LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 67 ໜ້າທີ 2 ຈາກທັງໝົດ 4 ໜ້າ
ກາງແກ່ງ
ນ. ກາງເດີ່ນ, ບ່ອນແປນ.
ກາງແຈ້ງ
ນ. ທີ່ນອກຮົ່ມ, ທີ່ບໍ່ມີແນວມຸງ.
ກາຈັບເຫລັກ
ນ. ຊື່ວິທີການທວາຍຢ່າງນຶ່ງ ສຳລັບທວາຍເບິ່ງຂອງເສຍ ຕາມແບບບູຮານ ທີ່ເຄີຍຖືກັນມາ ມີຢູ່ 3 ຄຳ ຄື: ກາຈັບເຫລັກ, ໄມ້ຫັກທັບທາງ, ນົກຍາງບິນຫນີ; ວິທີຈະທວາຍ ໃຫ້ໄລ່ຕາມວັນຂຶ້ນແຮມ ຈົນເຖິງວັນຂອງເສຍ.
ກາຊາດ
(ມາຈາກ ກາກະບາດຊາດ) ນ. ເຄື່ອງຫມາຍຮູບຕີນກາສີແດງ, ເປັນເຄື່ອງຫມາຍສະເພາະການກຸສົນ ມີທຸກປະເທດ ເອີ້ນວ່າ ສະພາກາຊາດ ເປັນບ່ອນທີ່ປິ່ນປົວຄົນເຈັບ; ເຄື່ອງຫມາຍໂຮງພະຍາບານ.
ກາຍ
1 ນ. ຕົນຕົວ, ຮ່າງຄີງ, ລຳຕົ້ນ, ຫມູ່ພວກ, ຫມວດ (ປ. ກາຍ). 2 ກ. ຜ່ານໄປມາ, ເລື່ອນ, ປ່ຽນແປງ, ກັບເກີດ.
ກາຍກັມ - ກາຍຍະກຳ
ນ. ການທຳດ້ວຍກາຍ, ການຫັດກາຍ (ປ.)
ກາຍທະວານ - ກາຍຍະທະວານ
ນ. ທາງກາຍ (ປ. ກາຍທວາຣ)
ກາຍບໍຣິຫານ - ກາຍຍະບໍລິຫານ
ນ. ການຫັດແຮງ, ການຮັກສາຮ່າງກາຍໃຫ້ແຂງແຮງ (ປ. ກາຍປຣິຫາຣ)
ກາຍພັນ
ນ. ຜ້າມັດແອວ (ປ. ກາຍພັນທ)
ກາຍສິດ - ກາຍຍະສິດ
ນ. ສິ່ງທີ່ມີຣິດສຳເຣັດໃນຕົວເອງ (ປ. ກາຍສິທທິ)
ກາຍາ - ກາໂຍ
ນ. ຮ່າງກາຍ (ເບິ່ງ ກາຍ ດ້ວຍ) ຊື່ຫນັງສືນິທານເຣື່ອງນຶ່ງ ເອີ້ນວ່າ ຫນັງສືກາດຳ.
ກາດ
1 ນ. ຜັກແນວນຶ່ງ ໃຊ້ຫົວແລະໃບເປັນອາຫານ. 2 ກ. ປູລຽນກັນໄປ (ກາດແປ້ນ), ລັກເບິ່ງ, ສະກັດເບິ່ງ (ກາດເບິ່ງຮອຍ). 3 ວ. ກ້າ, ເກັ່ງ. 4 ນ. ຕລາດ: “ກູນີ້ ມິໃຊ່ສາມານເຊື້ອ ຍິງເກກາງກາດ” (ສິນໄຊ)
ກາດນາ
ນ. ຜັກກາດແນວນຶ່ງ ຕົ້ນແລະໃບຄືຜັກກາດທຳມະດາ ແຕ່ໃບຫນາ ແລະສີຂຽວແກ່ (ຈ. ຄະນ້າ)
ການ
1 ກ. ປ້ອງກັນໄວ້, ລັດບໍ່ໃຫ້ໄປໃສ, ຟັນອ້ອມຕົ້ນໄມ້ໄວ້ ເພື່ອໃຫ້ຕາຍ ຫລືເພື່ອຕັດໄປປູກໃຫມ່. “ການ” ເພື່ອຕັດໄປປູກນັ້ນ ຕ້ອງເອົາດິນຫນຽວຫຸ້ມໄວ້ ເພື່ອໃຫ້ປົ່ງຮາກ. 2 ນ. ວຽກ, ຫນ້າທີ່, ສິ່ງທີ່ເຮັດ (ປ. ກາຣ): More…
ການຄັງ
ນ. ການເງິນຂອງປະເທດ.
ການຈອນ
ນ. ວຽກທີ່ເກີດຂຶ້ນ ໂດຍບໍ່ໄດ້ກະໄວ້ລ່ວງຫນ້າ (ປ. ກາຣຈຣ)
ການຈະນາ
ນ. ຄຳ, ເງິນ, ສົມບັດ; ການຈະນະຄິຣີ ນ. ພູຄຳ (ສ.)
ການບ້ານ
ນ. ວຽກບ້ານ.
ການເມືອງ
ນ. ວຽກທີ່ກ່ຽວກັບປະເທດຊາດ ມີຄື 1 ວຽກທີ່ກ່ຽວກັບຣັດຖະ ຫລື ແຜ່ນດິນ ດັ່ງວິຊາການເມືອງ ແມ່ນວິຊາທີ່ກ່ຽວກັບຣັດຖະ, ການຈັດສ່ວນແຫ່ງຣັດຖະອອກເປັນແຂວງ ແລະ ການດຳເນີນແຫ່ງຣັດຖະ. 2 ການບໍຣິຫານປະເທດ ເປັນຕົ້ນ More…
ການເຮືອນ
ນ. ວຽກໃນຄອບຄົວ, ກິຈການທີ່ຕ້ອງເຮັດສຳລັບຄອບຄົວ: “ຊາຍໃດມີເມຍແລ້ວ ການເຮືອນຮຽງຮາບ ດີດາຍ ຂຸນໃດອຳນາດກ້າ ເມືອງບ້ານຈິ່ງເຮືອງ” (ສິນໄຊ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑