LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: 1
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 188
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (188)
ວອນ
1). ແສງຂອງແດດກ້າທີ່ເປັນແສງຍັບໆ ຮຽກວອນແດດ ຫລື ແດດວອນ; 2). ກ. ໄຫວ້ວອນ, ຫນ່ຽວຂໍ, ຮ້ອງຂໍໃຫ້ເຮັດຕາມປະສົງ
ວັງ
1. ເຂດແດນ, ບ່ອນເຮືອນຂອງພວກເຈົ້າ, ຖ້າເປັນບ່ອນຢູ່ຂອງພຣະເຈົ້າແຜ່ນດິນຮ້ອງວ່າ ພຣະບູຣົມມະຫາວັງ; 2. ກ. ບ່ອນນ້ຳເລິກ, ບວກນ້ຳ; 3. ລ້ອມ, ອ້ອມ, ຮັກສາ (ແວດວັງ)
ວັງ:
1. ເຂດແດນ, ບ່ອນເຮືອນຂອງພວກເຈົ້າ, ຖ້າເປັນບ່ອນຢູ່ຂອງພຣະເຈົ້າແຜ່ນດິນຮ້ອງວ່າ ພຣະບູຣົມມະຫາວັງ; 2. ກ. ບ່ອນນ້ຳເລິກ, ບວກນ້ຳ; 3. ລ້ອມ, ອ້ອມ, ຮັກສາ (ແວດວັງ)
ວັດ
1). ນ. ເຂດແດນບ່ອນຢູ່ຂອງພິກຂຸສາມເນນ; ວັດວາ, ນ. ວັດ; 2). ກ. ຕີກ້ຽວໄປ; 3). ນ. ຂໍ້ປະຕິບັດ, ຮີດຄອງທີ່ຕ້ອງເຮັດທຸກວັນ (ປ. ວັຕຕະ); 4). ກ. ແທກ (ວັດແທກ)
ວັດ:
1). ນ. ເຂດແດນບ່ອນຢູ່ຂອງພິກຂຸສາມເນນ; ວັດວາ, ນ. ວັດ; 2). ກ. ຕີກ້ຽວໄປ; 3). ນ. ຂໍ້ປະຕິບັດ, ຮີດຄອງທີ່ຕ້ອງເຮັດທຸກວັນ (ປ. ວັຕຕະ); 4). ກ. ແທກ (ວັດແທກ)
ວາດ
1). ນ. ທ່າທາງ, ຊົງ, ກຣິຍາ, ແບບຢ່າງ; 2). ກ. ພາຍເຮືອຄວັດນ້ຳເຂົ້າມາຫາຜູ່ພາຍເພື່ອໃຫ້ເຮືອເວອອກ; ກ. ເວົ້າ, ນ. ຄວາມເວົ້າ (ປ. ວາທ)
ວາດ:
1). ນ. ທ່າທາງ, ຊົງ, ກຣິຍາ, ແບບຢ່າງ; 2). ກ. ພາຍເຮືອຄວັດນ້ຳເຂົ້າມາຫາຜູ່ພາຍເພື່ອໃຫ້ເຮືອເວອອກ; ກ. ເວົ້າ, ນ. ຄວາມເວົ້າ (ປ. ວາທ)
ວານ
1). ນ. ວັນກ່ອນຈາກວັນນີ້ຄືນໄປວັນນຶ່ງ; 2). ກ. ເວົ້າຂໍໃຫ້ຊອ່ຍ
ວານ:
1). ນ. ວັນກ່ອນຈາກວັນນີ້ຄືນໄປວັນນຶ່ງ; 2). ກ. ເວົ້າຂໍໃຫ້ຊອ່ຍ
ວິດ
1). ນ. ບ່ອນຂີ້, ບ່ອນຖ່າຍອຸດຈາຣະ (ປ. ວິຈຈະ)
ວິດ:
1). ນ. ບ່ອນຂີ້, ບ່ອນຖ່າຍອຸດຈາຣະ (ປ. ວິຈຈະ)
ວິຣັດ-ວິລັດ
1 ກ. ເວັ້ນ, ງົດ, ເລີກ (ປ. ວິຣະຕິ) 2 ວ. ປາສຈາກຝຸ່ນ, ບໍ່ມີໝອງ, ສະອາດ (ປ. ວິຣະຊະ) 3 ນ. ຕ່າງປະເທດ (ປ. ວິຣັຊຊະ ໃຊ້ວ່າໄພຣັດປະເທດ) 4 ວ. ບໍ່ຍິນດີ, ປາສຈາກຄວາມຍິນດີ (ປ. ວິຣັຕຕິ)
ວີ:
1. ນ. ເຄື່ອງພັດໃຫ້ມີລົມ, ກ. ກິຣິຍາແກວ່ງໃຫ້ເກີດລົມ 2. ກ. ເອົາມືຈັບຂອງຖິ້ມໄປໂດຍແຮງ, ຄວ່າງ, ຖິ້ມໄປໂດຍແຮງ.
ວົງ
1). ນ. ຮູບຮອຍຂຽນ ຫລື ຂອງທີ່ຂົດເອົາເສັ້ນມາອ້ອມຈອດກັນ ບໍ່ມີລ່ຽມ, ເອີ້ນ ຂອງ ຫລື ຄົນທີ່ຢູ່ຢ່າງນັ້ນວ່າວົງ ດັ່ງວົງໄພ້, ວົງຖົ່ວ ເປັນຕົ້ນ; ວົງເລັບ ນ. ເຄື່ອງໝາຍຮູບດັ່ງ ( ), ວົງວຽນ, ນ.…
ວົງ:
1). ນ. ຮູບຮອຍຂຽນ ຫລື ຂອງທີ່ຂົດເອົາເສັ້ນມາອ້ອມຈອດກັນ ບໍ່ມີລ່ຽມ, ເອີ້ນ ຂອງ ຫລື ຄົນທີ່ຢູ່ຢ່າງນັ້ນວ່າວົງ ດັ່ງວົງໄພ້, ວົງຖົ່ວ ເປັນຕົ້ນ; ວົງເລັບ ນ. ເຄື່ອງໝາຍຮູບດັ່ງ ( ), ວົງວຽນ, ນ.…
ສນົມ - ສະໜົມ
1 ນ. ສາວໃຊ້ ຫຼື ບໍລິວານຂອງພຣະລາຊາ. 2 ນ. ຫຍ້າທີ່ເກີດຢູ່ໃນໜອງ ເປັນແຜ່ນຕິດກັນ ແລະຟູຢູ່ໜ້ານ້ຳ.
ສມຸດ - ສະໝຸດ
1 ນ. ປື້ມຂຽນ, ພັບສຳລັບຂຽນໜັງສື. 2 ນ. ທະເລ (ປ. ສມຸທ)
ສລັດ - ສະຫລັດ
1 ນ. ຜັກແນວນຶ່ງ ໃບຄືຜັກກາດ ແຕ່ບາງ ແລະສີເຫຼືອງອ່ອນ. 2 ກ. ຊິດໃຫ້ຫລຸດອອກ, ແກວ່ງໂດຍໄວ ເພື່ອໃຫ້ຫລຸດອອກ (ງົວສະຫລັດແອກ)
ສລັບ - ສະຫລັບ
1 ວ. ສັບຫວ່າງ, ຂັ້ນຕາມຍ່ານ (ສລັບຊັບຊ້ອນ) 2 ກ. ເວົ້າປີ້ນ, ເວົ້າປິ່ນແປ້ ເຊື່ອບໍ່ໄດ້, ຕົວະ: “ສູຫາກເຄີຍສລັບລີ້ນ ລວງກັນກິ່ນທ່ານ ກູກໍຮູ້ເພດພ້ຽງ ຜີເຖົ້າຊູ່ເຊີງ” (ສິນໄຊ)
ສລາດ - ສະຫລາດ
1 ວ. ມີປັນຍາ, ມີຄວາມຄຶດຫຼັກແຫຼມ, ຫຼັກແຫຼມ. 2 ນ. ປາຫລາດ (ເບິ່ງ ຫລາດ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑