LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 67 ໜ້າທີ 1 ຈາກທັງໝົດ 4 ໜ້າ
ກາ
1 ນ. ສັດມີປີກຈຳພວກນຶ່ງ ຂົນສີດຳ ຮ້ອງກາໆ. 2 ນ. ຊື່ເຄື່ອງຫມາຍຮູບ (+) ເຊິ່ງຕັດມາຈາກຄຳວ່າ ກາກະປາທະ (ຕີນກາ) 3 ນ. ຫມໍ້ສຳລັບຕົ້ມນ້ຳ ຫລື ໃສ່ນ້ຳ ທີ່ມີໂຄ້ຍສຳລັບໃຫ້ນ້ຳໄຫລອອກທາງນັ້ນ (ເອີ້ນ ຫມໍ້ກາ) 4 ກ. More…
ກາກ
ນ. ເມັດເຂົ້າເປືອກ ທີ່ປົນຢູ່ກັບເຂົ້າສານ, ເສດຂອງທີ່ຄັດເອົາແຕ່ສ່ວນດີອອກແລ້ວ ດັ່ງ: ກາກອ້ອຍ; ພະຍາດແນວນຶ່ງ ເປັນຕາມຜິວຫນັງ ມີອາການຄັນ (ເອີ້ນ ຂີ້ກາກ)
ກາກະທິງ
ນ. ຊື່ຕົ້ນໄມ້ແນວນຶ່ງ.
ກາກະນິກ
ນ. ມາດຕາເງິນອິນເດຍບູຮານ ມີຄ່າທໍ່ກັບກ້ອນຊີ້ນ ພໍກາຄາບໄປໄດ້. (ປ.)
ກາກະບາດ
ນ. ຕີນຂອງກາ, ເຄື່ອງຫມາຍຮູບ (+) ນີ້ (ປ. ກາກປາທ)
ກາກະເລົາ
ນ. ຕົ້ນໄມ້ແນວນຶ່ງ ດອກສີມຸ່ຍ ແລະ ເປັນດອກໃນລະດູຝົນ, ຕົ້ນແລະໃບ ຄືຕົ້ນເປືອຍ.
ກາກີ
1 ນ. ກາຕົວແມ່. 2 ສີຢ່າງນຶ່ງ ເປັນສີຂຽວເມີ້ນ ຫລື ໃບໄມ້ແຫ້ງ ເອີ້ນວ່າ ສີກາກີ (ປ. ກາກີ)
ກາກ່ອງ
ວ. ງາມ: “ກາກ່ອງເນື້ອ ງາມລ້ຳລູກຂອມ” (ທ້າວຮຸ່ງ ທ້າວເຈືອງ)
ກາງ
1 ນ. ຊື່ພະຍາດແນວນຶ່ງ ເປັນຕຸ່ມເປື່ອຍ ເກີດຕາມປາກ ຫລື ຮ່າງກາຍ; 2 ກ. ພືອອກ, ຈ່າງອອກ, ຕັນໄວ້, ລັດໄວ້; 3 ນ. ສ່ວນຢູ່ເຄິ່ງ, ສ່ວນທີ່ບໍ່ຂ້ອນໄປທາງໃດທາງນຶ່ງ, ພາຍໃນ, ລະຫວ່າງ, ທີ່ໂຮມ (ສູນກາງການສຶກສາ) More…
ກາງກາດ
ນ. ກາງຕລາດ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄຊ)
ກາງຂອງ
ນ. ຊື່ຕົ້ນໄມ້ແນວນຶ່ງ ມັກເປັນດອກໃນຣະດູເດືອນ 11 ດອກມີກິ່ນຫອມ ແຫ້ງແລ້ວໃຊ້ຜະສົມຢາດູດ.
ກາງຄືນ
ນ. ເວລາແຕ່ຄ່ຳໄປຫາແຈ້ງ.
ກາງຄົນ
ວ. ມີອາຍຸຢູ່ໃນລະຫວ່າງກາງ ບໍ່ຫນຸ່ມ ບໍ່ແກ່.
ກາງດິນ
ນ. ທີ່ນອກຮົ່ມ (ນອນກາງດິນ ກິນກາງຫຍ້າ)
ກາງຫາວ
ນ. ກາງອາກາດ, ຟ້າ.
ກາງເກົ່າກາງໃຫມ່
ວ. ບໍ່ເກົ່າ ບໍ່ໃຫມ່.
ກາງເຂນ
ນ. ຮູບໄມ້ຕີນກາ ເປັນເຄື່ອງນັບຖືແທນພຣະເຍຊູ ຂອງພວກຖືສາສນາຄຣິສຕັງ.
ກາງເວັນ
ນ. ເວລາຕັ້ງແຕ່ເຊົ້າ ໄປຫາຄ່ຳ.
ກາງແກ
ນ. ນົກແນວນຶ່ງ ຕົວຄືນົກເຂົາ (ສ່ວນຫລາຍ ເປັນນົກຄົນລ້ຽງ)
ກາງແກ່
ວ. ໂພດ, ເຫລືອ, ກະດໍ້ກະເດັ້ຍ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑