LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ສັບ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 7
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (7)
ໂທຣະສັບ - ໂທລະສັບ
ນ. ສຽງໄກ, ເຄື່ອງທີ່ເວົ້າກັນດ້ວຍກຳລັງໄຟຟ້າ ເພື່ອໃຫ້ໄດ້ຍິນໄກ (ສ. ໂທຣສັພທ)
ທຸ
ວ. ໃຊ້ເປັນຄຳນຳຫນ້າສັບ ແປວ່າ ຊົ່ວ ດັ່ງ ທຸຈຣິດ ຄວາມປະພຶດຊົ່ວ ເປັນຕົ້ນ; ທຸ ສັບນີ້ແປງເປັນ ທຸຣະ ທໍຣະ ກໍໄດ້ ດັ່ງ ທຸຣະຊົນ, ທຸຣາຄົມ, ທໍຣະພິດ, ທໍຣະຍົດ ເປັນຕົ້ນ (ປ.)
ທູຣະ
ເປັນຄຳປະກອບຫນ້າສັບ ແປວ່າ ໄກ ດັ່ງ ທູຣະບົດ (ປ. ທູຣປຖ), ທູຣະມັກຄາ ແປວ່າ ທາງໄກ (ປ. ທູຣະມັຄຄ) ສັບນີ້ ແປງເປັນ ໂທຣະ ກໍໄດ້ ດັ່ງ ໂທຣະເລກ ເປັນຕົ້ນ.
ທົງ
ກ. (ຄຳດຽວກັບ ທະຣົງ) ຖື, ຮັກສາ, ຕົກແຕ່ງ, ນຸ່ງຫົ່ມ, ເອ້, ປະດັບ, ປົກຄອງ (ທົງເມືອງ) ໃຊ້ເປັນຄຳນຳຫນ້າຄຳກິຣິຍາ ໃນຣາຊາສັບ ຈຳເພາະຄຳທີ່ບໍ່ເປັນຣາຊາສັບມາແຕ່ເດີມ ດັ່ງ ທົງເດີນ, ທົງນັ່ງ, ທົງຢືນ ເປັນຕົ້ນ. …
ກອນ
1 ນ. ເຄື່ອງເທິງຂອງເຮືອນ ທີ່ພາດຢູ່ເທິງຂ້າວ ຮຽງກັນເປັນແຖວ. 2 ນ. ຄຳເວົ້າທີ່ມີສຽງເກາະກ່າຍກັນ; ວ. ຄ່ອງກັນ, ເກາະກ່າຍກັນ. 3 ນ. ໄລຜັກຕູ “ກັນກົງກອນ ຫມູ່ຍິງຍາຕ້ອງ” (ສິນໄຊ). 4 ນ. ມື, ແຂນ, ງວງຊ້າງ. (ປ.…
ກັນ
1 (ກ) ສ. ເປັນຄຳແທນຊື່ ດັ່ງຄຳວ່າ “ຄວາຍຊົນກັນ” (ຂ). ແທນຊື່ຂອງຜູ່ເວົ້າ ຫລື ເຈົ້າຂອງເອງ: “ເສື້ອຂອງກັນ”. 2 ກ. ຫ້າມ, ບັງ, ກັ້ງ, ຫວຽນອ້ອມໄວ້; ກ. ແຖ (ກັນຕີນຜົມ, ກັນຄິ້ວ). 3 ນ. ກະແຈ, ໄລຜັກຕູ:…
ໂທຣະ - ໂທລະ
(ມາຈາກປາລີ ທຸຣະ) ວ. ໄກ, ໃຊ້ປະກອບຫນ້າຄຳອື່ນ ດັ່ງ ໂທຣະເລກ, ໂທຣະສັບ ເປັນຕົ້ນ

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑