LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ບານ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 14
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (14)
ເທສບານ - ເທດສະບານ
ນ. ລາດຊະການບໍລິຫານ ສ່ວນທ້ອງທີ່, ແຂວງກຳແພງ (ປ. ເທສປາລ)
ກະບານ
ນ. ດູກຫົວ, ເຟື້ອງຫມໍ້, ຖ້ວຍຊາມ (ປ. ກປາລ)
ກົດມຸນທຽນບານ
ນ. ຣະບຽບກ່ຽວກັບການສືບເຊື້ອສາຍ ແລະການສເວີຍເມືອງຂອງພຣະເຈົ້າແຜ່ນດິນ.
ທຸງ
ນ. ແຜ່ນຜ້າສີຕ່າງໆ ສຳລັບ 1/ ເປັນເຄື່ອງຫມາຍບອກຊາດ, ບອກຫມວດຫມູ່ ດັ່ງທຸງຊາດ. ທຸງແມ່ທັບ, ທຸງລູກເສືອ ເປັນຕົ້ນ. 2.ເປັນເຄື່ອງອານັດສັນຍາ ຕາມແບບສາກົນນິຍົມດັ່ງ ທຸງກາຊາດບອກ ບ່ອນຕັ້ງກອງພະຍາບານ, ທຸງຂາວ…
ກະທະ
ນ. ຫມໍ້ທີ່ທຳດ້ວຍໂລຫະ ປາກບານ ກົ້ນຕື້ນ ແລະມີຫູຈັບສອງຂ້າງ (ຫມໍ້ຂາງ ກໍວ່າ)
ກາຊາດ
(ມາຈາກ ກາກະບາດຊາດ) ນ. ເຄື່ອງຫມາຍຮູບຕີນກາສີແດງ, ເປັນເຄື່ອງຫມາຍສະເພາະການກຸສົນ ມີທຸກປະເທດ ເອີ້ນວ່າ ສະພາກາຊາດ ເປັນບ່ອນທີ່ປິ່ນປົວຄົນເຈັບ; ເຄື່ອງຫມາຍໂຮງພະຍາບານ.
ກາລະ
1 ນ. ສີດຳ, ສີຟ້າ, ແກ່ນຕາດຳ, ງູເຫົ່າຫມໍ້ (ສ.). ກາລະກັນນີ ນ. ຄວາມຈັງໄຮ, ເຄາະຮ້າຍ. ກາລະເກດ ນ. ຜູ່ມີຜົມດຳ, ຊື່ນິທານບູຮານເຣື່ອງນຶ່ງ ເອີ້ນວ່າ ຫນັງສືກາລະເກດ. ກາລະເນດ ນ. ຜູ່ມີຕາດຳ (ປ. ກາລເນຕຕາ).…
ຜະລິດ-ຜະຫລິດ
ກ. ບານອອກ, ອອກຫມາກຜົນ, ແຕກປົ່ງ, ເຮັດໃຫ້ແຜ່ຫລາຍ (ປ. ຜລິຕ)
ຜັກຕູ
ນ. ປ່ອງບ່ອນເຂົ້າອອກຂອງສະຖານທີ່ທັງປວງທີເຮືອນ ເປັນຕົ້ນ. ທາງເຂົ້າ, ປ່ອງບ່ອນ ເຕະລູກຟຸດບານເຂົ້າໄປ, ທາງທີ່ເຈົ້າມືການພະນັນໄຂໃຫ້ລູກມືລົງຕາມໃຈ ດັ່ງຖົ່ວໂປເປັນຕົ້ນ (ປະຕູກໍວ່າ)
ສນຸກ - ສະໜຸກ
ວ. ມ່ວນ, ເບີດບານໃຈ, ສະບາຍ, ບໍ່ອຶດຢາກ.
ສລົດ - ສະຫລົດ
ວ. ເສົ້າໃຈ, ບໍ່ຊື່ນບານຍ້ອນຄວາມສັງເວດ.
ເທສມຸນຕີ - ເທດສະມຸນຕີ
ນ. ຜູ່ບໍຣິຫານການງານໃນເທສບານ
ເວີ່:
ວ. ເຫວີ, ມີສົບບານອອກ ດັ່ງສົບໝູ
ແວ້:
ວ. ຮອຍດ່າງ ຫລື ເປັນເດີ່ນຢູ່ກາງ (ຫນ້າແວ້), ຂອງທີ່ມີລັກສະນະມົນບາງ ແລະ ບານອອກ ຫລື ເທວີ (ປາກແວ້)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑