LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຫອ ຫະ ຫັ ຫາ ຫຳ ຫິ ຫີ ຫຶ ຫື ຫຸ ຫູ ຫົ ຫ່ ຫ້ ຫໍ
ຜົນການຊອກຫາ: 94 ໜ້າທີ 1 ຈາກທັງໝົດ 5 ໜ້າ
ພຍັນຊະນະຕົວທີ່ 25 ເປັນພວກອັກສອນສູງ ໃຊ້ເປັນຕົວສະກົດບໍ່ໄດ້ ແຕ່ ຫ ໃຊ້ປະສົມອັກສອນຕ່ຳ 7 ຕົວ ຄື: ງ ຍ ນ ມ ຣ ລ ວ ໃຫ້ເປັນອັກສອນສູງໄດ້ ດັ່ງ: ຫງ ຫຍ ຫນ ຫມ ຫຣ ຫລ ຫວ
ຫອກ
ນ. ເຄື່ອງມືຢ່າງນຶ່ງເຮັດດ້ວຍເຫລັກ ປາຍແຫລມ ໃສ່ດ້າມຍາວ ໃຊ້ສຳລັບແທງ ຮຽກຊື່ຕ່າງໆ ຄື ຫອກໂຈກ, ຫອກຍອຍ
ຫະທັຍ - ຫະໄທ
ນ. ຫົວໃຈ (ປ. ຫະທະຍະ)
ຫະຣິ - ຫິລິ
ນ. ຄວາມອາຍ, ຄວາມອາຍຕໍ່ບາບ (ປ.)
ຫະຣຶທັຍ - ຫະລຶໄທ
ນ. ຫົວໃຈ (ສ.)
ຫັກ
ກ. ພັບ ຫລື ງໍເຂົ້າ ເພື່ອໃຫ້ຂາດຈາກກັນ, ທົບຕ່າວ ຫລ ຫລົບຄືນ, ຫັກມຸກ ນ. ຊື່ກ້ວຍອນວນຶ່ງ ຫນ່ວຍມຸກ ແລະ ສັ້ນ. ຫັກຣາຄາ ກ. ລົດຣາຄາໃຫ້ຫນ້ອຍລົງ.
ຫັກຫນ້າ
ກ. ເຮັດໃຫ້ອາຍ, ຫັກຫລັງ ກ. ປິ້ນເອົາດີແຕ່ໂຕ ໃຫ້ຮ້າຍແກ່ຜູ່ອື່ນທີ່ໄດ້ຮ່ວມຄຶດນຳກັນມາ, ຫັກຫານ ກ. ຫັກເອົາດ້ວຍຄວາມກ້າ, ກ້າຫານ
ຫັງສະ
ນ. ຫົງ (ປ.)
ຫາ
ກ. ຊອກ, ສືບ, ຄົ້ນ, ສແວງ, ພຍາຍາມໃຫ້ພໍ້, ເຫັນ, ຢາມ, ດັ່ງ ໄປຫາ ມາຫາ
ຫາກ
ກ. ເປັນກິຣິຍານຸໂຍກ ແປວ່າ ຄວນ ເພີງ ດັ່ງກ່າວວ່າ ອັນຊາວບ້ານຫາກຕິຕຽນ. ວ. ຈາກ, ແຍກອອກໄປ ດັ່ງ ຕ່າງຫາກ, ສັນ, ຖ້າ, ແມ່ນ.
ຫາງ
1). ນ. ສ່ວນທ້າຍແຫ່ງລຳຄີງຂອງສັດ ຕໍ່ກົ້ນອອກໄປ, ຂົນແຫ່ງສັດຈຳພວກນົກ ທີ່ຢູ່ສ່ວນກົ້ນ, 2). ສ່ວນຍາວທີ່ຕໍ່ລຳຄີງອອກໄປ ດັ່ງ ຫາງບັ້ງໄຟ, ຫາງໂຕຫນັງສື, ສ່ວນເສດທີ່ເອົາຂອງດີອອກ ແລ້ວ ດັ່ງ ຫາງກະທິ
ຫາງເສືອ
1).ນ. ເຄື່ອງເອົາທ້າຍເຮືອໃຫຍ່, ໄມ້ຂັດທ້າຍເຮືອໃຫຍ່; 2). ນ. ຊື່ຂອງຢ່າງນຶ່ງ ສີແດງເປັນຝຸ່ນ ຫລື ເປັນກ້ອນ ໃຊ້ເຮັດຢາ ຫລື ທາສິ່ງຂອງ ເອີ້ນ ນ້ຳຫາງ
ຫາຍນະ - ຫາຍະນະ
ນ. ຄວາມເສື່ອມສູນ, ຄວາມຈິບຫາຍ (ປ. ຫາຍນະ)
ຫາລື
ກ. ຂໍຄວາມເຫັນ ຫລື ຄວາມຮູ້ນຳຜູ່ອື່ນ
ຫຳ
ນ. ອະວັຍວະບ່ອນລັບບັງຂອງສ່ວນນຶ່ງຂອງຊາຍ ແລະ ສັດຕົວຜູ້
ຫຳມັນ
ນ. ຫົວມັນທີ່ເປັນຢູ່ກັບເຄືອ ລັກສນະມົນໆຄືຫຳ
ຫຳຫມາກມີ້
ນ. ຫນ່ວຍຫມາກມີ້ນ້ອຍ ທີ່ຈະບໍ່ໃຫຍ່ຕາມທຳມະດາ
ຫິຕະ
ນ. ປະໂຍກ, ຄວາມອຸດຫນູນຊ່ວຍເຫລືອ (ປ.)
ຫິຕະນຸຫິຕະປໂຍດ - ຫິຕະນຸຫິຕະປະໂຫຍດ
ນ. ປໂຍດນ້ອຍໃຫຍ່ທັງຫລາຍ (ປ.)
ຫິມະ
ນ. ຫມອກ, ຄວາມຫນາວ, ຄວາມເຢັນ, ຣະດູຫນາວ (ປ.)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑