LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ໂກ ໂທ ໂຜ ໂວ ໂສ ໂຫ
ຜົນການຊອກຫາ: 39 ໜ້າທີ 2 ຈາກທັງໝົດ 2 ໜ້າ
ໂກສີ
ນ. ພຣະອິນ, ຜ້າທຳດ້ວຍໄຫມ (ໂກສິຍ)
ໂກສຸມ
ນ. ດອກຊາຕີ, ດອກຫອນໄກ່, ດອກຄຳ (ປ.)
ໂກສົນ
(ເບິ່ງ ກຸສົນ)
ໂກຫົກ
ນ. ຄວາມຄົດ, ຄວາມຕົວະ; ກ. ຕົວະ (ປ. ກຸທກ)
ໂກະ
ນ. ຊື່ສັດແນວນຶ່ງ ຕົວຄືຈີ່ປອມ ແຕ່ເກັດເຫລື້ອມມື່ນ ຮຽກ ຈີ່ໂກະ.
ໂກເມດ
ນ. ຫີນແດງ, ແກ້ວພິລາ, ດອກບົວ (ປ. ໂກເມທ)
ໂກໂທ
(ເບິ່ງ ໂກທະ ແລະ ໂກທາ)
ໂກໄສ
ນ. ຜ້າໄຫມ (ປ. ໂກເສຍຍ)
ໂກ່
ນ. ຊື່ແມງບົ້ງແນວນຶ່ງ ຢູ່ໃນດິນ ຕົວຂາວຫົວແດງ ຮຽກບົ້ງໂກ່.
ໂກ່ງ
(ເບິ່ງ ກົ່ງ)
ໂກ່ຍ
ນ. ຊື່ຫມາກໄມ້ແນວນຶ່ງ ຕົ້ນເປັນເຄືອແລະມີຂົນ ຫມາກເປັນພົ້ວ ມີຣົດສົ້ມ.
ໂກ່ນ
ນ. ປາແນວນຶ່ງ ເປັນປາມີເກັດ ຕົວຄືປາກັ້ງ ແຕ່ໃຫຍ່ກວ່າປາກັ້ງ: “ຊິວຂາວເພັ້ຍ ກະແຍງຍອນກັ້ງໂກ່ນ” (ສິນໄຊ)
ໂກ່ໂຈ່
ວ. ອາການນັ່ງ ຫລື ຢືນເຮັດຫລັງຂົດໆ.
ໂກ່ໂຊ່
ວ. ອາການນັ່ງ ຫລື ຢືນເຮັດຫລັງຂົດໆ.
ໂກ່ໂດ່
ວ. ພົ້ນອອກໄປຫລາຍ.
ໂກ້
ວ. ງາມ, ສວຍ.
ໂກ້ຍ
ວ. ຄ່ອຍລຸກໄປຊ້າໆ, ຄ່ອຍໄປຊ້າໆ (ຄານໂກ້ຍ)
ໂກ້ດ
ອຸ. ສຽງດັງຢ່າງນຶ່ງ ດັ່ງສຽງຖອດຫລັກອອກຈາກບ່ອນມີຕົມແຫລວ ເປັນຕົ້ນ.
ໂກ້ະ
ອຸ. ສຽງດັງຢ່າງນຶ່ງ (ໄມ້ຫັກ ດັງໂກ້ະ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑