LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ:
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 19
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (19)
ກັນ
1 (ກ) ສ. ເປັນຄຳແທນຊື່ ດັ່ງຄຳວ່າ “ຄວາຍຊົນກັນ” (). ແທນຊື່ຂອງຜູ່ເວົ້າ ຫລື ເຈົ້າຂອງເອງ: “ເສື້ອຂອງກັນ”. 2 ກ. ຫ້າມ, ບັງ, ກັ້ງ, ຫວຽນອ້ອມໄວ້; ກ. ແຖ (ກັນຕີນຜົມ, ກັນຄິ້ວ). 3 ນ. ກະແຈ, ໄລຜັກຕູ:…
ກັສປະ - ກັດສະປະ
1 ນ. ເຕົ່າ (ປ. ກັຈສປ); ກັສປາວະຕານ ນ. ປາງເກີດເປັນເຕົ່າຄື ພຣະນາຣາຍລົງມາເກີດເປັນເຕົ່າ (ປ. ກັຈສປາວຕາຣ). 2 ນ. ຄຳນີ້ເປັນຊື່ບຸກຄົນສຳຄັນທາງສາສນາ ຄື: ກ/ ເປັນນາມຂອງພຣະພຸທເຈົ້າ ອົງທີ 3 ເອີ້ນວ່າ ພຣະ…
ກຳຈັດ
ກ. ໄລ່, ຂັບໄລ່ໃຫ້ຫມີໄປ (. ຂະຈັດ)
ກຸງ
1 ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະຫນາດໃຫຍ່ ໃຊ້ທຳເຄື່ອງເຮືອນໄດ້ ໃບໃຫຍ່ ຕາມຕົ້ນມີຢາງຫນຽວ. 2 ນ. ເມືອງຫລວງຂອງປະເທດ (. ກຣຸງ)
ກະໂລງ
ນ. ເຄື່ອງໃຊ້ສານດ້ວຍຕອກ ຫລື ໃບລານ ເປັນຖົງສຳລັບໃສ່ຂອງ. (.)
ກັງວົນ
ນ. ຄວາມເປັນຫ່ວງ, ຄວາມກ່ຽວຂ້ອງຢູ່ (.)
ພະຍຸ-ພະຍູ
ນ. ລົມແຮງ, ລົມແດງ, ໂຣກຮ້າຍທີ່ເກີດຂຶ້ນແກ່ຄົນ ແລະສັດ ຕາຍເທື່ອລະຫລາຍໆ (.)
ສລາ - ສະຫລາ
ນ. ໝາກພູສຳລັບຄ້ຽວ, ຂັນໝາກ (.)
ກະຍາຫານ
ນ. ເຄື່ອງກິນ, ອາຫານ (.)
ກະເບນ
ນ. ຕ່ຽວຜ້າ: (.) “ຊຸມນຶ່ງຮູບຊ້າງນ້ອຍ ແຢະຢຽດຢາຍມື ປຸນດັ່ງທັມມະຊາຕັງ ແຕ່ງກະເບນ ຈຳຈ້ອນ” (ສິນໄຊ)
ກະແທະ
ນ. ກຽນ. (. ຣະແຕະ)
ກັນຖະຊະ
ນ. ອັກສອນພວກນຶ່ງ ທີ່ມີສຽງເກີດຈາກຮູຄໍ ຄື: ອ ອາ ກ ຄ ງ (ປ.)
ກຳສວນ
ກ. ໂສກເສົ້າ, ຮ້ອງໄຫ້ (.)
ກຳເດົາ
ນ. ຄວາມຮ້ອນ, ຄວາມຮ້ອນໃນໃຈ, ຄວາມຄຶດຮອດເຫລືອທີ່ສຸດ, ຄວາມຮັກອັນຮ້ອນແຮງ (. ສະເດົາ)
ກຸໂງກ
ນ. ນົກຍູງ (.) “ຟັງສຽງ ກຸໂງກຮ້ອງຮຽງແມ່ມັດຊຸທາ” (ທ້າວຮຸ່ງທ້າວເຈືອງ)
ທຶກ
ນ. ນ້ຳ (.) ຄຳນີ້ ບາງທີອອກສຽງເປັນ ຕັ໊ກ.
ພະເຍັຍ
ນ. ດອກໄມ້, ນາງ (.)
ແວງ
1). ນ. ຫຍ້າແນວນຶ່ງຈຳພວກຜື ແຕ່ຕົ້ນນ້ອຍກວ່າຜື; 2). ວ. ຫອກ ”ຫລາຍຖັນຖ້ອງ ດາວແວງລະວັງຣາດ”; 3). ຍາວ, ແຖວ (.)
ແວງ:
1). ນ. ຫຍ້າແນວນຶ່ງຈຳພວກຜື ແຕ່ຕົ້ນນ້ອຍກວ່າຜື; 2). ວ. ຫອກ ”ຫລາຍຖັນຖ້ອງ ດາວແວງລະວັງຣາດ”; 3). ຍາວ, ແຖວ (.)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑