ຄຳທີ່ໃຊ້ຊອກຫາ: ແກ* ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 36 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (36) - ແກ້
- ກ. ມືຍອອກ, ທຳໃຫ້ດີຂຶ້ນ, ປ່ຽນແປງ, ທຳໃຫ້ຫາຍ, ທຳໃຫ້ຫລຸດອອກ, ຕອບຄຳຖາມທີ່ຄົນອື່ນຖາມ. ແກ້ກົນ ກ. ເຮັດຢ່າງໃດຢ່າງນຶ່ງ ເພື່ອແກ້ວິທີຂອງຜູ່ອື່ນ ຫລື ເພື່ອໃຫ້ເຂັດຢຳ ແລະໄດ້ຜົນ. ແກ້ເກີ້ ວ.…
- ແກ່ນ
- 1 ນ. ສ່ວນແຂງຂອງຕົ້ນ ຫລື ຫມາກໄມ້, ປະທານ, ຫລັກຖານ, ຫົວຫນ້າ. 2 ວ. ປະເສີດດີ, ແຂງແກ່ນແກ້ວ ນ. ແກ້ວປະເສີດ, ແກ່ນແຂງ ນ. ຫລັກຖານ, ຫມັ້ນຄົງ, ຖາວອນ (ເປັນແກ່ນແຂງ), ແກ່ນສານ ນ. ຫລັກຖານຫມັ້ນຄົງ,…
- ແກ່
- 1 ກ. ດຶງລາກໄປມາ, ດຶງໄປມາໂດຍໃຫ້ຖູພື້ນ. 2 ວ. ເຖົ້າ, ເກົ່າ, ເຫິງນານ, ເຂັ້ມ, ຫລາຍ (ສີແກ່), ໂພດ (ແກ່ເຫລົ້າ), ເຫິງ (ແກ່ວັດ) ຫລາຍ (ແກ່ວິຊາ)
- ແກ່ນຫລ້ອນ
- ນ. ໄມ້ແກ່ນທີ່ມີເປືອກ ແລະ ມອກຫລ້ອນອອກເອງ ຮຽກໄມ້ແກ່ນຫລ້ອນ, ຂອນແກ່ນຫລ້ອນ.
- ແກ
- 1 ນ. ໄມ້ເຄື່ອງເຮືອນເປັນດິ້ວ ພາດຢູ່ເທິງກອນ ສຳລັບເອົາດິນຂໍເກາະໄວ້. 2 ນ. ຕົ້ນໄມ້ແນວນຶ່ງ ຕາມຕົ້ນເປັນຕຸ່ມ ມັກເກີດຕາມທົ່ງທີ່ມີນ້ຳຖ້ວມເຖິງ (ຕົ້ນແກໃຊ້ປູກຄັ່ງໄດ້)
- ແກນ
- ນ. ໃຈກາງ, ສ່ວນທີ່ແຂງຢູ່ກາງ, ວ. ຂຶ້ນ, ຍົກຂຶ້ນໄດ້ (ຍໍແກນ)
- ແກະ
- 1 ນ. ສັດສີ່ຕີນແນວນຶ່ງຈຳພວກຄ້ຽວເອື້ອງ ຂົນຍາວ ຂົນໃຊ້ທຳຜ້າແພຫົ່ມກັນຫນາວ (ຍອງ ກໍວ່າ) 2 ກ. ຄວັດ, ໄງ້ອອກ: “ແກະກາບໄມ້ ຫາງອດງູພິດ”. 3 ກ. ທຳໃຫ້ເປັນລາຍຕ່າງກັນດ້ວຍປາຍເຫລັກແຫລມ ຫລື ປາຍມີດ.
- ແກ່ງ
- ນ. ເດີ່ນ, ສນາມ, ທົ່ງທີ່ຫວ່າງເປົ່າ, ອາກາດ, ເດີ່ນນ້ຳແປນໆ, ຫນ້ານ້ຳທີ່ຮາບພຽງ, ນ້ຳທີ່ຂຶ້ນຖ້ວມ (ຮຽກ ນ້ຳແກ່ງ)
- ແກ້ງ
- 1 ນ ຫີນທີ່ຕັ້ງຂວາມທາງນ້ຳໄຫລ, ບ່ອນມີຫີນຂວາງ; 2 ກ. ຕັ້ງໃຈທຳໃຫ້ຜິດຄວາມປະສົງເດີມ, ຕັ້ງໃຈທຳໃຫ້ຜິດໃຈ, ພິຕິ; 3 ກ. ເອົາຂອງເຊັດອຸດຈາຣະອອກຈາກກົ້ນ (ແກ້ງກົ້ນ) ຫລື ເຊັດຂີ້ມູກ.
- ແກງ
- 1 ນ. ອາຫານຄາວທີ່ຕົ້ມໃສ່ນ້ຳຫລາຍໆ ຊື່ຕ່າງກັນ. 2 ນ. ຊື່ນົກແນວນຶ່ງ ຕົວໃຫຍ່ ປີກດ່າງ. 3 ນ. ຊື່ປາແນວນຶ່ງ ຕົວຄືປາຂາວ ແຕ່ໃຫຍ່ ແລະ ກົມກວ່າປາຂາວ ເປັນປາມີເກັດ.
- ແກະລາຍ
- ກ. ຄວັດໃຫ້ເປັນລາຍຕ່າງໆດ້ວຍເຫລັກມີຄົມ.
- ແກ່ແດ່
- ວ. ພົ້ນອອກໄປສັ້ນໆ.
- ແກ້ງກົ້ນ
- ກ. ເອົາໄມ້ ຫລື ຂອງອື່ນ ເຊັດອຸດຈາຣະອອກຈາກກົ້ນໃນເວລາຖ່າຍແລ້ວ.
- ແກ້ງຂີ້ຊ້າງ
- ນ. ຊື່ການຫລິ້ນຢ່າງນຶ່ງ ເອົາໄມ້ດິ້ວຫລາຍໆອັນ ໃສ່ມືທາງຫງາຍແລ້ວໂຍນຂຶ້ນ ເອົາຫລັງມືຮັບໄວ້.
- ກາລະ
- 1 ນ. ສີດຳ, ສີຟ້າ, ແກ່ນຕາດຳ, ງູເຫົ່າຫມໍ້ (ສ.). ກາລະກັນນີ ນ. ຄວາມຈັງໄຮ, ເຄາະຮ້າຍ. ກາລະເກດ ນ. ຜູ່ມີຜົມດຳ, ຊື່ນິທານບູຮານເຣື່ອງນຶ່ງ ເອີ້ນວ່າ ຫນັງສືກາລະເກດ. ກາລະເນດ ນ. ຜູ່ມີຕາດຳ (ປ. ກາລເນຕຕາ).…
- ກຳແພງເຈັດຊັ້ນ
- ນ. ຊື່ຕົ້ນໄມ້ແນວນຶ່ງ ແກ່ນເປັນຊັ້ນໆ ໃຊ້ເຮັດຢາ; ຫວ້ານແນວນຶ່ງ ຄື ຫວ້ານກຳແພງຂາວ ເມື່ອເກີດໃຫມ່ໄດ້ 1-2 ໃບ ຫລັງໃບແດງຊ້ຳຄືສີຄັ່ງ ເມື່ອປົ່ງຫລາຍໄປແລ້ວ ຂອບຫລັງຂອງໃບ ສີຂຽວ ກາງໃບ ສີແດງອ່ອນ.…
- ສເລີຍ - ສະເຫລີຍ
- ກ. ແກ້, ແກ້ບັນຫາ.
- ໂທລາ - ໂທເລ
- ນ. ໂອ້ນຊາ, ແກວ່ງໄກວໄປມາ (ໃຊ້ໃນຄຳກອນຫມາຍເອົາຈິດໃຈທີ່ແກວ່ງໄກວ ດ້ວຍຄວາມຮັກ ດັ່ງ "ທົນທວງແຄ້ນ ໂທເລລືມເພດ") (ປ.)
- ກະຈົກ
- ນ. ແກ້ວເປັນແຜ່ນ, ແວ່ນ (ສຳລັບແຍງເບິ່ງເງົາ)
- ກະຍູງ
- ນ. ໄມ້ແນວນຶ່ງ ແກ່ນສີດຳແດງ ເປັນໄມ້ຢ່າງດີທີນຶ່ງ (ໄມ້ຍູງ ກໍວ່າ)
|