LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ເທື່ອ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 10
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (10)
ເທື່ອ
ນ. ຄັ້ງ, ຄາວ, ທີ່, ກ. ເປັນຄຳກິຣິຍານຸໂຍກປະກອບ ກັບ ກິຣິຍາບອກອະນາຄົຕການ ດັ່ງວ່າ: "ຢ່າຟ້າວໄປເທື່ອ, ຢ່າຟ້າວກິນເທື່ອ" ເປັນຕົ້ນ
ກຳລັງ
ນ. ເຫື່ອແຮງ, ໄພ່ພົນ, ພົນຮົບ; ວ. ແຂງແຮງ. ເຫມາະ, ພວມ, ພໍດີ (ກຳລັງນອນ); 2 ນ. ຮຽກຈຳນວນເທື່ອຂອງເລກທີ່ຄູນຕົວເອງວ່າ ກຳລັງ ດັ່ງ 5 ຄຸນກັນ 2 ເທື່ອ ຮຽກວ່າ 5 ກຳລັງ 2 (5X5 : 5^2)
ຫ່າ
ນ. ເທື່ອ, ຄັ້ງ, ຈຳນວນຜົນຕົກເທື່ອນຶ່ງໆ
ການ
1 ກ. ປ້ອງກັນໄວ້, ລັດບໍ່ໃຫ້ໄປໃສ, ຟັນອ້ອມຕົ້ນໄມ້ໄວ້ ເພື່ອໃຫ້ຕາຍ ຫລືເພື່ອຕັດໄປປູກໃຫມ່. “ການ” ເພື່ອຕັດໄປປູກນັ້ນ ຕ້ອງເອົາດິນຫນຽວຫຸ້ມໄວ້ ເພື່ອໃຫ້ປົ່ງຮາກ. 2 ນ. ວຽກ, ຫນ້າທີ່, ສິ່ງທີ່ເຮັດ (ປ. ກາຣ):…
ກາລະ
1 ນ. ສີດຳ, ສີຟ້າ, ແກ່ນຕາດຳ, ງູເຫົ່າຫມໍ້ (ສ.). ກາລະກັນນີ ນ. ຄວາມຈັງໄຮ, ເຄາະຮ້າຍ. ກາລະເກດ ນ. ຜູ່ມີຜົມດຳ, ຊື່ນິທານບູຮານເຣື່ອງນຶ່ງ ເອີ້ນວ່າ ຫນັງສືກາລະເກດ. ກາລະເນດ ນ. ຜູ່ມີຕາດຳ (ປ. ກາລເນຕຕາ).…
ທີ
1. ນ. ຄັ້ງ, ຄາວ, ເທື່ອ, ຊັ້ນ, ຕຳແໜ່ງ. 2. ກ. ຖາມເອົາ (ຢູ່ບໍ່ທີ ໜີຈຶ່ງຖາມ), ແຍກອອກ, ໄລ່ອອກ, ໃຫ້. 3. ນ. ພູເຂົາ, ແຜ່ນດິນ (ສ. ທຣີ) "ດອຍນັ້ນອິນແຕ່ງຕັ້ງດູເຮື້ອງຮຸ່ງເຮືອງ ທຸກປະດາຖ້ວນ…
ຜຽນ
ນ. ເທື່ອ, ຖ້ຽວ, ຄາວ, ທີ.
ສມັຍ - ສະໄໝ
ກ. ເວລາ, ຄາວ, ເທື່ອ, ຄັ້ງ (ປ. ສມຍ)
ສ້າວ
ນ. ໄມ້ຍາວໆທາງປາຍມີແງ່ມສຳລັບແໝ້ນເອົາຂອງຢູ່ສູງ, ວິທີຫຼິ້ນຢ່າງນຶ່ງ ເອົາມືຕໍ່ມືຍູ້ກັນ ເອີ້ນວ່າ ຍູ້ສາວ, ລະຍະ, ຈັງຫວະ, ຄັ້ງ, ເທື່ອ (ໄປເປັນສ້າວ)
ເວລາ:
ນ. ຄັ້ງ, ຄາວ, ສມັຍ, ເທື່ອ, ຊົ່ວໂມງ, ໂອກາດ (ປ.)

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑