LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 84 ຈາກທັງໝົດ 86 ໜ້າ
ໂກ້
ວ. ງາມ, ສວຍ.
ໂກ້ຍ
ວ. ຄ່ອຍລຸກໄປຊ້າໆ, ຄ່ອຍໄປຊ້າໆ (ຄານໂກ້ຍ)
ໂກ້ດ
ອຸ. ສຽງດັງຢ່າງນຶ່ງ ດັ່ງສຽງຖອດຫລັກອອກຈາກບ່ອນມີຕົມແຫລວ ເປັນຕົ້ນ.
ໂກ້ະ
ອຸ. ສຽງດັງຢ່າງນຶ່ງ (ໄມ້ຫັກ ດັງໂກ້ະ)
ໂທ
1. ນ. ຊື່ອັກສອນພວກວັນນະຍຸດຮູບນີ້ ້ ເອີ້ນວ່າໄມ້ໂທ, ຄຳທີ່ປະກອບດ້ວຍວັນນະຍຸດ ້ ເອີ້ນວ່າຄຳໂທ, ວ. ສອງ (ປ. ທຸ) 2. ນ. ເປັນຊື່ເຫລົ້າທີ່ບໍ່ທັນກັ່ນ ເອີ້ນວ່າ ເຫລົ້າໂທ ຄື ເມລັຍ ຫລື ສາໂທ (ປ. ສາທຸ ແປວ່າ More…
ໂທນະ
ນ. ໂອ, ເຄື່ອງຜອງຢ່າງນຶ່ງ (ປ.)
ໂທມະນັດ
ນ. ຄວາມເສັຍໃຈ, ຄວາມທຸກໃຈ, (ປ. ໂທມນັສສ)
ໂທຣະ - ໂທລະ
(ມາຈາກປາລີ ທຸຣະ) ວ. ໄກ, ໃຊ້ປະກອບຫນ້າຄຳອື່ນ ດັ່ງ ໂທຣະເລກ, ໂທຣະສັບ ເປັນຕົ້ນ
ໂທຣະທັດ - ໂທລະທັດ
ນ. ກ້ອງສ່ອງທາງໄກ, ເຄື່ອງເຫັນໄກ (ສ. ໂທຣທັສນ)
ໂທຣະພາບ - ໂທລະພາບ
ນ. ຮູບທີ່ເຫັນໄກ (ສ.)
ໂທຣະສັບ - ໂທລະສັບ
ນ. ສຽງໄກ, ເຄື່ອງທີ່ເວົ້າກັນດ້ວຍກຳລັງໄຟຟ້າ ເພື່ອໃຫ້ໄດ້ຍິນໄກ (ສ. ໂທຣສັພທ)
ໂທຣະເລກ - ໂທລະເລກ
ກ. ຂຽນໄກ ຄືເຄື່ອງສົ່ງຂ່າວກັນດ້ວຍກຳລັງໄຟຟ້າ (ປ. ໂທຣເລຂ)
ໂທລາ - ໂທເລ
ນ. ໂອ້ນຊາ, ແກວ່ງໄກວໄປມາ (ໃຊ້ໃນຄຳກອນຫມາຍເອົາຈິດໃຈທີ່ແກວ່ງໄກວ ດ້ວຍຄວາມຮັກ ດັ່ງ "ທົນທວງແຄ້ນ ໂທເລລືມເພດ") (ປ.)
ໂທສະ
ນ. ຄວາມໂກດ, ຄວາມຄຽດ (ປ.)
ໂທສາ
1. ໂທດ, ຄວາມຜິດ, ຄວາມຮ້າຍ, ບາບ, ຄວາມຊົ່ວ, ຜົນແຫ່ງຄວາມຜິດທີ່ຕ້ອງ ຮັບ (ປ.) ນ. ເວລາ ມືດ (ສ) ໂທສາກອນ ນ. ພຣະຈັນ (ສ. ໂທສາກຣ)
ໂທສາຄະຕິ
ນ. ຄວາມອຳອຽງດ້ວຍຄວາມໂກດ (ປ.)
ໂທສານຸໂທດ
ນ. ຄວາມຜິດຫລາຍແລະໜ້ອຍ (ປ.)
ໂທໂສ
(ເບິ່ງ ໂທສະ)
ໂທ້ໂລ້
ວ. ເປັນໂນນສູງ, ໂນນສູງ.
ໂຜດ
ກ. ປ່ອຍ, ຮັກ, ອີ່ດູ, ຊ່ອຍເຫລືອ.
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑