LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 33 ໜ້າທີ 1 ຈາກທັງໝົດ 2 ໜ້າ
ສົມ
1 ກ. ໂຮມກັນເຂົ້າ (ສົມເລກ), ປົນ. ວ. ພໍດີ, ຄວນ, ເໝາະ. 2 ນ. ຜູ່ສະຫງົບ, ນັກບວດ, ພິກຂຸ (ປ. ສມນ) “ພູໄຊທ້າວ ທົງຜນວດເປັນສົມ” (ສິນໄຊ)
ສົມຄວນ
ວ. ເໝາະດີ.
ສົມຄະເນ
ວ. ພໍດີຕາມທີ່ກະໄວ.
ສົມຄົບ
ກ. ຮ່ວມກັນ, ເປັນໃຈນຳກັນ.
ສົມຈິງ
ວ. ຄວນຖືໄວວ່າແມ່ນຈິງ.
ສົມຍອມ
ກ. ຍິນດີໃຫ້, ຍອມຍິນດີ, ຕົກລົງໃຈນຳກັນ.
ສົມທົບ
ວ. ໂຮມເຂົ້ານຳກັນ, ໂຮມກັນ.
ສົມນ້ຳສົມຕ່ອນ
ວ. ສົມພໍດີກັນ, ພໍດີກັບເຮັດຢ່າງນັ້ນ.
ສົມນ້ຳໜ້າ
ວ. ເປັນຄຳຫຍໍ້ຫຍັນວ່າ ຄວນທີ່ໄດ້ຮັບຜົນຮ້າຍຢ່າງນັ້ນ.
ສົມບັດ
ນ. ຄວາມເຖິງພ້ອມ, ເງິນຄຳເຂົ້າຂອງ (ປ. ສັມປັຕຕິ)
ສົມບູນ
ວ. ເຕັມພ້ອມ, ມີທຸກຢ່າງ (ປ. ສັມປຸນນ)
ສົມປະກອບ
ວ. ພໍດີກັນ.
ສົມຜຸດ
ນ. ເປັນຄຳໃຊ້ຈຳເພາະໃນທາງໂຫຣາສາດ ໝາຍເອົາການໄລ່ເລກທີ່ກ່ຽວກັບໂລກ ແລະດາວນົພເຄາະຮ່ວມກັນ (ສຳຜຸດ ກໍວ່າ)
ສົມພາດ
ນ. ການຢູ່ຮ່ວມ, ການເສບປະເວນີ (ປ. ສໍ + ວິຊ)
ສົມພານ
ນ. ບຸນທີ່ໄດ້ຫອມຫັບໄວ້ແຕ່ຊາດກ່ອນ (ປ. ສັມພາຣ)
ສົມພື້ນ
(ເບິ່ງ ສົມນ້ຳໜ້າ)
ສົມພົງ
ນ. ການຮ່ວມວົງສະກຸນ, ວິທີເຮັດເລກວ່າຍິງຊາຍຈະຮ່ວມເປັນຜົວເມຍກັນໄດ້ຫຼືບໍ່?
ສົມພົບ
ນ. ການເກີດ (ປ. ສັມພວ)
ສົມມຸດ
ກ. ຕົກລົງກັນ, ບັນຍັດຂຶ້ນ, ຕັ້ງຂຶ້ນ. ນ. ການກຳນົດຕັ້ງຂຶ້ນ, ການເຫັນດີພ້ອມກັນຕັ້ງຂຶ້ນ, ຄວາມຍິນດີນຳກັນ (ປ. ສັມມຕິ)
ສົມຣົດ - ສົມລົດ
ນ. ການແຕ່ງດອງ (ປ. ສໍ+ຣສ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑