LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 5 ຈາກທັງໝົດ 86 ໜ້າ
ກະດິງຫ້າວ
ນ. ກະດິງທີ່ທຳດ້ວຍທອງຫ້າວ: “ຫໍຊໍ່ຟ້າ ກະດິງຫ້າວຫິ່ງແຂວນ” (ສິນໄຊ)
ກະດິບໆ
ວ. ອາການດຶບໄປແຫ່ງແມງບົ້ງ ຫລື ປິງ.
ກະດີ
ນ. ເຮືອນຂອງພິກຂຸ (ປ. ກຸຕິ)
ກະດຶກກະດຶນ
ກ. ສະແດງກິລິຍາເຫນັງຕີງໄວໆ ໃຫ້ປາກົດ ດ້ວຍຄວາມຕັ້ງໃຈ.
ກະດຶມ
ວ. ອາການທີ່ທຳໃຫ້ຂົນລຸກເພາະຂີ້ດຽດ.
ກະດຶ້ນ
(ເບິ່ງ ກະດຶກກະດຶນ)
ກະດຸບໆ
(ເບິ່ງ ກະດຶບໆ)
ກະດຸມ
ນ. ຫມາກຕຸ້ມໂສ້ງເສື້ອ ຫລື ກະເປົ໋າ (ດຸມ ກໍວ່າ)
ກະດຸມພີ
ນ. ຄົນມີເງິນ (ປ. ກຸຕຸມພີ)
ກະດຸມພີດ
(ຄຳດຽວກັບ ກະດຸມພີ): “ເສດຖີພ້ອມ ພາມະນາກະດຸມພີດ” (ສິນໄຊ) (ປ. ກຸຕຸມພີ + ອິສ)
ກະດຸ້ງ
(ເບິ່ງ ສະດຸ້ງ)
ກະດູກ
ນ. ໂຄງຮ່າງກາຍຂອງຄົນແລະສັດ ທີ່ເປັນສ່ວນແຂງ (ດູກ ກໍວ່າ)
ກະດົ້ງ
ນ. ພາຊະນຳ ສານດ້ວຍໄມ້ໄຜ່ ຮູບມົນ ແລະ ແບນ ສຳລັບໃສ່ຂອງຕ່າງໆ (ດົ້ງ ກໍວ່າ)
ກະດົ້ນ
ນ. ອະໄວຍະວະ ບ່ອນທາງຫລັງຂອງຫົວຕໍ່ຈາກຄໍຂຶ້ນໄປ (ງ່ອນດົ້ນ ກໍວ່າ)
ກະດຽງ
ນ. ຜັກແນວນຶ່ງ ເກີດຕາມໄຮ່ນາ ໃນລະດູຝົນ ໃບເປັນສ້ອຍອອກຈາກລຳ ແລະກ້ານ ມີລົດຂົມ.
ກະດຽມ
ວ. ອາການທີ່ທຳໃຫ້ຂົນລຸກ, ອາການທີ່ພາໃຫ້ອາຍໃນໃຈ ຫລື ອາການທີ່ທຳໃຫ້ຢາກຫົວ ເພາະຖືກຫນິ່ງ.
ກະດຽວວ່າ
ກ. ຢຽວວ່າ, ຄຶດວ່າ, ເຂົ້າໃຈວ່າ.
ກະດ່າງກະດາວ
ວ. ມີສີຂາວແລະດຳສັບປົນກັນ ບໍ່ສະເຫມີກັນ, ມີສີບໍ່ສະເຫມີກັນ.
ກະດ້າງ
1 ວ. ແຂງ, ຂັດແຂງ, ບໍ່ອ່ອນນ້ອມ (ໃຊ້ສຳລັບຂອງທີ່ເຄີຍອ່ອນ ແລ້ວກັບແຂງ) 2 ນ. ຊື່ເຫັດ ທີ່ເກີດຕາມຂອນ ແລະຖືກແດດຈົນແຫ້ງ (ເອີ້ນວ່າ ເຫັດກະດ້າງ)
ກະດໍ
1 ນ. ອະໄວຍະວະເພດຂອງຄົນຊາຍ ແລະ ສັດຕົວຜູ້. 2 ນ. ເດືອຍທີ່ຕັ້ງຊັນຂຶ້ນ ສຳລັບມີແນວສຸບໃສ່.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑