LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: *ໃຫຍ່
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 45
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (45)
ໄກ່
ນ. ສັດມີປີກຈຳພວກນຶ່ງ ຕາມທຳມະດາເປັນສັດລ້ຽງ ແລະມີຫລາຍແນວ ຄື: ໄກ່ແກ້ວ ນ. ໄກ່ທີ່ມີຂົນສີຂາວ; ໄກ່ກຸ້ມ ນ. ໄກ່ທີ່ມີຂົນຫາງສັ້ນໆ; ໄກ່ຂົວ ນ. ໄກ່ປາແນວຂົນລາຍງາມ ມີຂົນເປັນຫອນຄືນົກຍູງ; ໄກ່ງວງ ນ. ໄກ່ແນວນຶ່ງ…
ໄທ
1. ນ. ຄົນ, ພວກ, ຊາວ. "ຟ້າຮ່ຳຮ້ອງ ຣະດູດ່ວນ ເດືອນສາມ ທຸກໄທຊົມຮຽນກຂວັນ ເມືອຫ້ອງ" 2. ນ. ຊື່ປະເທດ ແລະ ຄົນຊາດນຶ່ງ ຢູ່ຕໍ່ປະເທດລາວທາງຟາກນ້ຳຂອງເບື້ອງຂວາ: ຄວາມມີອິສຣະໃນຕົວ…
ກອງ
1 ນ. ພວກ, ຫມູ່, ຫມວດ, ຈຳນວນສິ່ງຂອງ ຫລືຄົນທີ່ທ້ອນໂຮມກັນຢູ່, ຍາມ, ເວລາ; ກ. ທ້ອນເຂົ້າກັນ, ເອົາສິ່ງຂອງຢອງກັນຂຶ້ນຫລາຍໆ, ທຳໃຫ້ສູງຂຶ້ນ; ກອງຮ້ອຍ ນ. ຈຳນວນທະຫານຫມູ່ນຶ່ງ ຈຳນວນ 100 ຄົນ; ກອງພັນ ນ.…
ກຸງ
1 ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະຫນາດໃຫຍ່ ໃຊ້ທຳເຄື່ອງເຮືອນໄດ້ ໃບໃຫຍ່ ຕາມຕົ້ນມີຢາງຫນຽວ. 2 ນ. ເມືອງຫລວງຂອງປະເທດ (ຂ. ກຣຸງ)
ກ້ວຍ
ນ. ພືດມີຜົນຈຳພວກນຶ່ງ ລຳຕົ້ນເປັນກາບຊ້ອນກັນ ໃບໃຫຍ່, ກ້ວຍມີຫລາຍແນວ ຄື: ກ້ວຍກ້ານບຸ່ນ; ກ້ວຍໄຂ່ ຫນ່ວຍນ້ອຍ ສຸກແລ້ວສີເຫລືອງ; ກ້ວຍເຂົາແພະ, ກ້ວຍຄັ່ງ ສຸກແລ້ວເປືອກສີແດງຊ້ຳ; ກ້ວຍງ້າວ ຫນ່ວຍຍາວ…
ທາດ
1. (ມາຈາກຄຳປາລີວ່າ ທາສາ) ນ. ຄົນໃຊ້ຜູ່ຊາຍ, ຂ້ອຍຂ້າຜູ່ຊາຍ (ບູຮານຫມາຍເອົາຄົນທີ່ໄຖ່ມາດ້ວຍຊັບ ຫລື ພວກຊະເລີຍ) 2. (ມາຈາກ ປາລີ ວ່າ ທາຕຸ) ນ. ສິ່ງທີ່ເປັນຕົ້ນເດີມ, ສິ່ງທີ່ເປັນມູນຮາກ, ສິ່ງສຳຄັນ…
ຜາກ
ນ. ພັນໄມ້ແນວນ້ອຍໆ ທີ່ເກີດຢູ່ນຳຕົ້ນໄມ້ໃຫຍ່ ແລະອາໄສກິນອາຫານນຳຕົ້ນໄມ້ໃຫຍ່.
ຫາງເສືອ
1).ນ. ເຄື່ອງເອົາທ້າຍເຮືອໃຫຍ່, ໄມ້ຂັດທ້າຍເຮືອໃຫຍ່; 2). ນ. ຊື່ຂອງຢ່າງນຶ່ງ ສີແດງເປັນຝຸ່ນ ຫລື ເປັນກ້ອນ ໃຊ້ເຮັດຢາ ຫລື ທາສິ່ງຂອງ ເອີ້ນ ນ້ຳຫາງ
ເກ້ງ
ວ. ໃຫຍ່ (ຫມາຍຈະເພາະ ຄວາມແມ່ຕົວໃຫຍ່ໆ ເອີ້ນ ຄວາມແມ່ເກ້ງ)
ແກງ
1 ນ. ອາຫານຄາວທີ່ຕົ້ມໃສ່ນ້ຳຫລາຍໆ ຊື່ຕ່າງກັນ. 2 ນ. ຊື່ນົກແນວນຶ່ງ ຕົວໃຫຍ່ ປີກດ່າງ. 3 ນ. ຊື່ປາແນວນຶ່ງ ຕົວຄືປາຂາວ ແຕ່ໃຫຍ່ ແລະ ກົມກວ່າປາຂາວ ເປັນປາມີເກັດ.
ກະຊອນ
1 ນ. ເຄື່ອງສຳລັບຕັກອາຫານ ສານດ້ວຍລວດ ຫລືໄມ້ໄຜ່ ມີຄັນສຳລັບຈັບຕັກ, (ຕ່ອງຊອນ ກໍວ່າ ກະຕ່ອງຊອນ ກໍເອີ້ນ) 2 ນ. ແມງແນວນຶ່ງຫມົ້ນຢູ່ຕາມດິນ ຕົງນ້ອຍໆ ທີ່ວ່າ ຫນ້າມີກ້າມໃຫຍ່ ສຳລັບໃຊ້ເບີກທາງ (ແມງຊອນ ຫລື…
ກະຕາທິການ
ນ. ບຸນອັນຍິ່ງໃຫຍ່ ທີ່ທຳໄວ້ (ປ. ກຕາທິກາຣ)
ກະຕ່າຍ
1 ນ. ສັດສີ່ຕີນແນວນຶ່ງ ຫູຍາວ ເປັນສັດກິນຫຍ້າ ມີ 2 ປະເພດຄື: ກະຕ່າຍປ່າ ແລະ ກະຕ່າຍບ້ານ; ກະຕ່າຍຫມໍ້ ນ. ກະຕ່າຍແນວມີຂົນສີມຸມ ແລະຕົວໃຫຍ່. 2 ນ. ເຄື່ອງສຳລັບຂູດຫມາກພ້າວ.
ກະທ່ອມເລືອດ
ນ. ໄມ້ເຄືອແນວນຶ່ງ ບ່ອນເຫງົ້າເປັນຫົວໃຫຍ່ ໃຊ້ເປັນຢາໄດ້.
ກະບາກ
ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະຫນາດໃຫຍ່ ລຳຊື່ ແລະ ແກ່ນບໍ່ແຂງ (ໄມ້ບາກກໍວ່າ)
ກະມັນ
ນ. ປາແນວນຶ່ງ ມີເກັດ ຕົວຄືປາຂາວ ແຕ່ໃຫຍ່ ແລະ ຢູ່ນ້ຳເລິກ.
ກະລາການ້ຳ
ນ. ຊື່ນົກແນວນຶ່ງ ຕົວໃຫຍ່ ຂົນສີດຳຄ້າຍຄືກາ ຄໍຍາວ ຫາກິນທາງນ້ຳ.
ກະລຶມ
ນ. ຫວາຍ, ຫວາຍແນວເຄືອໃຫຍ່ (ຮຽກ ຫວາຍກະລຶມ ຫລື ຫວາຍກະລຶມບອງ ລາງແຫ່ງ ຮຽກວ່າ ຫວາຍກະບອງ)
ກະສາ
ນ. ນົກແນວຫນຶ່ງ ຈຳພວກກິນປາ ຕົວໃຫຍ່ ຄໍຍາວ ຂົນສີຫມົ່ນ (ນົກຄໍກ້າກ ກໍວ່າ).
ກະຫນວນ
ນ. ຕົ້ນໄມ້ແນວນຶ່ງ ໃບນ້ອຍແລະເປັນແຫລບ ເປັນຕົ້ນໄມ້ຂະຫນາດໃຫຍ່ (ປູກຄັ່ງໃສ່ໄດ້)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑