LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 2 ຈາກທັງໝົດ 86 ໜ້າ
ກອງເກີນ
ນ. ຜູ່ທີ່ຂຶ້ນທະບຽນຮັບຣາຊການທະຫານ.
ກອງເດິກ
ນ. ກອງທີ່ຕີບອກ ຍາມຂ້ອນແຈ້ງ.
ກອງແລງ
ນ. ກອງທີ່ຕີຍາມແລງ, ເວລາໃກ້ຄ່ຳ.
ກອງໂຮມ
ນ. ກອງທີ່ຕີໃຫ້ຄົນມາໂຮມ.
ກອຍ
1 ນ. ໄມ້ເຄືອແນວນຶ່ງ ເຄືອມີຫນາມ ຫົວມົນ ມີຂົນແຂງແລະຣົດຄັນ ໃຊ້ເປັນອາຫານປະເພດເຂົ້າ; ນ. ຊານເຮືອນທາງດ້ານຫລັງ. 2 ກົ້ນ (ກອງກົ້ນກອງກອຍ). 3 ກ. ເອົານ້ຳໃສ່ ແລ້ວຄົນໃຫ້ເຂົ້າກັນ (ກອຍປົ່ນ)
ກອຍໃຈ
ກ. ຕັ້ງໃຈ, ເອົາໃຈໃສ່: “ກູກໍກອຍໃຈຕັ້ງປອງຕົນເປັນເຫຍື່ອ ມັນແລ້ວ” (ສິນໄຊ)
ກອດ
ກ. ຮັດໄວ້ດ້ວຍແຂນ ຫລື ຂອງມີລັກສະນະຢ່າງນັ້ນ.
ກອນ
1 ນ. ເຄື່ອງເທິງຂອງເຮືອນ ທີ່ພາດຢູ່ເທິງຂ້າວ ຮຽງກັນເປັນແຖວ. 2 ນ. ຄຳເວົ້າທີ່ມີສຽງເກາະກ່າຍກັນ; ວ. ຄ່ອງກັນ, ເກາະກ່າຍກັນ. 3 ນ. ໄລຜັກຕູ “ກັນກົງກອນ ຫມູ່ຍິງຍາຕ້ອງ” (ສິນໄຊ). 4 ນ. ມື, ແຂນ, ງວງຊ້າງ. (ປ. More…
ກະ
1 ກ. ປະມານ, ກຳນົດ, ຫມາຍ, ຄະເນ. 2 ເປັນພະຍາງຫນ້າຂອງຄຳທີ່ຂຶ້ນຕົ້ນດ້ວຍ ກະ ດັ່ງ ກະຈາ, ກະແຈ, ກະຈອນ, ກະແສ, ກະຊະ, ກະດານ, ກະແຕ, ກະຮອກ ໆລໆ ເປັນຕົ້ນ. 3 ນ. ເປັນຊື່ຮຽກຜີປອບທີ່ແກ່ກ້າ More…
ກະກາ
ນ. ເປັນຄຳຮຽກ ລະບຽບການປະສົມອັກສອນ ອັນເປັນບົດຮຽນຂັ້ນຕົ້ນຕາມແບບບູຮານ ຄື ການປະສົມອັກສອນ ທີ່ມີແຕ່ພະຍັນຊະນະ ກັບ ສະຫລະປະສົມ ຍັງບໍ່ທັນມີຕົວສະກົດ ຮຽກວ່າແມ່ ກະກາ ຫລື ກໍກາ.
ກະກຸທະພັນ
ນ. ເຄື່ອງປະດັບຍົດຂອງເຈົ້າແຜ່ນດິນ ຕາມຂັດຕິຍະລາຊະປະເພນີ ມີ 5 ຢ່າງຄື: 1. ມຸງກຸດ 2. ພຣະຂັນ 3. ໄມ້ເທົ້າ 4. ແສ້ຈາມອນ 5. ສຸວັນນະປາທຸກາ(ເກີບຄຳ) ອີກຢ່າງຫນຶ່ງ ຄື 1. ພຣະຂັນ 2. ມຸງກຸດ 3. ເສຕສັດ 4. More…
ກະກຸນ
ນ. ເຊື້ອສາຍ, ໂຄດວົງ: "ສັດຖາໄທ້ ທົງກະກຸນເຫນົ້າຫນໍ່ ສອງອ່ອນນ້ອຍ ທານໃຫ້ແກ່ພາມ" (ທ້າວຮຸ່ງ ທ້າວເຈືອງ) (ປ.)
ກະກຸສັນໂທ
ນ. ນາມພຣະພຸດທະເຈົ້າ ອົງທີ 1 ໃນຈຳນວນຫ້າພຣະອົງ ທີ່ມີໃນພັທກັບນີ້ (ປ.)
ກະກຸສົນ
(ຄຳດຽວກັບ ກະກຸສັນໂທ)
ກະຈວນ
ນ. ແປ້ງ, ແປ້ງ. ວ. ມຸ່ນເປັນແປ້ງ, ລະອຽດ, ມຸ່ນ, ເປັນຝຸ່ນ.
ກະຈອກ
ນ. ນົກຈອກ, ວ. ບ່ອນເປັນຈອກຫລອກ, ພໍກະເທີນ.
ກະຈອນ
ນ. ເຄື່ອງປະດັບຫູຢ່າງນຶ່ງ ຂາຍາວແລະງໍ ເຮັດດ້ວຍເງິນຫລືຄຳ; ຊື່ດອກໄມ້ແນວນຶ່ງ ດອກ ແລະ ກ້ານຄື ກະຈອນໃສ່ຫູ.
ກະຈອນຍອຍ
ນ. ກະຈອນແບບໃສ່ຫູ ທີ່ມີຍອຍຢ່ອນລົງ.
ກະຈອມປ້ອງ
ນ. ສຽມ: “ນາງກໍຖືກະຈອມປ້ອງ ອັນເປັນເຄື່ອງຕ້ອງຫົວມັນ” (ເວດສັນຕຣະ).
ກະຈະ
ວ. ຂາວງາມ, ແຈ້ງ, ສະອາດ, ເສາະໃສ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑