LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ແກ ແທ ແຜ ແວ ແສ ແຫ
ຜົນການຊອກຫາ: 53 ໜ້າທີ 3 ຈາກທັງໝົດ 3 ໜ້າ
ແວ່ງ
ວ. ເປັນຮອຍຂາດເຂົ້າໄປໜ້ອຍໆ (ປາກແວ່ງ)
ແວ່ງ:
ວ. ເປັນຮອຍຂາດເຂົ້າໄປໜ້ອຍໆ (ປາກແວ່ງ)
ແວ່ນ
ນ. ເຄື່ອງສ່ອງເບີ່ງເງົາ ເຮັດດ້ວຍແກ້ວສີຂາວ ທາງຫລັງທາບາແລ່ນ, ຊື່ຜັກແນວນຶ່ງເກີດຢູ່ນ້ຳ ໃບມົນ ເອີ້ນ ຜັກແວ່ນ
ແວ່ນແຄວ້ນ
ນ. ເຂດ, ແຂວງ, ປະເທດ
ແວ້:
ວ. ຮອຍດ່າງ ຫລື ເປັນເດີ່ນຢູ່ກາງ (ຫນ້າແວ້), ຂອງທີ່ມີລັກສະນະມົນບາງ ແລະ ບານອອກ ຫລື ເທວີ (ປາກແວ້)
ແສມແລມ
ວ. ເວົ້າສອຍລອຍນຳ, ເວົ້າປະຈົບ, ລັກສະນະຂອງຮູບໜ້າທີ່ບາງແລະສ້ວຍ; “ຫຼຽວເຫັນໜ້າ ແສມແລມ ຢ້ານແຕ່ແກ່ມ” ກໍວ່າ.
ແສວ
ກ. ເອົາປາຍເຂົາແກວ່ງໄປ (ກິລິຍາຂອງສັດມີເຂົາ); ເອົາຂອງແຫຼມສອຍໄປແຕ່ສ່ວນປາຍ. ແສວເຫຼືອກ ກ. ກິລິຍາທີ່ຄວາຍເອົາປາຍເຂົາຊິດເຫຼືອກ.
ແສ່ວ
1 ກ. ບິນເຈີດແລ້ວກັບຂຶ້ນໄວໆ (ນົກແສ່ວ); ວ. ສູງ, ແປະ, ໃກ້ (ຄວາມເວົ້າແສ່ວດາວ) 2 ກ. ເອົາເຂັມຫຍິບປ່ອງຜ້າຂາດທີ່ເປັນຮູມົນດ້ວຍການເອົາເສັ້ນໄໝຫຍິບສອດສວນກັນໄປມາ. ການຫຍິບສອດກັນໄປມາ.
ແສ້ວ
ກ. ຫຼົບຫຼີກ, ລອບລີ້ (ກິນແລ້ວ ແສ້ວໜີ)
ແຫ
ນ. ເຄື່ອງຫາປາແນວນຶ່ງ ສານດ້ວຍປ່ານ ຫລື ຝ້າຍ ເປັນຕາ ໃຊ້ວ່ານລົງໃນນ້ຳ, ວ. ບໍ່ຄຸ້ນ, ແຄະ
ແຫກ
ກ. ຜ່າໄປທາງກາງ, ເຮັດໃຫ້ຂາດແລ່ງໄປ.
ແຫະ
ວ. ບໍ່ຄຸ້ນ, ແຄະ
ແຫ່
ກ. ອ້ອມ, ເຝົ້າ, ໄປເປັນຫມູ່, ໄປເປັນລະບຽບ ເພື່ອສົ່ງ ດັ່ງແຫ່ກະຖິນ, ໄປນຳເຈົ້ານາຍ, ແຫ່ແຫນ, ກ. ແວດລ້ອມຮັກສາ
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑