LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ໄກ ໄທ ໄວ ໄຫ
ຜົນການຊອກຫາ: 6 ໜ້າທີ 1 ຈາກທັງໝົດ 1 ໜ້າ
ໄກ
1 ວ. ຫ່າງ, ຍາວ, ເຫິງ, ບໍ່ໃກ້, ກົງກັນຂ້າມກັບໃກ້. 2 ນ. ເດືອຍ ຫລື ບ່ອນລັ່ນຂອງອາວຸດ ຫລື ເຄື່ອງຈັກ.
ໄກລາດ
ນ. ຊື່ພູຍອດນຶ່ງ ຢູ່ແຖວພູຫິມາລັຍ ວ່າມີສີຂາວ ຄື ເງິນຍວງ ເປັນຍອດສູງສຸດ ຢູ່ທາງເຫນືອທະເລສາບມານັສ. ຕາມນິຍາມວ່າ ເປັນບ່ອນຢູ່ຂອງທ້າວກຸເວນ ຜູ່ເປັນເຈົ້າແຫ່ງຍັກ (ສ. ເກລາສ)
ໄກສອນ
1 ນ. ລະອອງຂອງດອກໄມ້ (ປ. ເກສຣ) 2 ນ. ຣາຊສີ (ສ. ເກສຣ)
ໄກສີ
ນ. ຣາຊສີ (ສ. ເກສຣີ)
ໄກ່
ນ. ສັດມີປີກຈຳພວກນຶ່ງ ຕາມທຳມະດາເປັນສັດລ້ຽງ ແລະມີຫລາຍແນວ ຄື: ໄກ່ແກ້ວ ນ. ໄກ່ທີ່ມີຂົນສີຂາວ; ໄກ່ກຸ້ມ ນ. ໄກ່ທີ່ມີຂົນຫາງສັ້ນໆ; ໄກ່ຂົວ ນ. ໄກ່ປາແນວຂົນລາຍງາມ ມີຂົນເປັນຫອນຄືນົກຍູງ; ໄກ່ງວງ ນ. More…
ໄກ້
ນ. ສັດສີ່ຕີນແນວນຶ່ງ ຈຳພວກຄ້ຽວເອື້ອງ ຕົວທໍ່ກະຕ່າຍ ແຕ່ຮູບຮ່າງຄືຟານ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑