LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ເກ ເທ ເຜ ເວ ເສ ເຫ
ຜົນການຊອກຫາ: 39 ໜ້າທີ 1 ຈາກທັງໝົດ 2 ໜ້າ
ເທ
ກ. ຖອກ
ເທດ
1. ນ. ບ້ານເມືອງ, ປະເທດ, ທ້ອງທີ່, ທີ່: ວ. ຕ່າງປະເທດ (ປ.ເທສ) 2. ກ. ສະແດງທັມ, ສັ່ງສອນ (ປ. ເທສນ)
ເທພາ
ນ. ເທວະດາ (ປ. ເທວ)
ເທພີ
(ເບິ່ງ ເທວີ)
ເທວະ
ນ. ເທວະດາ, ຜູ່ປະເສີດ (ປ.)
ເທວະທັມ - ເທວະທຳ
ນ. ທັມຂອງເທວະດາ, ທັມຂອງຜູ່ປະເສີດ ຄື ຫິຣິ: ຄວາມອາຍບາບ, ໂອດຕັບປະ: ຄວາມຢ້ານບາບ.
ເທວະທິດາ
ນ. ນາງຟ້າ.
ເທວະທູດ
ນ. ຄະຕິແຫ່ງທັມມະດາ ສາມປະການ ຄື: ຄວາມແກ່ ຄວາມເຈັບ ຄວາມຕາຍ (ປ. ເທວທູຕ)
ເທວະນາຄຣີ
ນ. ຊື່ອັກສອນທີ່ໃຊ້ຂຽນພາສາ ສັນສະກຣິດ
ເທວະສະຖານ
ນ. ບ່ອນຢູ່ເທວະດາ.
ເທວະຫັນ
ນ. ເທວະດາໃສ່ໂທດ (ປ. ເທວທັນທ)
ເທວາ
ນ. ເທວະດາ
ເທວາຄານ
ນ. ຫໍຜີ (ປ. ເທວາຄາຣ)
ເທວາລັຍ - ເທວາໄລ
ນ. ບ່ອນຢູ່ເທວະດາ, ສະຫວັນ (ສ.)
ເທວິນ
ນ. ຫົວຫນ້າເທວະດາ (ປ. ເທວິນທ)
ເທວີ
ນ. ນາງພຣະຍາ, ນາງກະສັດ (ປ.)
ເທສການ - ເທດສະການ
ນ. ເວລາກຳນົດໄວ້ ເປັນປະເພນີເຮັດບຸນ (ປ. ເທສກາລ)
ເທສນາ - ເທດສະໜາ
ກ. ເທດ, ສະແດງ, ສະແດງທັມ (ປ.)
ເທສບານ - ເທດສະບານ
ນ. ລາດຊະການບໍລິຫານ ສ່ວນທ້ອງທີ່, ແຂວງກຳແພງ (ປ. ເທສປາລ)
ເທສມຸນຕີ - ເທດສະມຸນຕີ
ນ. ຜູ່ບໍຣິຫານການງານໃນເທສບານ
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑