່າ ຫນັງສືຜູກ.
ຜົງ
1 ນ. ຝຸ່ນ, ສິ່ງທີ່ມຸ່ນ ແລະບໍ່ຕິດກັນ, ວ. ແຫ້ງບໍ່ຕິດກັນ, ອາການຂອງທີ່ເປັນປຸຍ ເປັນຍອງແລະອ່ອນຟູຂຶ້ນ (ຝ້າຍດີດຜົງ) 2 ວ. ພວມ, ກຳລັງ (ຜົງບ່າວ, ຜົງສາວ) ງາມ, ຂາວສະອາດ.
ຜ່ອງ
1 ວ. ງາມ, ສະອາດ, ບໍລິສຸດ, ຂາວ ຜ່ອງໃສ ວ. ບໍລິສຸດສະອາດ, ງາມ. 2 ກ. ເປັນຄຳຮ້ອງຂຶ້ນເມື່ອເປັນໄພ້ຫງາຍຂຶ້ນຖືກຕ້ອງກັບໃບທີ່ຖືຢູ່ໃນມື.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑