LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ສງ ສຍ ສນ ສມ ສຣ ສລ ສວ ສອ ສະ ສັ ສາ ສິ ສີ ສຶ ສຸ ສົ ສຽ ສເ ສແ ສໂ ສໄ ສ່ ສ້
ຜົນການຊອກຫາ: 196 ໜ້າທີ 7 ຈາກທັງໝົດ 10 ໜ້າ
ສິລປິນ - ສິນລະປິນ
ນ. ຜູ່ມີສິລປະ (ສ.)
ສິວ
ວ. ໃກ້, ແຮະ (ສິວຫົວໄປ)
ສິ່ມ
ວ. ບໍ່ສະຫວ່າງ, ເຫງົາຊົງ, ຄ່ອຍໆໄຫຼອອກ (ເຫື່ອສຶມ)
ສີວ
ນ. ຕຸ່ມນ້ອຍໆທີ່ມີຫົວຄ້າຍຄືຝີ ເກີດຕາມໜ້າຂອງຄົນ. ສີວຊ້າງ ນ. ສີວຕຸ່ມໃຫຍ່.
ສີ່ວ
ນ. ເຄື່ອງມືຢ່າງນຶ່ງສຳລັບເຈາະໄມ້ ດ້ວຍການເອົາຄ້ອນຕອກລົງ; ກ. ເອົາເຄື່ອງມືດັ່ງກ່າວເຈາະໄມ້ ເອີ້ນວ່າ ສີ່ວໄມ.
ສີ້ວ
ວ. ລັກສະນະຂອງສີຊະນິດນຶ່ງ ແກ່ກວ່າສີຂຽວ ດັ່ງສີຫົວເປັນຜູ້ເປັນຕົ້ນ.
ສຶ່ມ
ວ. ເວົ້າຄ່ອຍໆໃກ້ຫູ.
ສຸມ
ກ. ຈູດເຜົາ (ສຸມໄຟ, ເອົາໄຟສຸມ) ຕັ້ງໂຮມກັນໄວ້, ໂຮມກັນ (ເອົາກ້າສຸມໄວ້, ຄ້ອນສຸມໃສ່); ນ. ກອງ, ໝວດ, ໝູ່, ຈຸ້ມ (ສຸມກ້າດ ສຸມຟືນ).
ສຸມທຸມ
ນ. ພຸ່ມໄມ້, ກໍໄມ້ “ເຂົ້າໄປສູ່ສຸມທຸມພຸ່ມໄມ້” (ເວດສັນຕຣະ)
ສຸ່ມ
ນ. ເຄື່ອງສຳລັບງວຳເອົາປາ ຫຼື ຂັງສັດດ້ວຍໄມ້ໄຜ່ ເປັນຕາຫ່າງໆ.
ສຸ້ມ
ວ. ແຫຼມສັ້ນໆ. ກ. ທຳໃຫ້ແຫຼມ ຫຼື ທຳໃຫ້ສ້ວຍເຂົ້າ.
ສົມ
1 ກ. ໂຮມກັນເຂົ້າ (ສົມເລກ), ປົນ. ວ. ພໍດີ, ຄວນ, ເໝາະ. 2 ນ. ຜູ່ສະຫງົບ, ນັກບວດ, ພິກຂຸ (ປ. ສມນ) “ພູໄຊທ້າວ ທົງຜນວດເປັນສົມ” (ສິນໄຊ)
ສົມຄວນ
ວ. ເໝາະດີ.
ສົມຄະເນ
ວ. ພໍດີຕາມທີ່ກະໄວ.
ສົມຄົບ
ກ. ຮ່ວມກັນ, ເປັນໃຈນຳກັນ.
ສົມຈິງ
ວ. ຄວນຖືໄວວ່າແມ່ນຈິງ.
ສົມຍອມ
ກ. ຍິນດີໃຫ້, ຍອມຍິນດີ, ຕົກລົງໃຈນຳກັນ.
ສົມທົບ
ວ. ໂຮມເຂົ້ານຳກັນ, ໂຮມກັນ.
ສົມນ້ຳສົມຕ່ອນ
ວ. ສົມພໍດີກັນ, ພໍດີກັບເຮັດຢ່າງນັ້ນ.
ສົມນ້ຳໜ້າ
ວ. ເປັນຄຳຫຍໍ້ຫຍັນວ່າ ຄວນທີ່ໄດ້ຮັບຜົນຮ້າຍຢ່າງນັ້ນ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑