LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ຊ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 58
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (58)
ກະແ
1 ນ. ຊື່ການຫລິ້ນແນວນຶ່ງ ຂອງພວກລາວເຫນືອ, 2 ນ. ຊື່ພະຍາດເຈັບທ້ອງແນວນຶ່ງ ມີອາການເຈັບສຽບ.
ກະແຕແ
ນ. ຝາອັດກະຕ່າສຳລັບໃສ່ປາ (ແຕແ ກໍວ່າ)
ທຸງ
ນ. ແຜ່ນຜ້າສີຕ່າງໆ ສຳລັບ 1/ ເປັນເຄື່ອງຫມາຍບອກຊາດ, ບອກຫມວດຫມູ່ ດັ່ງທຸງຊາດ. ທຸງແມ່ທັບ, ທຸງລູກເສືອ ເປັນຕົ້ນ. 2.ເປັນເຄື່ອງອານັດສັນຍາ ຕາມແບບສາກົນນິຍົມດັ່ງ ທຸງກາຊາດບອກ ບ່ອນຕັ້ງກອງພະຍາບານ, ທຸງຂາວ…
ກະດິງ
1 ນ. ເຄື່ອງສັ່ນໃຫ້ມີສຽງດັງ ເພື່ອສັນຍານໃຫ້ໄດ້ຍິນ ເຮັດດ້ວຍໂລຫະ ມີລູກພັດຢູ່ທາງໃນ ສຳລັບແຂວນຄໍສັດ ຫລື ແຂວນຕາມໂງ່ນສິມ ເປັນຕົ້ນ. 2 ນ. ຊື່ແມ່ນ້ຳສາຍນຶ່ງ ເປັນສາຂາຂອງນ້ຳຂອງ…
ກົງ
1 ນ. ເຂດແດນ, ດວງຊາຕາ, ຮູບວົງມົນທີ່ຂີດເປັນຊ່ອງຕາມຈັກກະຣາສີ ສຳລັບຂຽນ ວັນເດືອນປີເກີດ: “ດີທໍ່ເຈົ້າຫລ້າຊ້ອຍ ນ້ອງທ່ານທັງຫົກ ອັງຄານສຸກຮ່ວມໃນ ກົງແກ້ວ” (ສິນໄ) 2 ນ. ເຄື່ອງສຳລັບດີດຝ້າຍໃຫ້ຜົງ…
ກັນ
1 (ກ) ສ. ເປັນຄຳແທນຊື່ ດັ່ງຄຳວ່າ “ຄວາຍຊົນກັນ” (ຂ). ແທນຊື່ຂອງຜູ່ເວົ້າ ຫລື ເຈົ້າຂອງເອງ: “ເສື້ອຂອງກັນ”. 2 ກ. ຫ້າມ, ບັງ, ກັ້ງ, ຫວຽນອ້ອມໄວ້; ກ. ແຖ (ກັນຕີນຜົມ, ກັນຄິ້ວ). 3 ນ. ກະແຈ, ໄລຜັກຕູ:…
ກຽງ
1 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຜົນທໍ່ຫນ່ວຍໄຂ່ໄກ່ ສຸກແລ້ວສີແດງຊ້ຳ ມີຣົດຫວານສົ້ມ. 2 ນ. ຫຍ້າ: “ແມ່ນວ່າ ສັພສິ່ງຊ້າງ ມ້າມິ່ງໃນນະຄອນ ກໍບໍ່ ກິນກຽງກັດ ຢູ່ຊົງຊະລອນງໍ້” (ສິນໄ). 3 ນ.…
ກຽນຕິຍົດ
ນ. ຊື່ສຽງ, ຄວາມລືຊາຜາກົດ: “ປາກຽນນັນ ນອກຊຽງເຊັງອ້າງ” (ສິນໄ) (ສ. ກິຣຕິ) ນ. ຊື່ສຽງແລະຍົດ (ສ. ກິຣຕິຍສ - ກຽຣຕິຍສ)
ສລັບ - ສະຫລັບ
1 ວ. ສັບຫວ່າງ, ຂັ້ນຕາມຍ່ານ (ສລັບຊັບຊ້ອນ) 2 ກ. ເວົ້າປີ້ນ, ເວົ້າປິ່ນແປ້ ເຊື່ອບໍ່ໄດ້, ຕົວະ: “ສູຫາກເຄີຍສລັບລີ້ນ ລວງກັນກິ່ນທ່ານ ກູກໍຮູ້ເພດພ້ຽງ ຜີເຖົ້າຊູ່ເຊີງ” (ສິນໄ)
ໄທ
1. ນ. ຄົນ, ພວກ, ຊາວ. "ຟ້າຮ່ຳຮ້ອງ ຣະດູດ່ວນ ເດືອນສາມ ທຸກໄທຊົມຮຽນກຂວັນ ເມືອຫ້ອງ" 2. ນ. ຊື່ປະເທດ ແລະ ຄົນຊາດນຶ່ງ ຢູ່ຕໍ່ປະເທດລາວທາງຟາກນ້ຳຂອງເບື້ອງຂວາ: ຄວາມມີອິສຣະໃນຕົວ…
ກະເລັນ
1 ນ. ຊື່ສັດແນວນຶ່ງ ຈຳພວກໄຕ່ໄມ້ ຕົວນ້ອຍຂະຫນາດຫນູຊິງ. 2 ນ. ຊື່ແມງແນວນຶ່ງ ຕົວຄືຈັກຈັ່ນແຕ່ໃຫຍ່ກວ່າ ຮ້ອງສຽງມ່ວນ (ແມງງ້ວງ ກໍວ່າ) 3. ນ. ຊື່ດອກໄມ້ແນວນຶ່ງ ກິ່ນຫອມ: “ກາວກະເລັນກ້ຽງ …
ກອນ
1 ນ. ເຄື່ອງເທິງຂອງເຮືອນ ທີ່ພາດຢູ່ເທິງຂ້າວ ຮຽງກັນເປັນແຖວ. 2 ນ. ຄຳເວົ້າທີ່ມີສຽງເກາະກ່າຍກັນ; ວ. ຄ່ອງກັນ, ເກາະກ່າຍກັນ. 3 ນ. ໄລຜັກຕູ “ກັນກົງກອນ ຫມູ່ຍິງຍາຕ້ອງ” (ສິນໄ). 4 ນ. ມື, ແຂນ, ງວງຊ້າງ. (ປ.…
ກະທວາຍ
ນ. ສັດສີ່ຕີນ ຕົວຂະຫນາດຟານ ຂົນອ່ອນແລະແລບ: “ຂາກະທວາຍແຫ້ງ ອັນກະແດ້ງດ້ວຍແດດ ແລະ ແປວໄຟ” (ເວດສັນຕຣະ); ທວຍ ກໍວ່າ: “ຝູງກວາງທວຍ ແລະ ແຮດຊ້າງ” (ເວດສັນຕຣະ) ຊາຍກໍວ່າ: “ກວາງຊາຍຟານ…
ກະເບນ
ນ. ຕ່ຽວຜ້າ: (ຂ.) “ຊຸມນຶ່ງຮູບຊ້າງນ້ອຍ ແຢະຢຽດຢາຍມື ປຸນດັ່ງທັມມະຊາຕັງ ແຕ່ງກະເບນ ຈຳຈ້ອນ” (ສິນໄ)
ກາດ
1 ນ. ຜັກແນວນຶ່ງ ໃຊ້ຫົວແລະໃບເປັນອາຫານ. 2 ກ. ປູລຽນກັນໄປ (ກາດແປ້ນ), ລັກເບິ່ງ, ສະກັດເບິ່ງ (ກາດເບິ່ງຮອຍ). 3 ວ. ກ້າ, ເກັ່ງ. 4 ນ. ຕລາດ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄ)
ກຸສຣາດ - ກຸດສະຫຣາດ
ນ. ນາມພຣະກະສັດເມືອງເປັງຈານ ພຣະຣາຊບິດາຂອງທ້າວສິນໄ ໃນເລື່ອງ ສິນໄ (ປ. ກຸສຣາ)
ຜາຍ
1 ກ. ການຫວ່ານເຂົ້າປູກລົງໃນນາໂດຍບໍ່ຕ້ອງຫລົກໄປດຳເອີ້ນ ຜາຍເຂົ້າ, ຫວ່ານ “ຜາຍເງິນຄຳ ຫວ່ານທານທຸກດ້ານ” (ສິນໄ) 2 ກ. ກູນາ, ຊ່ອຍເຫລືອ, ອີ່ດູ (ໃຊ້ວ່າຜາຍໂຜດ ຫລື ໂຜດຜາຍ) ເດີມ, ໄປໄດ້, ບາຍເອົາ…
ເກ
1 ວ. ຊົ່ວ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄ) 2 ນ. ກິີປາ (ເບິ່ງ ກີ)
ກະບິນ
ນ. ແບບແຜນ, ປະເພນີ, ລະບຽບ, ກະບິນເມືອງ. ນ. ປະເພນີ ຂອງປະເທດ, ກົດຫມາຍຂອງປະເທດ, ຮີດຄອງບ້ານເມືອງ: “ຮຸ່ງຄ່ຳອື້ ອາມາດຊຸມສນາມ ໂດຍເດີມກະບິນ ຊົ່ວລາງປະຖົມເຖົ້າ” (ສິນໄ)
ກາງກາດ
ນ. ກາງຕລາດ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑