LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ
ຜົນການຊອກຫາ: 705 ໜ້າທີ 34 ຈາກທັງໝົດ 36 ໜ້າ
ກ່າ
ນ. ປາແນວນຶ່ງມີເກັດ ຕົວແພບຄືປາເຂັງ ແຕ່ຮູບມົນ ແລະ ໃຫຍ່ກວ່າປາເຂັງ.
ກ່າງ
1 ນ. ເສັ້ນແຂງຂອງໃບໄມ້; 2 ນ. ຊື່ນົກແນວນຶ່ງ ຂົນສີຂຽວຄືນົກແຂກ ແຕ່ຕົວໃຫຍ່ກວ່ານົກແຂກ.
ກ່າງກ້າຍ
ວ. ອາການແລ່ນ ຫລື ຍ່າງທີ່ທຳຂາຈ່າງໆ.
ກ່າງຕອງ
ນ. ບ່າງຕອງ, ບ່າງນ້ອຍ: “ຂີ້ໂກະ ຍາບແຍ້ ຄະນາກ້ຽມກ່າງຕອງ” (ສິນໄຊ)
ກ່າຍ
1 ກ. ພາດໄວ້, ຄ້າງຂວາງໄວ້, ຂຽນເອົາຕາມແບບເກົ່າ (ກ່າຍຫນັງສື). 2 ວ. ຄ່ອງກັນ, ຕິດຕໍ່ກັນ (ເກາະກ່າຍ)
ກ່າຍກອງ
ວ. ຫລາຍ, ມາກຫລາຍ.
ກ່ານ
ກ. ເອົາສີຕ່າງໆກັນຂັ້ນໄວ້; ວ. ມີສີຕ່າງໆສັບກັນໄປ; ກ່ານປ້ອງ ງູທຳທານ (ງູກ່ານປ້ອງ)
ກ່ຳ
1 ນ. ຊື່ເຂົ້າຫນຽວແນວນຶ່ງ ທັງເປືອກນອກ ແລະ ເມັດໃນສີກ່ຳ; 2 ວ. ເສົ້າຫມອງ, ສີແຫລ້ ເກືອບດຳ.
ກ່ຽງ
ກ. ຫາອຸບາຍໃຫ້ຜູ່ອື່ນທຳ ຫລື ເວົ້າ, ຢາກໃຫ້ຜູ່ອື່ນທຳ ຫລື ເວົ້າ ໂດຍທີ່ແທ້ ແມ່ນໂຕເອງຄວນຈະທຳ ຫລື ເວົ້າ, ຫນິ້ງໃຫ້ຜູ່ອື່ນທຳ.
ກ່ຽງກ່າຍ
ກ. ຫາອຸບາຍອອກໃຫ້ພົ້ນຕົວ.
ກ້ວງ
ນ. ຫອຍແນວນຶ່ງ ຢູ່ທະເລ ຄືຫອຍກີ້ ແຕ່ຫນ່ວຍໃຫຍ່ ກາບຫອຍກ້ວງ ໃຊ້ເປັນເຄື່ອງປະດັບໂຕະ ໄຂ່ຫອຍກ້ວງ ເປັນຫີນ ເອີ້ນວ່າ ໄຂ່ມຸກ ຫລື ມຸກ ມີຣາຄາແພງທໍ່ກັບເພັດ.
ກ້ວຍ
ນ. ພືດມີຜົນຈຳພວກນຶ່ງ ລຳຕົ້ນເປັນກາບຊ້ອນກັນ ໃບໃຫຍ່, ກ້ວຍມີຫລາຍແນວ ຄື: ກ້ວຍກ້ານບຸ່ນ; ກ້ວຍໄຂ່ ຫນ່ວຍນ້ອຍ ສຸກແລ້ວສີເຫລືອງ; ກ້ວຍເຂົາແພະ, ກ້ວຍຄັ່ງ ສຸກແລ້ວເປືອກສີແດງຊ້ຳ; ກ້ວຍງ້າວ ຫນ່ວຍຍາວ More…
ກ້ວຍນ້ອຍ
ນ. ພືດມີດອກແນວນຶ່ງ ໃບຄືໃບກ້ວຍ ດອກສີເຫລືອງແກມແດງ.
ກ້ວຍປ່າ
ນ. ກ້ວຍທີ່ຢູ່ປ່າ.
ກ້ວຍຮ້ອຍຫວີ
ນ. ກ້ວຍແນວນຶ່ງ ມີຫວີດົກກວ່າກ້ວຍອື່ນໆ.
ກ້ວນ
ນ. ປາແນວນຶ່ງ ຕົວຄືປາຄໍ່ ແຕ່ຫົວມົນກວ່າປາຄໍ່.
ກ້ອກ
ອຸ. ສຽງດັງຢ່າງນຶ່ງ ທີ່ດັງຢູ່ໃນຄໍ ດັ່ງສຽງນົກຍາງຮ້ອງ ເປັນຕົ້ນ.
ກ້ອງຂາ
ນ. ເຄື່ອງເອ້ຂາ ທຳດ້ວຍເງິນ ຫລື ຄຳ ເປັນປອກສຳລັບສຸບໃສ່ຂາກິ່ວ ເພື່ອໃຫ້ງາມ.
ກ້ອງເພົາ
ນ. ໄມ້ເຄື່ອງກວຽນ ຢູ່ໃຕ້ເຮືອນກວຽນ ບ່ອນສົ້ນເພົາດ້ານໃນສຸບໃສ່.
ກ້ອງແກ້ງ
ວ. ຈ່ອຍແລະສູງ (ນ້ອງກ້ອງແກ້ງ)
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑