LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 41 ໜ້າທີ 1 ຈາກທັງໝົດ 3 ໜ້າ
ກຸ
ວ. ອ້ວນ, ພີ, ຫນ້າຮັກ, ພີແລະຕ່ຳ (ມາຈາກ ຈຸກຸ)
ກຸກ - ກຸກໆ
ກ. ອາການທີ່ແມ່ໄກ່ແມ່ຮ້ອງຫາລູກ; ອຸ. ສຽງໄກ່ແມ່ຮ້ອງເອົາລູກ.
ກຸກກຸຕີ
ນ. ໄກ່ແມ່ (ປ.)
ກຸກກຸໂຕ
ນ. ໄກ່ຜູ້ (ປ.) (ຄຳນີ້ ລາວເຮົາອອກສຽງວ່າ ກຸດໂຕ)
ກຸງ
1 ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະຫນາດໃຫຍ່ ໃຊ້ທຳເຄື່ອງເຮືອນໄດ້ ໃບໃຫຍ່ ຕາມຕົ້ນມີຢາງຫນຽວ. 2 ນ. ເມືອງຫລວງຂອງປະເທດ (ຂ. ກຣຸງ)
ກຸຍ
ສ. ກິ່ນເຫມັນຢ່າງນຶ່ງ.
ກຸຍເຮັງ
ນ. ເສື້ອຊັ້ນນອກແບບຈີນ (ຈ.)
ກຸດ
1 ນ. ແມ່ນ້ຳທີ່ບໍ່ມີທາງນ້ຳໄຫລ, ຫນອງຍາວ. 2 ກ. ຂາດອອກ, ຕັດໃຫ້ຂາດ; ວ. ຂາດ, ສັ້ນ, ກ້ອມ.
ກຸດັງ
ນ. ບ່ອນມ້ຽນຂອງ, ເຮືອນສຳລັບໃສ່ຂອງ (ຝ.)
ກຸດີ
(ເບິ່ງ ກະດີ)
ກຸດຸມພີ
(ເບິ່ງ ກະດຸມພີ)
ກຸນ
ນ. ຫມູ, ຊື່ປີທີ 12 ເອີ້ນປີກຸນ.
ກຸນຊອນ
ນ. ຊ້າງ, ເລກ 8 (ເພາະຊ້າງປະຈຳທິດ ມີ 8 ພວກ), ດາວຊ້າງ (ປ. ກຸນຊຣ)
ກຸນຊະໂຣ
(ເບິ່ງ ກຸນຊອນ)
ກຸນທົນ
ນ. ຕຸ້ມຫູ, ຕ້າງ (ຄຳນີ້ ເຮົາໃຊ້ວ່າ ກົນທົນ: ໃສ່ກົນທົນຕ້າງແກ້ວ) (ປ. ກຸລທລ)
ກຸນແຈ
(ເບິ່ງ ກະແຈ)
ກຸນໂທ
ນ. ນ້ຳເຕົ້າ (ເຕົ້ານ້ຳ), ຄັນໂທນ້ຳ (ປ.)
ກຸມຸທະ
ນ. ດອກບົວຂາວ, ເງິນ, ຈຳນວນນັບທໍ່ກັບ 10.000.000 ກຳລັງ 15 ຫລື ເລກ 1 ມີສູນຕາມຫລັງ 105 ຕົວ (ປ.)
ກຸມຸທະວັນ
ນ. ປ່າດອກບົວ (ປ.)
ກຸຣຸ - ກຸລຸ
ນ. ຊື່ປະຊາຊົນຊາວອິນເດຍພວກນຶ່ງ (ປ.)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑