LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 2 ຈາກທັງໝົດ 18 ໜ້າ
ກະຈິ້ນ
ນ. ສັດສີ່ຕີນແນວຫນຶ່ງ ຈຳພວກໄຕ່ໄມ້ ຕົວນ້ອຍຂະຫນາດກະແຕ ຫນ້າແຫລມ.
ກະຈົກ
ນ. ແກ້ວເປັນແຜ່ນ, ແວ່ນ (ສຳລັບແຍງເບິ່ງເງົາ)
ກະຈົນ
ນ. ຊື່ປາເກັດແນວຫນຶ່ງ ຕົວກົມຄືປາຄໍ່ ເກັດສີມຸມ ຫົວນ້ອຍ.
ກະຈ່າງ
ວ. ແຈ້ງ, ສວ່າງ.
ກະຈ້ອນ
ນ. ສັດສີ່ຕີນແນວຫນຶ່ງ ຈຳພວກໄຕ່ໄມ້ ຕົວຂະຫນາດກະແຕ ຂົນສີຮູຍ.
ກະຊວງ
ນ. ສະຖານທີ່ທຳລາດຊະການຂອງລັດຖະບານ ອັນເປັນບ່ອນໂຮມກິດຈະການຂອງປະເທດ ສ່ວນນຶ່ງໆ ເຊິ່ງມີຫົວຫນ້າເປັນລັດຖະມົນຕີ.
ກະຊອນ
1 ນ. ເຄື່ອງສຳລັບຕັກອາຫານ ສານດ້ວຍລວດ ຫລືໄມ້ໄຜ່ ມີຄັນສຳລັບຈັບຕັກ, (ຕ່ອງຊອນ ກໍວ່າ ກະຕ່ອງຊອນ ກໍເອີ້ນ) 2 ນ. ແມງແນວນຶ່ງຫມົ້ນຢູ່ຕາມດິນ ຕົງນ້ອຍໆ ທີ່ວ່າ ຫນ້າມີກ້າມໃຫຍ່ ສຳລັບໃຊ້ເບີກທາງ (ແມງຊອນ ຫລື More…
ກະຊະ
ນ. ໄມ້ໄຜ່ປ່າແນວນຶ່ງ ມັກເກີດຕາມແຄມນ້ຳ.
ກະຊັກ
ນ. ຊື່ພູຫນ່ວຍນຶ່ງ ໃນແຂວງຫລວງພຣະບາງ ເຊິ່ງລາວເທິງພວກນຶ່ງອາໄສຢູ່ເທິ່ງພູນີ້ ເອີ້ນວ່າ ພູກະຊັກ.
ກະຊັງ
ກ. ຟ້າວຕື່ນ ໃນຂະນະທີ່ກຳລັງຝັນ: “ລາຕີຂ້ອນ ເລີຍກະຊັງສະດຸ້ງຕື່ນ”
ກະຊາກ
ກ. ດຶງມາໂດຍແຮງ, ຊາກມາ.
ກະຊາຍ
ນ. ຜັກແນວນຶ່ງ ຈຳນວນຫວ້ານ ມີກິ່ນຫອມ ຫົວແລະຮາກໃຊ້ເປັນອາຫານໄດ້.
ກະຊາມ
ວ. ກະເທີນ, ເຖິງຍາມ: “ເດືອນສິບສອງມາຮອດແລ້ວ ພໍກະຊາມໄຂ້ສັ່ນ ປີນີ້ເດືອນຍີ່ມາແລ່ນຮ້ອນ ເດືອນຫ້າຕ່າວຫນາວ” (ຄຳກອນບູຮານ)
ກະຊິບ - ກະຊິບກະຊາບ
ກ. ເວົ້າຄ່ອຍໆໃກ້ຫູ ສ່ຳ ຫລື ສຶ່ມໃສ່ຫູ ວ. ອາການເວົ້າຄ່ອຍໆ ແລະຟ້າວ.
ກະຊ້າ
ນ. ພາຊະນະ ສານດ້ວຍໄມ້ໄຜ່ ຫລື ຂອງອື່ນ ສຳລັບໃສ່ສິ່ງຂອງ; “ຈວງຈັນຫລ້າງ ຂອງແພງທາງເທດ ສັງຊິມາຄວ່າຫ້ອຍ ຫູກະຊ້າທ່ຽວຂາຍ” (ຄຳກອນບູຮານ)
ກະຍອມ
ນ. ໄມ້ແນວນຶ່ງແກ່ນແຂງຄືໄມ້ແຄນ ດອກເປັນພົ້ວສີຂາວ ກິ່ນຫອມ ເປັນດອກໃນລະດູເດືອນສາມ ເດືອນສີ່.
ກະຍັງ
ນ. ເຄື່ອງໃຊ້ສານດ້ວຍຕອກ ຫລື ຫວາຍ ຄືຮູບກະບຸງ ແຕ່ສູງ ແລະມີສາຍພາຍ (ເປັນເຄື່ອງໃຊ້ຂອງພວກລາວເທິງ)
ກະຍາຫານ
ນ. ເຄື່ອງກິນ, ອາຫານ (ຂ.)
ກະຍູງ
ນ. ໄມ້ແນວນຶ່ງ ແກ່ນສີດຳແດງ ເປັນໄມ້ຢ່າງດີທີນຶ່ງ (ໄມ້ຍູງ ກໍວ່າ)
ກະຍ່າ
ນ. ຜັກແນວນຶ່ງ ກິ່ນຂິວ ໃບສ້ອຍ ຕາມກ້ານແລະຕົ້ນ ມີຫນາມ (ກ້ານຍ່າ ຫລື ກ້ານຫຍ້າ ກໍເອີ້ນ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑