ຄຳທີ່ໃຊ້ຊອກຫາ: *ດອກໄມ້ ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 7 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (7) - ກຸສຸມ
- ນ. ດອກໄມ້, ດອກຫອນໄກ່ (ປ.) ກຸສຸມາກອນ ນ. ກອງດອກໄມ້ (ສ. ກຸສຸມາກຣ)
- ກະຢ່ອງ
- ນ. ພາຊະນະສານດ້ວຍຕອກແຂງ ຮູບມົນ ປາກແລະຕີນທໍ່ກັນ ສຳລັບໃສ່ດອກໄມ້ ຫລື ຖ້ວຍຊາມ ຮຽກວ່າ ພາກະຢ່ອງ ຖ້າແນວນ້ອຍ ແອວກິ່ວ ຮຽກ ຂັນກະຢ່ອງ.
- ກັ່ນ
- 1 ນ. ສົ້ນຂອງດວງມີດທາງໃສ່ດ້າມ ຕັ້ງແຕ່ບ່ອນເປັນບັກໄປ, ບ່ອນບັກ, ຮອຍກ່ານອ້ອມ, ຮອຍຫມາຍ, ຂວັນດອກໄມ້, ຂາຕ້າງ ຫລື ກະຈອນ, ກັ່ນພູ ນ. ຂວັ້ນພູ, ຊື່ເຄືອໄມ້ແນວນຶ່ງ ດອກມີຣົດເຜັດ ໃຊ້ທຳຢາ. 2 ກ. ຕອງ,…
- ທັດ
- 1. (ມາຈາກປາລີວ່າ ທະສະ) ວ. ສິບ, ຖ້ວນ, ຄົບ "ສາມສິບທັດ", ສິບທັດ. 2. ກ. ເອົາສິ່ງຂອງ ຫລື ດອກໄມ້ ເຫນັບຫູ ຫລື ຜົມເກົ້າ, ທັດດອກ ນ. ຊື່ຂົນມ້າທີ່ຢູ່ກົກ ຫູທັງສອງຂ້າງ ເອີ້ນ ຂົນທັດດອກ.
- ພະເຍັຍ
- ນ. ດອກໄມ້, ນາງ (ຂ.)
- ເກສອນ
- ນ. ຂົນຄິ້ວ, ແຜງມ້າ, ສ່ວນໃນຂອງຫມາກໄມ້ເປັນເມັດໆ, ດອກໄມ້ (ປ. ເກສຣ)
- ໄກສອນ
- 1 ນ. ລະອອງຂອງດອກໄມ້ (ປ. ເກສຣ) 2 ນ. ຣາຊສີ (ສ. ເກສຣ)
|