LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ອາດ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 8
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (8)
ຜ່ອງ
1 ວ. ງາມ, ສະອາດ, ບໍລິສຸດ, ຂາວ ຜ່ອງໃສ ວ. ບໍລິສຸດສະອາດ, ງາມ. 2 ກ. ເປັນຄຳຮ້ອງຂຶ້ນເມື່ອເປັນໄພ້ຫງາຍຂຶ້ນຖືກຕ້ອງກັບໃບທີ່ຖືຢູ່ໃນມື.
ກະຈະ
ວ. ຂາວງາມ, ແຈ້ງ, ສະອາດ, ເສາະໃສ.
ກະລືດ
ວ. ບໍ່ກ້ຽງ, ບໍ່ສະອາດ.
ກຸສົນ
ນ. ສິ່ງທີ່ດີ, ບຸນ. ວ. ຖືກຕ້ອງ, ສະອາດ, ງາມ (ປ. ກຸສລ)
ກ້ຽງ
1 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຫນ່ວຍມົນ ນວນເປັນງີມ ແລະມີບົວນ້ອຍໆ. 2 ວ. ມື່ນ, ບໍ່ຊາ, ຫມົດ, ບໍ່ເຫລືອ, ແປນ, ສະອາດ.
ຜົງ
1 ນ. ຝຸ່ນ, ສິ່ງທີ່ມຸ່ນ ແລະບໍ່ຕິດກັນ, ວ. ແຫ້ງບໍ່ຕິດກັນ, ອາການຂອງທີ່ເປັນປຸຍ ເປັນຍອງແລະອ່ອນຟູຂຶ້ນ (ຝ້າຍດີດຜົງ) 2 ວ. ພວມ, ກຳລັງ (ຜົງບ່າວ, ຜົງສາວ) ງາມ, ຂາວສະອາດ.
ວິມົນ
ວ. ບໍ່ມີຄວາມເສົ້າໝອງ, ບໍ່ມີບ່ອນຕິ, ໃສສະອາດ, ງາມ (ປ. ວິມະລະ)
ວິຣັດ-ວິລັດ
1 ກ. ເວັ້ນ, ງົດ, ເລີກ (ປ. ວິຣະຕິ) 2 ວ. ປາສຈາກຝຸ່ນ, ບໍ່ມີໝອງ, ສະອາດ (ປ. ວິຣະຊະ) 3 ນ. ຕ່າງປະເທດ (ປ. ວິຣັຊຊະ ໃຊ້ວ່າໄພຣັດປະເທດ) 4 ວ. ບໍ່ຍິນດີ, ປາສຈາກຄວາມຍິນດີ (ປ. ວິຣັຕຕິ)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑