ຄຳທີ່ໃຊ້ຊອກຫາ: ສິ* ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 84 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (84) - ສິລປະການ - ສິລປະກອນ-ສິລປະກອນ - ສິລປະກັມ
- ນ. ນາຍຊ່າງສີມື, ການຊ່າງ (ສ. ສິລປກາຣ)
- ສິລປະກັມ - ສິນລະປະກຳ
- ນ. ສິ່ງທີ່ເປັນສິລປະ, ການຊ່າງ (ສ. ສິລປກັມມ)
- ສິນລະປາກອນ - ສິລປາກອນ
- ນ. ບ່ອນເກີດແຫ່ງສິລປະ (ສ. ສິລປ + ອາກຣ)
- ສິລປະວິທຍາ - ສິນລະປະວິດທະຍາ
- ນ. ຄວາມຮູ້ໃນການຊ່າງ, ສິລປະ ແລະຄວາມຮູ້ (ສ.)
- ສິລປະສາດ - ສິນລະປະສາດ
- ນ. ຕຳລາກ່າວດ້ວຍວິຊາ 18 ປະການ ຕາມຄະຕິບູຮານ ມີວິຊາເລກເປັນຕົ້ນ (ສ. ສິລປສາຕຣ)
- ສິລປິນ - ສິນລະປິນ
- ນ. ຜູ່ມີສິລປະ (ສ.)
- ສິມ (ມາຈາກ ສິມາ)
- ນ. ເຂດແດນທີ່ສົງກຳນົດໄວ້ເປັນບ່ອນປະຊຸມຂອງສົງ (ປ.)
- ສິລປະ - ສິນລະປະ
- ນ. ສີມື, ສີມືທາງຊ່າງ, ການສະແດງ [ຂໍ້ຄວາມຫາຍໄປ] ຜາກົດຢ່າງງົດງາມ ເປັນທີ່ພໍໃຈຂອງຜູ່ຟັງ ແລະ ຜູ່ເບິ່ງ (ສ.)
- ກະສິງ
- ນ. ນາງຟ້ອນ, ນາງລະຄອນ, ການຟ້ອນລຳ. (ນາງກະສິງປະດັບ ແກວ່ງແຟນເຟືອຍຟ້ອນ) (ສິນໄຊ)
- ສິວ
- ວ. ໃກ້, ແຮະ (ສິວຫົວໄປ)
- ວິຣິຍະ - ສິລິຍະ:
- ນ. ຄວາມພຽນ (ປ.)
- ວິຣິຍະ-ສິລິຍະ
- ນ. ຄວາມພຽນ (ປ.)
- ສິມນ້ຳ
- ນ. ເຂດແດນຂອງນ້ຳທີ່ສົງກຳນົດໄວ້ເປັນບ່ອນປະຊຸມ ຮຽກຕາມທາງວິນັຍວ່າ ອຸທກຸເຂປສີມາ ແປວ່າ ເຂດແດນລະຍະສາດນ້ຳ.
- ສິ່ມ
- ວ. ບໍ່ສະຫວ່າງ, ເຫງົາຊົງ, ຄ່ອຍໆໄຫຼອອກ (ເຫື່ອສຶມ)
- ທັດ
- 1. (ມາຈາກປາລີວ່າ ທະສະ) ວ. ສິບ, ຖ້ວນ, ຄົບ "ສາມສິບທັດ", ສິບທັດ. 2. ກ. ເອົາສິ່ງຂອງ ຫລື ດອກໄມ້ ເຫນັບຫູ ຫລື ຜົມເກົ້າ, ທັດດອກ ນ. ຊື່ຂົນມ້າທີ່ຢູ່ກົກ ຫູທັງສອງຂ້າງ ເອີ້ນ ຂົນທັດດອກ.
- ທາດ
- 1. (ມາຈາກຄຳປາລີວ່າ ທາສາ) ນ. ຄົນໃຊ້ຜູ່ຊາຍ, ຂ້ອຍຂ້າຜູ່ຊາຍ (ບູຮານຫມາຍເອົາຄົນທີ່ໄຖ່ມາດ້ວຍຊັບ ຫລື ພວກຊະເລີຍ) 2. (ມາຈາກ ປາລີ ວ່າ ທາຕຸ) ນ. ສິ່ງທີ່ເປັນຕົ້ນເດີມ, ສິ່ງທີ່ເປັນມູນຮາກ, ສິ່ງສຳຄັນ…
- ກຸສຣາດ - ກຸດສະຫຣາດ
- ນ. ນາມພຣະກະສັດເມືອງເປັງຈານ ພຣະຣາຊບິດາຂອງທ້າວສິນໄຊ ໃນເລື່ອງ ສິນໄຊ (ປ. ກຸສຣາຊ)
- ກຽງ
- 1 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຜົນທໍ່ຫນ່ວຍໄຂ່ໄກ່ ສຸກແລ້ວສີແດງຊ້ຳ ມີຣົດຫວານສົ້ມ. 2 ນ. ຫຍ້າ: “ແມ່ນວ່າ ສັພສິ່ງຊ້າງ ມ້າມິ່ງໃນນະຄອນ ກໍບໍ່ ກິນກຽງກັດ ຢູ່ຊົງຊະລອນງໍ້” (ສິນໄຊ). 3 ນ.…
- ກຽງຄຳ
- ນ. ຊື່ນາງກິນນະຣີ ຜູ່ເປັນມະເຫສີ ຂອງທ້າວສິນໄຊ (ໃນນິທານ ສິນໄຊ)
- ຜາຍ
- 1 ກ. ການຫວ່ານເຂົ້າປູກລົງໃນນາໂດຍບໍ່ຕ້ອງຫລົກໄປດຳເອີ້ນ ຜາຍເຂົ້າ, ຫວ່ານ “ຜາຍເງິນຄຳ ຫວ່ານທານທຸກດ້ານ” (ສິນໄຊ) 2 ກ. ກູນາ, ຊ່ອຍເຫລືອ, ອີ່ດູ (ໃຊ້ວ່າຜາຍໂຜດ ຫລື ໂຜດຜາຍ) ເດີມ, ໄປໄດ້, ບາຍເອົາ…
|