LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 3 ຈາກທັງໝົດ 86 ໜ້າ
ກະຈັງ
ນ. ລາຍຂຽນ ຫລື ລາຍສານຮູບ 4 ລ່ຽມຫັກເຂົ້າໃນ (ເອີ້ນ ລາຍກະຈັງ).
ກະຈັດ
ວ. ຖີ່, ແຈບ ມີລະຍະບໍ່ຫ່າງ.
ກະຈັດກະຈາຍ
ວ. ຊະຊາຍອອກຢ່າງບໍ່ເປັນລະບຽບ
ກະຈັ້ນ
ວ. ຈໍ້, ສັ້ນ, ຈັ້ນ.
ກະຈາ
ວ. ກະເທີນ, ຜ້ານກາງ, ບໍ່ອ່ອນ ບໍ່ແກ່: "ຂຸນກະຈານີ້ ພໍ່ນາດີກວ່າ ພໍ່ນາເອື້ອມອິ່ມເຂົ້າ ຂຸນກະຈາເອື້ອມອິ່ມລົມ" (ປູ່ສອນຫລານ)
ກະຈາຍ
1 ນ. ໄມ້ພຸ່ມແນວນຶ່ງ ລຳແລະກ້ານມີຫນາມ ຫນ່ວຍກົມ ໃຊ້ທຳສີດຳໄດ້ ໃບເປັນແຫລບ. ຊື່ຫວ້ານແນວນຶ່ງ ຖືວ່າເປັນຫວ້ານມີພິດແຮງ. 2 ກ. ຢາຍ, ຊະ, ແຈກອອກ.
ກະຈາບ
ນ. ນົກຈາບ.
ກະຈິບ
ນ. ນົກຈິບ.
ກະຈິ້ນ
ນ. ສັດສີ່ຕີນແນວຫນຶ່ງ ຈຳພວກໄຕ່ໄມ້ ຕົວນ້ອຍຂະຫນາດກະແຕ ຫນ້າແຫລມ.
ກະຈົກ
ນ. ແກ້ວເປັນແຜ່ນ, ແວ່ນ (ສຳລັບແຍງເບິ່ງເງົາ)
ກະຈົນ
ນ. ຊື່ປາເກັດແນວຫນຶ່ງ ຕົວກົມຄືປາຄໍ່ ເກັດສີມຸມ ຫົວນ້ອຍ.
ກະຈ່າງ
ວ. ແຈ້ງ, ສວ່າງ.
ກະຈ້ອນ
ນ. ສັດສີ່ຕີນແນວຫນຶ່ງ ຈຳພວກໄຕ່ໄມ້ ຕົວຂະຫນາດກະແຕ ຂົນສີຮູຍ.
ກະຊວງ
ນ. ສະຖານທີ່ທຳລາດຊະການຂອງລັດຖະບານ ອັນເປັນບ່ອນໂຮມກິດຈະການຂອງປະເທດ ສ່ວນນຶ່ງໆ ເຊິ່ງມີຫົວຫນ້າເປັນລັດຖະມົນຕີ.
ກະຊອນ
1 ນ. ເຄື່ອງສຳລັບຕັກອາຫານ ສານດ້ວຍລວດ ຫລືໄມ້ໄຜ່ ມີຄັນສຳລັບຈັບຕັກ, (ຕ່ອງຊອນ ກໍວ່າ ກະຕ່ອງຊອນ ກໍເອີ້ນ) 2 ນ. ແມງແນວນຶ່ງຫມົ້ນຢູ່ຕາມດິນ ຕົງນ້ອຍໆ ທີ່ວ່າ ຫນ້າມີກ້າມໃຫຍ່ ສຳລັບໃຊ້ເບີກທາງ (ແມງຊອນ ຫລື More…
ກະຊະ
ນ. ໄມ້ໄຜ່ປ່າແນວນຶ່ງ ມັກເກີດຕາມແຄມນ້ຳ.
ກະຊັກ
ນ. ຊື່ພູຫນ່ວຍນຶ່ງ ໃນແຂວງຫລວງພຣະບາງ ເຊິ່ງລາວເທິງພວກນຶ່ງອາໄສຢູ່ເທິ່ງພູນີ້ ເອີ້ນວ່າ ພູກະຊັກ.
ກະຊັງ
ກ. ຟ້າວຕື່ນ ໃນຂະນະທີ່ກຳລັງຝັນ: “ລາຕີຂ້ອນ ເລີຍກະຊັງສະດຸ້ງຕື່ນ”
ກະຊາກ
ກ. ດຶງມາໂດຍແຮງ, ຊາກມາ.
ກະຊາຍ
ນ. ຜັກແນວນຶ່ງ ຈຳນວນຫວ້ານ ມີກິ່ນຫອມ ຫົວແລະຮາກໃຊ້ເປັນອາຫານໄດ້.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑