LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ເກ ເທ ເຜ ເວ ເສ ເຫ
ຜົນການຊອກຫາ: 158 ໜ້າທີ 2 ຈາກທັງໝົດ 8 ໜ້າ
ເກາະລະ
ນ. ຊື່ເຄື່ອງຫມາຍຮູບ (ຯ) ນີ້.
ເກາະລໍ
ນ. ເຄື່ອງຕີສັນຍານໃຫ້ຄົນມາໂຮມກັນ ເຮັດດ້ວຍໄມ້ໄຜ່ ຫລື ໄມ້ແກ່ນ ຮູບຄືເຂາະ ແຂວນຄໍສັດກໍມີ ຮູບຄືໂປງ ກໍມີ.
ເກິ
ວ. ເຊີ້, ລືມສະຕິ, ເຜີ.
ເກິ່ງ
ວ. ເຄິ່ງ, ສະເຫມີກັນ, ທໍ່ກັນ.
ເກີ
ນ. ສ່ຽວ, ສະຫາຍ (ໄທ ເກຼີ)
ເກີດ
ກ. ມີຂຶ້ນ, ເປັນຂຶ້ນ, ອາການທີ່ຄົນ ຫລື ສັດອອກຈາກທ້ອງແມ່.
ເກີນ
1 ນ. ໄມ້ລຳດຽວ ສຳລັບກ່າຍຂຶ້ນລົງແທນຂັ້ນໃດ. 2 ວ. ເຫລືອ, ລື່ນ, ໂພດ.
ເກີ້
ວ. ເຊີ້, ກະດາກອາຍ.
ເກີ້ງ
1 ນ. ເຄື່ອງບັງແສງ ຮູບເປັນວົງມົນ (ເກີ້ງຕະກຽງ). 2 ກ. ທຳໃຫ້ຂອງເປັນແຜ່ນທີ່ຟູຢູ່ຫນ້ານ້ຳຍະເປັນວົງອອກ.
ເກີ້ງຕາເວັນ
ນ. ຣັສມີເປັນວົງອ້ອມຕາເວັນ.
ເກີ້ຍ
1 ນ. ບ່ອນເປັນໂນນຄ້ອຍລົງ. 2 ວ. ອາການທີ່ເປີດເບິ່ງແຕ່ໄກ ຫລື ກາຍໄປມາເພື່ອສິ້ງຊອມເບິ່ງ (ເກີ້ຍໄປເບິ່ງ)
ເກືອ
1 ນ. ວັດຖຸທາດຢ່າງນຶ່ງ ມີຣົດເຄັມ ໃຊ້ເປັນເຄື່ອງປະສົມອາຫານ; 2 ນ. ຊື່ຕົ້ນໄມ້ແນວນຶ່ງ ຫນ່ວນນ້ອຍມົນ ມີຣົດເຝື່ອນ ໃຊ້ຍ້ອມຜ້າໃຫ້ມີສີດຳໄດ້; 3 ກ. ລ້ຽງດ້ວຍອາຫານ, ເອົາອາຫານໃຫ້ກິນ, ໃຫ້ຢູ່ໃຫ້ກິນດ້ວຍ.
ເກືອກ
ກ. ກິ້ງກັບໄປກັບມາ.
ເກືອດ
ກ. ຫ້າມ, ຫວງ, ກັນໄວ້.
ເກື່ອຍ
ກ. ຕັກອອກ, ຂົນ, ຊ່ອຍເຫລືອ.
ເກື່ອຍແກ້
ກ. ຊ່ອຍເຫລືອ: “ຖ້າບໍ່ຄຶດເກື່ອຍແກ້ ການໃຫຍ່ມີຂວາງ” (ສິນໄຊ)
ເກື່ອນ
ກ. ພັງ, ໂປດ, ເພ, ທະລາຍລົງ.
ເກື້ອ
ກ. ປະສົມ, ຕື່ມ, ຕາງ, ຊ່ອຍເຫລືອ, ທຳໃຫ້ສົມສ່ວນກັນ.
ເກື້ອກຸນ
ກ. ຊ່ອຍເຫລືອ, ອຸດຫນຸນ.
ເກື້ອນ
ນ. ພະຍາດແນວນຶ່ງ ເປັນຮອຍດ່າງຕາມຜິວຫນັງ ແລະມີອາການຄັນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑