LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ງາມ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 19
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (19)
ກາກ່ອງ
ວ. ງາມ: “ກາກ່ອງເນື້ອ ງາມລ້ຳລູກຂອມ” (ທ້າວຮຸ່ງ ທ້າວເຈືອງ)
ກ່ອງ
1 ນ. ເຄື່ອງຫາປາຢ່າງນຶ່ງ ສານດ້ວຍປ່ານ ຫລື ຝ້າຍໃສ່ຄັນຂ້າງດຽວ ສຳລັບຕຶກເອົາປາ. 2 ນ. ພາຊະນະສຳບັລໃສ່ເຂົ້າຫນຶ້ງແລ້ວ (ເອີ້ນ ກ່ອງເຂົ້າ). 3 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຫນ່ວຍນ້ອຍມົນ ຄືຫມາກໄຟ.…
ຜ່ອງ
1 ວ. ງາມ, ສະອາດ, ບໍລິສຸດ, ຂາວ ຜ່ອງໃສ ວ. ບໍລິສຸດສະອາດ, ງາມ. 2 ກ. ເປັນຄຳຮ້ອງຂຶ້ນເມື່ອເປັນໄພ້ຫງາຍຂຶ້ນຖືກຕ້ອງກັບໃບທີ່ຖືຢູ່ໃນມື.
ວິລາດ:
ວ. ພິລາດ, ງາມ, ງາມຫນ້າຮັກ (ປ. ວິລາສ)
ກຸສົນ
ນ. ສິ່ງທີ່ດີ, ບຸນ. ວ. ຖືກຕ້ອງ, ສະອາດ, ງາມ (ປ. ກຸສລ)
ທັສນີ - ທັດສະນີ
ວ. ເປັນຕາເບິ່ງ, ງາມ (ປ. ທັສສນີຍ)
ຜົງ
1 ນ. ຝຸ່ນ, ສິ່ງທີ່ມຸ່ນ ແລະບໍ່ຕິດກັນ, ວ. ແຫ້ງບໍ່ຕິດກັນ, ອາການຂອງທີ່ເປັນປຸຍ ເປັນຍອງແລະອ່ອນຟູຂຶ້ນ (ຝ້າຍດີດຜົງ) 2 ວ. ພວມ, ກຳລັງ (ຜົງບ່າວ, ຜົງສາວ) ງາມ, ຂາວສະອາດ.
ຜົ້ງ
ວ. ງາມ, ຂາວ “ນາງກໍຝັນຂີ່ຊ້າງ ຂາວຜົ້ງຜ່ອງໃສ” (ສິນໄຊ)
ພະງາ
ວ. ງາມ.
ວັທກະ - ວັດທະກະ
ນ. ຜູ່ຈະເຣີນ, ວ. ງາມ (ປ.)
ວັທກະ - ວັດທະກະ:
ນ. ຜູ່ຈະເຣີນ, ວ. ງາມ (ປ.)
ວິມົນ
ວ. ບໍ່ມີຄວາມເສົ້າໝອງ, ບໍ່ມີບ່ອນຕິ, ໃສສະອາດ, ງາມ (ປ. ວິມະລະ)
ວິລັຍ - ວິໄລ:
ວ. ງາມ.
ສລວຍ - ສະຫລວຍ
ວ. ງາມ (ຄຳນີ້ ແປງເປັນ ສວຍລວຍ)
ສລ່າງ - ສະຫລ່າງ
ວ. ງາມ, ຫຼາຍ “ສົມບັດລົ້ນກອງມະນີນັບໂກດ ພິສລ່າງລ້ວນ ລືໄຮ້ຫ່າງແຄນ” (ສິນໄຊ)
ສວາດ - ສະຫວາດ
ວ. ງາມ, ເປີດເຜີຍ, ເບີຍເບີກດີ.
ສົມວັຍ - ສົມໄວ
ວ. ຮຸ່ນດຽວກັນ, ເກີດປີດຽວກັນ, ງາມ (ປ. ສມວຍ)
ສເລົາ - ສະເຫລົາ
ວ. ງາມ.
ໂກ້
ວ. ງາມ, ສວຍ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑