LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ເພ*ງ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 8
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (8)
ກະດຽມ
ວ. ອາການທີ່ທຳໃຫ້ຂົນລຸກ, ອາການທີ່ພາໃຫ້ອາຍໃນໃຈ ຫລື ອາການທີ່ທຳໃຫ້ຢາກຫົວ ເພາະຖືກຫນິ່ງ.
ກະຖິນ
1 ນ. ຕົ້ນໄມ້ແນວນຶ່ງ ມີ 2 ປະເພດ ຄື: 1. ກະຖິນບ້ານ ໃບເປັນແຫລບ ຫນ່ວຍແພບອ່ອນ ໃຊ້ເປັນອາຫານໄດ້ 2. ກະຖິນຫນາມ ຕົ້ນມີຫນາມ ດອກມົນ ສີເຫລືອງ ມີກິ່ນຫອມ. 2 ນ. ຜ້າທີ່ເອົາເຄນພິກຂຸ ຜູ່ໄດ້ຈຳວັດສາແລ້ວ. ໄມ້ກັງ…
ກະໂຊ້
1 ນ. ເຄື່ອງໃຊ້ສານດ້ວຍໄມ້ໄຜ່ ມີ 2 ຢ່າງຄື: 1. ກະໂຊ້ສະນ້ຳ ຮູບຍາວ ມີຄັນຈັບ 2. ກະໂຊ້ກວຽນ ສຳລັບປູພື້ນກວຽນ ເພື່ອຮອງສິ່ງຂອງ. 2. ນ. ຊື່ແມງແນວນຶ່ງ ຕົວນ້ອຍ ຢູ່ໃນນ້ຳ ຮູບຄືກະໂຊ້ສະນ້ຳ.
ກົ່ງ
ກ. ທຳໃຫ້ເປັນໂຄງ, ທຳໃຫ້ສ່ວນກາງສູງຂຶ້ນ ແລະສອງສົ້ນຕ່ຳລົງ, ຂຶ້ນຫນ້າ ເພື່ອຈະຍິງ, ຂຶ້ນຣາຄາ, ບໍ່ຍອມຫລຸດຣາຄາລົງ.
ສ່ຽວ
ນ. ສະຫາຍ, ເພື່ອນຜູ່ຮັກແພງ.
ຫາກ
ກ. ເປັນກິຣິຍານຸໂຍກ ແປວ່າ ຄວນ ເພີງ ດັ່ງກ່າວວ່າ ອັນຊາວບ້ານຫາກຕິຕຽນ. ວ. ຈາກ, ແຍກອອກໄປ ດັ່ງ ຕ່າງຫາກ, ສັນ, ຖ້າ, ແມ່ນ.
ເຫືອກ
ນ. ເພດານປາກເບື້ອງເທິງ, ພື້ນປາກເບື້ອງເທິງ
ແຫ່
ກ. ອ້ອມ, ເຝົ້າ, ໄປເປັນຫມູ່, ໄປເປັນລະບຽບ ເພື່ອສົ່ງ ດັ່ງແຫ່ກະຖິນ, ໄປນຳເຈົ້ານາຍ, ແຫ່ແຫນ, ກ. ແວດລ້ອມຮັກສາ

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑