LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ມີ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 19
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (19)
ກອກ
1 ນ. ກ້ອງໃສ່ຢາເສັ້ນ ສຳລັບດູດ; 2 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ບໍ່ມີແກ່ນ ມີ 2 ແນວ ຄື: ກອກສົ້ມ ຫນ່ວຍມີຣົດ ສົ້ມຝາດ, ກອກກັນ ບໍ່ມີຫນ່ວຍ ແລະໃບອ່ອນກິນບໍ່ໄດ້; 3 ນ. ແມງແນວນຶ່ງ ຕົວຂະຫນາດໂປ້ມື ປີກແຂງ…
ກະຖິນ
1 ນ. ຕົ້ນໄມ້ແນວນຶ່ງ ມີ 2 ປະເພດ ຄື: 1. ກະຖິນບ້ານ ໃບເປັນແຫລບ ຫນ່ວຍແພບອ່ອນ ໃຊ້ເປັນອາຫານໄດ້ 2. ກະຖິນຫນາມ ຕົ້ນມີຫນາມ ດອກມົນ ສີເຫລືອງ ມີກິ່ນຫອມ. 2 ນ. ຜ້າທີ່ເອົາເຄນພິກຂຸ ຜູ່ໄດ້ຈຳວັດສາແລ້ວ. ໄມ້ກັງ…
ກະປອມ
ນ. ສັດສີ່ຕີນແນວນຶ່ງ ຈຳພວກໄຕ່ໄມ້ ມີ 3 ປະເພດ ຄື: 1. ກະປອມຂາງ ຕົວຂະຫນາດໂປ້ມື ບ່ອນກ້ານຄໍສີດຳແດງ: 2. ກະປອມໄຫມ ຕົວນ້ອຍສອງຂ້າງມີຄອງເຫລືອງຍາວ ໄປຕາມຕົວ. 3. ກະປອມປີກ ຄ້າຍຄືກະປອມຂາງ ແຕ່ມີປີກຄື ປີກບ່າງ…
ກະດອມ
ນ. ໄມ້ຈຳນວນນຶ່ງ ມີ 3 ແນວຄື: 1. ກະດອມຕົ້ນ ເປັນໄມ້ຂະຫນາດກາງ ໃບສ້ອຍ ດອກເປັນພົ້ວ ສີຂາວ 2. ກະດອມພຸ່ມ ເປັນໄມ້ພຸ່ມ ດອກສີຂາວກິ່ນຫອມ 3. ກະດອມເຄືອ ດອກສີຂາວ ຫມາກເປັນລ່ຽມ ມີລົດຂົມ.
ກະດັນງາ
ນ. ຕົ້ນໄມ້ແນວນຶ່ງ ດອກເປັນກາບສ້ອຍ ມີ 3 ກາບ ສີເຫລືອງ ກິ່ນຫອມ, ມີ 2 ແນວຄື: ກະດັນງາບ້ານ, ກະດັນງາປ່າ.
ກະຕ່າຍ
1 ນ. ສັດສີ່ຕີນແນວນຶ່ງ ຫູຍາວ ເປັນສັດກິນຫຍ້າ ມີ 2 ປະເພດຄື: ກະຕ່າຍປ່າ ແລະ ກະຕ່າຍບ້ານ; ກະຕ່າຍຫມໍ້ ນ. ກະຕ່າຍແນວມີຂົນສີມຸມ ແລະຕົວໃຫຍ່. 2 ນ. ເຄື່ອງສຳລັບຂູດຫມາກພ້າວ.
ກະສິນ
ນ. ຊື່ກຳມະຖານຫມວດນຶ່ງ ທີ່ທຳການແອບເຝິກດ້ວຍການເລັງແລ ເພື່ອທຳຈິດໃຈໃຫ້ຕັ້ງຫມັ້ນ ມີ 10 ປະການ ມີ ອາໂປກະສິນ ການເລັງແລເບິ່ງນ້ຳ ເປັນຕົ້ນ (ປ. ກສິນ)
ກະໂຊ້
1 ນ. ເຄື່ອງໃຊ້ສານດ້ວຍໄມ້ໄຜ່ ມີ 2 ຢ່າງຄື: 1. ກະໂຊ້ສະນ້ຳ ຮູບຍາວ ມີຄັນຈັບ 2. ກະໂຊ້ກວຽນ ສຳລັບປູພື້ນກວຽນ ເພື່ອຮອງສິ່ງຂອງ. 2. ນ. ຊື່ແມງແນວນຶ່ງ ຕົວນ້ອຍ ຢູ່ໃນນ້ຳ ຮູບຄືກະໂຊ້ສະນ້ຳ.
ກະໂດນ
ນ. ໄມ້ຈຳພວກນຶ່ງ ໃບ ແລະ ເປືອກມີລົດຝາດ ໃບອ່ອນໃຊ້ເປັນອາຫານໄດ້ ມີ 3 ແນວຄື: 1. ກະໂດນໂຄກ ເປັນຕົ້ນໄມ້ໃຫຍ່ 2. ກະໂດນນ້ຳ ເປັນຕົ້ນໄມ້ຂະຫນາດນ້ອຍ ແລະມັກເກີດຕາມທາມ 3. ກະໂດນເບ້ຍ ເປັນໄມ້ພຸ່ມ…
ກະກຸທະພັນ
ນ. ເຄື່ອງປະດັບຍົດຂອງເຈົ້າແຜ່ນດິນ ຕາມຂັດຕິຍະລາຊະປະເພນີ ມີ 5 ຢ່າງຄື: 1. ມຸງກຸດ 2. ພຣະຂັນ 3. ໄມ້ເທົ້າ 4. ແສ້ຈາມອນ 5. ສຸວັນນະປາທຸກາ(ເກີບຄຳ) ອີກຢ່າງຫນຶ່ງ ຄື 1. ພຣະຂັນ 2. ມຸງກຸດ 3. ເສຕສັດ 4.…
ກະຕືກ
ນ. ຕົວພະຍາດທີ່ປົນຢູ່ກັບອຸດຈາລະ ມີ 2 ແນວຄື: ກະຕືກແປ ຕົວແພບ ແລະຍາວ; ກະຕືກກົມ ຕົວກົມ ຄືຂີ້ກະເດືອນ.
ກະຣົກ - ກາລົກ
ນ. ຜູ່ທຳ, ຜູ່ເຮັດ, ຊື່ຄຳໃນໄວຍາກອນສ່ວນນຶ່ງ ເຊິ່ງກ່າວດ້ວຍຄຳເວົ້າທີ່ເຂົ້າກັບ ກິຣິຍາ ມີ 6 ຢ່າງຄື: ກັດຕຸກາຣົກ: ຜູ່ທຳເອງ, ກັມມະກາຣົກ: ຜູ່ຖືກທຳ, ກາຣະນະກາຣົກ: ເຄື່ອງທຳ, ສັມປະທານະກາຣົກ: ຜູ່ຮັບທຳ,…
ກະຮອກ
ນ. ສັດສີ່ຕີນແນວນຶ່ງ ຈຳພວກໄຕ່ໄມ້ ຕົວໃຫຍ່ກວ່າກະແຕ ມີ 3 ແນວ ຄື: 1. ກະຮອກແດງ ຂົນສີແດງ 2. ກະຮອກດ່ອນ ຂົນສີຂາວ 3. ກະຮອກດຳ ຂົນສີມຸມ ຕົວນ້ອຍ (ຮອກ ກໍເອີ້ນ)
ກັດຕິກາ
ນ. ເດືອນ 12, ດາວຣືກຫມູ່ນຶ່ງ ທີ່ເຫັນໃນລະຫວ່າງເດືອນ 12 ເຮົາເອີ້ນ ດາວໄກ່ນ້ອຍ, ດາວຫມູ່ນີ້ ມີ 6 ຫນ່ວຍ (ປ. ກັດຕິກາ)
ກຸນຊອນ
ນ. ຊ້າງ, ເລກ 8 (ເພາະຊ້າງປະຈຳທິດ ມີ 8 ພວກ), ດາວຊ້າງ (ປ. ກຸນຊຣ)
ກຸສົລກັມມະບົດ - ກຸສົນລະກຳມະບົດ
ນ. ທາງທີ່ເຮັດດີ, ທາງທີ່ເປັນບຸນ ໄດ້ແກ່ທັມຫມວດນຶ່ງ ມີ 10 ຢ່າງ ຄື: ກາຍສຸຈະຣິດ 3, ວະຈີສຸຈຣິດ 4 ແລະ ມະໂນສຸຈຣິດ 3.
ກໍ່ແຮກ
ກ. ຕັ້ງຕົ້ນໃຫມ່, ມີ ຫລື ເປັນຂຶ້ນທຳອິດ.
ທຸດົງ
ນ. ອົງຄະຄຸນ ເຄື່ອງກຳຈັດຄວາມຊົ່ວ. ຊື່ຂໍ້ວັດປະຕິບັດຂອງພິກຂຸ ມີ 13 ຢ່າງຄື ການສັນເຂົ້າເທື່ອດຽວ, ການຢູ່ປ່າຊ້າ ເປັນຕົ້ນ (ປ. ທຸຕັງຄ)
ເວທາງ - ເວທາງຄະສາດ:
ນ. ວິຊາປະກອບການ ສຶກສາພຣະເວດ ມີ 6 ຢ່າງຄື: 1). ສຶກສາວິຊາທີ່ອອກສຽງຄໍາໃນພຣະເວດໃຫ້ຖຶກຕ້ອງ. 2). ໄວຍາກອນ. 3). ສັນທະ. 4). ໂຊຍະຕິສະ ຄື ດາຣາສາດ. 5). ນິຣຸກຕິ ກຳເນີດຂອງຄຳ. 6). ກັລປະ ວິທີຈັດທຳພິທີ…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑