LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 355 ໜ້າທີ 3 ຈາກທັງໝົດ 18 ໜ້າ
ກະດອງ
ນ. ດອງ, ດອງເຕົ່າ (ເບິ່ງ ດອງ ດ້ວຍ)
ກະດອມ
ນ. ໄມ້ຈຳນວນນຶ່ງ ມີ 3 ແນວຄື: 1. ກະດອມຕົ້ນ ເປັນໄມ້ຂະຫນາດກາງ ໃບສ້ອຍ ດອກເປັນພົ້ວ ສີຂາວ 2. ກະດອມພຸ່ມ ເປັນໄມ້ພຸ່ມ ດອກສີຂາວກິ່ນຫອມ 3. ກະດອມເຄືອ ດອກສີຂາວ ຫມາກເປັນລ່ຽມ ມີລົດຂົມ.
ກະດັດ
ວ. ໂພດ, ເຫລືອເກີນ, ກະດັດກະດໍ້, ໂພດເຫລືອ.
ກະດັນ
ນ. ຕົ້ນໄມ້ແນວນຶ່ງ ໃບນ້ອຍຍາວ ມີລົດສົ້ມ ມັກເກີດຕາມແຄມນ້ຳ, ຊີ້ນ ຫລື ນວນຫມາກໄມ້ ທີ່ເປັນກ້ອນແຂງ. ວ. ເປັນກ້ອນແຂງ.
ກະດັນຂາ
ນ. ພະຍາດທີ່ເປັນກ້ອນແຂງ ຢູ່ແອບຂາ.
ກະດັນງາ
ນ. ຕົ້ນໄມ້ແນວນຶ່ງ ດອກເປັນກາບສ້ອຍ ມີ 3 ກາບ ສີເຫລືອງ ກິ່ນຫອມ, ມີ 2 ແນວຄື: ກະດັນງາບ້ານ, ກະດັນງາປ່າ.
ກະດາກ
ນ. ລະອາຍໃຈ, ຈຽມໃຈ.
ກະດາຍ
ວ. ເປັນຄຳຕໍ່ທ້າຍ ເພື່ອໃຫ້ປະໂຫຍກຄຳເວົ້າທີ່ຢູ່ຫນ້າຫນັກແຫນ້ນ: “ເຫັນວ່າກະດາຍ”
ກະດາດ
ນ. ເຈ້ຍ; ກະດາດແກ້ວ ນ. ເຈ້ຍທີ່ເປັນແຜ່ນບາງໆ ແລະ ໃສ; ກະດາດຊາຍ ນ. ເຈ້ຍ ສຳລັບຂັດຂອງໃຫ້ກ້ຽງ ທາງພື້ນມີຫີນ ຫລື ເມັດຊາຍຕິດຢູ່.
ກະດານ
ນ. ແຜ່ນແປ້ນ, ແຜ່ນຫີນ, ແຜ່ນແປ້ນ ຫລື ຫີນ ສຳລັບໃຊ້ຂຽນຫນັງສື; ກະດານດຳ ນ. ຫີນ ຫລື ແປ້ນ ເປັນສີດຳ ສຳລັບຂຽນຫນັງສື; ກະດານຫີນ ນ. ແຜ່ນຫີນ, ພະລານຫີນ; ກະດານຫົວ ນ. ດູກຫົວ: “ສອນສະແຫວງມ້າງ More…
ກະດິກ
ກ. ເຮັດອະໄວຍະວະບ່ອນໃດບ່ອນນຶ່ງ ມີມື ເປັນຕົ້ນ ໃຫ້ເຫນັງໄວໆ.
ກະດິງ
1 ນ. ເຄື່ອງສັ່ນໃຫ້ມີສຽງດັງ ເພື່ອສັນຍານໃຫ້ໄດ້ຍິນ ເຮັດດ້ວຍໂລຫະ ມີລູກພັດຢູ່ທາງໃນ ສຳລັບແຂວນຄໍສັດ ຫລື ແຂວນຕາມໂງ່ນສິມ ເປັນຕົ້ນ. 2 ນ. ຊື່ແມ່ນ້ຳສາຍນຶ່ງ ເປັນສາຂາຂອງນ້ຳຂອງ More…
ກະດິງຫ້າວ
ນ. ກະດິງທີ່ທຳດ້ວຍທອງຫ້າວ: “ຫໍຊໍ່ຟ້າ ກະດິງຫ້າວຫິ່ງແຂວນ” (ສິນໄຊ)
ກະດິບໆ
ວ. ອາການດຶບໄປແຫ່ງແມງບົ້ງ ຫລື ປິງ.
ກະດີ
ນ. ເຮືອນຂອງພິກຂຸ (ປ. ກຸຕິ)
ກະດຶກກະດຶນ
ກ. ສະແດງກິລິຍາເຫນັງຕີງໄວໆ ໃຫ້ປາກົດ ດ້ວຍຄວາມຕັ້ງໃຈ.
ກະດຶມ
ວ. ອາການທີ່ທຳໃຫ້ຂົນລຸກເພາະຂີ້ດຽດ.
ກະດຶ້ນ
(ເບິ່ງ ກະດຶກກະດຶນ)
ກະດຸບໆ
(ເບິ່ງ ກະດຶບໆ)
ກະດຸມ
ນ. ຫມາກຕຸ້ມໂສ້ງເສື້ອ ຫລື ກະເປົ໋າ (ດຸມ ກໍວ່າ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑