LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ສະ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 150
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (150)
ສເນຫາ - ສະເໜຫາ - ສະເນໂຫ - ສະເໜໂຫ
ນ. ຄວາມຮັກ, ກ. ຮັກ.
ສວິດສວອຍ - ສະຫວິດສະຫວອຍ
ກ. ສະຫລົບໄປ.
ສະລາກພັດ - ສະຫລາກພັດ
ນ. ອາຫານທີ່ເອົາເຄນນັກບວດ ໂດຍວິທີຈັບສະຫລາກເອົາ (ປ. ສລາກພັຕຕ)
ສວັດສຕິກະ - ສະຫວັດສະຕິກະ
ນ. ລາຍຍກາກະບາດເງາະລົງທາງຂວາ ໃຊ້ເປັນເຄື່ອງໝາຍມາແຕ່ບູຮານ ສັນນິຖານວ່າ ແມ່ນຮູບຕາເວັນເດີນວຽນຂວາ (ສ. ສວັສຕິກາ)
ສວັສດີ - ສະຫວັດສະດີ
ນ. ຄວາມດີ, ຄວາມງາມ, ຄວາມຮູ່ງເຮືອງ, ຄຳທັກຖາມ ໃນເວລາພໍ້ກັນ (ສ.)
ສະຣູບ/ສະຫລູບ
ກ. ໂຮມຄວາມ, ໂຮມຂໍ້ຄວາມ (ປ. ສຣູປ)
ສະເມີ - ສະເໝີ
ວ. ທໍ່ກັນ, ປານກັນ, ຮາບພຽງ, ເປັນນິດ, ບໍ່ຂາດສາຍ.
ສມອງ - ສະໝອງ
ນ. ຂອງແຫລວ ຢູ່ພາຍໃນກະໂບງຫົວມີລັກສະນະອ່ອນໆ ຫົດເປັນຟອງເປັນບ່ອນໂຮມປະສາດໃຫ້ເກີດຄວາມຮູ້ ເອີ້ນວ່າ ມັນສມອງ ຫຼື ຫົວສະໝອງ; ສະຕິປັນຍາ, ຄວາມສະຫຼາດ.
ສມອນພູ - ສະໝໍຣະພູມ
ສະໝໍລະພູມ ນ. ສະໜາມຮົບ (ປ. ສມຣພູມິ)
ສໄວ - ສະໄຫວ
1 ວ. ງາມສະພັ່ງ, ງາມສະລ້າຍ.
ເທສນາ - ເທດສະໜາ
ກ. ເທດ, ສະແດງ, ສະແດງທັມ (ປ.)
ສງວນ - ສະຫງວນ
ກ. ແພງ, ຖະໜອມ, ຫວງຫ້າມ, ຊອກຄົ້ນ (ສະຫງວນຫາ)
ສຍອງ - ສະຫຍອງ
ກ. ເຕັ້ນໄປໂດຍໄວ, ເຫາະ, ເຕັ້ນຂຶ້ນສູງ, ລຸກ, ຕັ້ງຊັນຂຶ້ນ (ໜັງຫົວພອງສະຫຍອງ ເສັ້ນຂົນລຸກ)
ສນຸກ - ສະໜຸກ
ວ. ມ່ວນ, ເບີດບານໃຈ, ສະບາຍ, ບໍ່ອຶດຢາກ.
ສມີ - ສະໝີ
(ມາຈາກ ຣັສມີ) ນ. ຣັສມີ. ແສງສະຫວ່າງ.
ສຣະ - ສະຫລະ
(ເບິ່ງ ສະຣະ)
ສລອກກອກ - ສະຫລອກກອກ
ວ. ດື້ດ້ານ ພໍໃຫ້ຢາກຫົວ (ຄົນສະຫລອກກອກ)
ສລັດ - ສະຫລັດ
1 ນ. ຜັກແນວນຶ່ງ ໃບຄືຜັກກາດ ແຕ່ບາງ ແລະສີເຫຼືອງອ່ອນ. 2 ກ. ຊິດໃຫ້ຫລຸດອອກ, ແກວ່ງໂດຍໄວ ເພື່ອໃຫ້ຫລຸດອອກ (ງົວສະຫລັດແອກ)
ສລຽວ - ສະຫລຽວ
ວ. ສະຫລາດ, ມີປັນຍາ.
ສວັນ - ສະຫວັນ
1 ນ. ເມືອງຟ້າ, ໂລກຂອງເທວະດາ (ສ. ວສຣຸຄ) 2 ນ. ສີອິດ, ສີມຸ່ຍ ເອີ້ນວ່າ ສວັນ (ສະຫວັນ).

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑