LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: 1
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 188
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (188)
ເກົ້າ
1 ວ. ຈຳນວນນັບຢູ່ລະຫວ່າງ ແປດ ກັບ ສິບ, ເລກ 9. 2 ນ. ຜົມ, ກ. ມ້ວນຜົມເຂົ້າຂອດໄວ້ເທິງຫົວ.
ເທດ
1. ນ. ບ້ານເມືອງ, ປະເທດ, ທ້ອງທີ່, ທີ່: ວ. ຕ່າງປະເທດ (ປ.ເທສ) 2. ກ. ສະແດງທັມ, ສັ່ງສອນ (ປ. ເທສນ)
ເທົາ
1. ນ. ພືດແນວນຶ່ງເກີດໃນນ້ຳ ເປັນເສັ້ນແລບສີຂຽວ 2. ວ. ລັກສະນະຂອງສີຫມົ່ນໆ ຫລື ສີໝອກ ຫລື ສີຂີ້ເທົ່າ ຮຽກວ່າສີເທົາ
ເທົ່າ
1. ນ. ຝຸ່ນທີ່ເກີດຈາກໄຟໄຫມ້. 2. ວ. ທໍ່, ສະເໝີກັນ.
ເທົ້າ
1. ນ. ດິນ 2. ກ. ຄ້ຳໄວ້, ຊູໄວ້, ເທົ້າສານ ນ. ຊື່ຕົ້ນໄມ້ແນວນຶ່ງ ຄືຕົ້ນຫວາຍ
ເວທາງ - ເວທາງຄະສາດ:
ນ. ວິຊາປະກອບການ ສຶກສາພຣະເວດ ມີ 6 ຢ່າງຄື: 1). ສຶກສາວິຊາທີ່ອອກສຽງຄໍາໃນພຣະເວດໃຫ້ຖຶກຕ້ອງ. 2). ໄວຍາກອນ. 3). ສັນທະ. 4). ໂຊຍະຕິສະ ຄື ດາຣາສາດ. 5). ນິຣຸກຕິ ກຳເນີດຂອງຄຳ. 6). ກັລປະ ວິທີຈັດທຳພິທີ…
ເວທີ:
1 ນ. ແທ່ນບູຊາ, ຮ້ານບ່ອນບູຊາ, ຮ້ານບ່ອນຫລິ້ນລະຄອນ ຫລື ອື່ນໆ (ປ.). 2. ນ. ຜູ້ຮູ້, ນັກປາດ (ປ.)
ເວນ
1). ກ. ເຄນ, ມອບໃຫ້, ໃຫ້; 2). ນ. ຄວາມພຍາບາດກັນ, ຄວາມປອງຮ້າຍຕໍ່ກັນ, ບາບ, ຄາວ, ຮອບ (ປ. ເວຣ)
ເຫົ່າ
1). ກ. ຫມາເຮັດສຽງໃຫ້ດັງຢ່າງນຶ່ງ ເມື່ອເຫັນຄົນ ຫລືສັດ ເພື່ອໃຫ້ເຈົ້າຂອງໄດ້ຍິນ; 2). ນ. ງູທີ່ມີພິດ ຈຳພວກນຶ່ງ ມີຫລາຍແນວ: ເຫົ່າຄໍຄຳ, ເຫົ່າປວກ, ເຫົ່າຈອງ, ເຫົ່າຟານ, ເຫົ່າຫ້ອມ ຫລື ເຫົ່າຫມໍ້, ເຫົ່ານ້ຳ…
ແກ
1 ນ. ໄມ້ເຄື່ອງເຮືອນເປັນດິ້ວ ພາດຢູ່ເທິງກອນ ສຳລັບເອົາດິນຂໍເກາະໄວ້. 2 ນ. ຕົ້ນໄມ້ແນວນຶ່ງ ຕາມຕົ້ນເປັນຕຸ່ມ ມັກເກີດຕາມທົ່ງທີ່ມີນ້ຳຖ້ວມເຖິງ (ຕົ້ນແກໃຊ້ປູກຄັ່ງໄດ້)
ແກງ
1 ນ. ອາຫານຄາວທີ່ຕົ້ມໃສ່ນ້ຳຫລາຍໆ ຊື່ຕ່າງກັນ. 2 ນ. ຊື່ນົກແນວນຶ່ງ ຕົວໃຫຍ່ ປີກດ່າງ. 3 ນ. ຊື່ປາແນວນຶ່ງ ຕົວຄືປາຂາວ ແຕ່ໃຫຍ່ ແລະ ກົມກວ່າປາຂາວ ເປັນປາມີເກັດ.
ແກະ
1 ນ. ສັດສີ່ຕີນແນວນຶ່ງຈຳພວກຄ້ຽວເອື້ອງ ຂົນຍາວ ຂົນໃຊ້ທຳຜ້າແພຫົ່ມກັນຫນາວ (ຍອງ ກໍວ່າ) 2 ກ. ຄວັດ, ໄງ້ອອກ: “ແກະກາບໄມ້ ຫາງອດງູພິດ”. 3 ກ. ທຳໃຫ້ເປັນລາຍຕ່າງກັນດ້ວຍປາຍເຫລັກແຫລມ ຫລື ປາຍມີດ.
ແກ່
1 ກ. ດຶງລາກໄປມາ, ດຶງໄປມາໂດຍໃຫ້ຖູພື້ນ. 2 ວ. ເຖົ້າ, ເກົ່າ, ເຫິງນານ, ເຂັ້ມ, ຫລາຍ (ສີແກ່), ໂພດ (ແກ່ເຫລົ້າ), ເຫິງ (ແກ່ວັດ) ຫລາຍ (ແກ່ວິຊາ)
ແກ່ນ
1 ນ. ສ່ວນແຂງຂອງຕົ້ນ ຫລື ຫມາກໄມ້, ປະທານ, ຫລັກຖານ, ຫົວຫນ້າ. 2 ວ. ປະເສີດດີ, ແຂງແກ່ນແກ້ວ ນ. ແກ້ວປະເສີດ, ແກ່ນແຂງ ນ. ຫລັກຖານ, ຫມັ້ນຄົງ, ຖາວອນ (ເປັນແກ່ນແຂງ), ແກ່ນສານ ນ. ຫລັກຖານຫມັ້ນຄົງ,…
ແກ້ງ
1 ນ ຫີນທີ່ຕັ້ງຂວາມທາງນ້ຳໄຫລ, ບ່ອນມີຫີນຂວາງ; 2 ກ. ຕັ້ງໃຈທຳໃຫ້ຜິດຄວາມປະສົງເດີມ, ຕັ້ງໃຈທຳໃຫ້ຜິດໃຈ, ພິຕິ; 3 ກ. ເອົາຂອງເຊັດອຸດຈາຣະອອກຈາກກົ້ນ (ແກ້ງກົ້ນ) ຫລື ເຊັດຂີ້ມູກ.
ແທ່ງ
1. ນ. ໂລຫະ ຄື ເຫລັກ ຫລື ທອງ ທີ່ເປັນທ່ອນຕັນ ເອີ້ນ ເຫລັກແທ່ງ, ທ່ອນ, ຕ່ອນ. 2. ນ. ຊື່ຕົ້ນໄມ້ມີໜາມແນວນຶ່ງ ໜາມຍາວ ຮຽກວ່າ ໜາມແທ່ງ.
ແຜງ
1 ນ. ຂົນເສັ້ນໃຫຍ່ແຂງແລະຍາວຢູ່ທີ່ຄໍມ້າ ຫລື ຫມູ (ແຝງກໍວ່າ) ຊື່ຫມູແລະເຫັນ ແນວນຶ່ງທີ່ມີຂົນຫລັງຍາວແລະແຂງ ເອີ້ນຫມູແຜງ, ເຫັນແຜງ, ເຄື່ອງຜັດແຂ້ວແລະເສື້ອຜ້າ ເປັນຕົ້ນ ເຮັດດ້ວຍຂອງເປັນເສັ້ນດັ່ງແຜງຫມູ…
ແຜນ
1 ນ. ແບບ, ສະບັບ, ຢ່າງ. ແຜນຜັງ ນ. ແບບທີ່ຂຽນຫຍໍ້ ຫລື ກວ້າງຈາກຂອງຕ່າງໆ ດັ່ງເຮືອນເປັນຕົ້ນ. ແຜນທີ່ ນ. ແບບທີ່ຂຽນຫຍໍ້ຈາກຫນ້າດິນ ບອກແມ່ນ້ຳພູເຂົາ ເປັນຕົ້ນ. 2 ນ.…
ແວງ
1). ນ. ຫຍ້າແນວນຶ່ງຈຳພວກຜື ແຕ່ຕົ້ນນ້ອຍກວ່າຜື; 2). ວ. ຫອກ ”ຫລາຍຖັນຖ້ອງ ດາວແວງລະວັງຣາດ”; 3). ຍາວ, ແຖວ (ຂ.)
ແວງ:
1). ນ. ຫຍ້າແນວນຶ່ງຈຳພວກຜື ແຕ່ຕົ້ນນ້ອຍກວ່າຜື; 2). ວ. ຫອກ ”ຫລາຍຖັນຖ້ອງ ດາວແວງລະວັງຣາດ”; 3). ຍາວ, ແຖວ (ຂ.)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑