LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ຜົນການຊອກຫາ: 1,712 ໜ້າທີ 85 ຈາກທັງໝົດ 86 ໜ້າ
ໂຜນ
ກ. ເຕັ້ນ, ທະຍານ.
ໂຜ້ງ
ນ. ບ່ອນເປັນຫມ້ອງກວ້າງ, ໂກນເປັນຫມ້ອງ, ບໍລິເວນ, ເຂດແດນ
ໂຜ້ງແກ້ມ
ນ. ຫມ້ອງໃນບໍລິເວນແກ້ມທາງໃນປາກ.
ໂວ:
ວ. ສຽງເວົ້າດັງໆ
ໂວກ
ວ. ເປັນຮອຍຫລຸບເຂົ້າ, ຮອຍຍຸບເຂົ້າ (ແກ້ມໂວກ)
ໂວກ:
ວ. ເປັນຮອຍຫລຸບເຂົ້າ, ຮອຍຍຸບເຂົ້າ (ແກ້ມໂວກ)
ໂວບ
ວ. ຫ່ຽວເຂົ້າ, ຫຸບເຂົ້າ
ໂວຫານ:
ນ. ຖ້ອຍຄຳ, ຄຳເວົ້າເກີນເຫດຜົນ (ປ. ຫາຣ)
ໂສມ
1 ນ. ຮູບ, ຮູບຮ່າງ, ຮ່າງຄີງ. 2 ນ. ໄມ້ເຄືອພຸ່ມແນວນຶ່ງ ມີຫົວ ຄືຫົວຜັກກາດຂາວໃຊ້ເຮັດຢາ. ຕາມລັດທິສາສນາພຣາມ ເວົ້າວ່າ ພວກເທວະດາເອົາໂສມນີ້ ມາຮັດນ້ຳເມົາ ສະນັ້ນ ນ້ຳເຫລົ້າຈິ່ງຮຽກວ່າ ນ້ຳໂສມ.
ໂຫ່
ກ. ຮ້ອງໃຫ້ສຽງດັງຂຶ້ນພ້ອມກັນ, ພ້ອມກັນຮ້ອງ ແລະ ໄລ່, ວ. ສຽງດັງແຊວຢູ່
ໂຫ້
ກ. ແລ່ນໂຮມກັນໄປມາ, ໂຮມກັນໄປຢູ່ບ່ອນດຽວກັນ, ທ້ອນກັນຢູ່ບ່ອນດຽວ
ໃກ້
ວ. ແປະ, ມໍ່, ບໍ່ຫ່າງ.
ໃຫ້
ກ. ມອບ, ເວນ, ສລະ, ອະນຸຍາດ, ເປັນຄຳຊ່ອຍກິຣິຍາ ບອກຄວາມບັງຄັບ ດັ່ງ ໃຫ້ເຮັດ, ໃຫ້ກິນ, ໃຫ້ຢູ່ ເປັນຕົ້ນ, ໃຫ້ການ ກ. ບອກເຣື່ອງທີ່ເປັນມາ ໃຫ້ຫາ ກ. ຮຽກຫາ, ບອກໃຫ້ໄປຫາ ”ພຣະໃຫ້ຫາຫົກໄທ້ ກຸມມານມາຮີບ” (ສິນໄຊ) More…
ໄກ
1 ວ. ຫ່າງ, ຍາວ, ເຫິງ, ບໍ່ໃກ້, ກົງກັນຂ້າມກັບໃກ້. 2 ນ. ເດືອຍ ຫລື ບ່ອນລັ່ນຂອງອາວຸດ ຫລື ເຄື່ອງຈັກ.
ໄກລາດ
ນ. ຊື່ພູຍອດນຶ່ງ ຢູ່ແຖວພູຫິມາລັຍ ວ່າມີສີຂາວ ຄື ເງິນຍວງ ເປັນຍອດສູງສຸດ ຢູ່ທາງເຫນືອທະເລສາບມານັສ. ຕາມນິຍາມວ່າ ເປັນບ່ອນຢູ່ຂອງທ້າວກຸເວນ ຜູ່ເປັນເຈົ້າແຫ່ງຍັກ (ສ. ເກລາສ)
ໄກສອນ
1 ນ. ລະອອງຂອງດອກໄມ້ (ປ. ເກສຣ) 2 ນ. ຣາຊສີ (ສ. ເກສຣ)
ໄກສີ
ນ. ຣາຊສີ (ສ. ເກສຣີ)
ໄກ່
ນ. ສັດມີປີກຈຳພວກນຶ່ງ ຕາມທຳມະດາເປັນສັດລ້ຽງ ແລະມີຫລາຍແນວ ຄື: ໄກ່ແກ້ວ ນ. ໄກ່ທີ່ມີຂົນສີຂາວ; ໄກ່ກຸ້ມ ນ. ໄກ່ທີ່ມີຂົນຫາງສັ້ນໆ; ໄກ່ຂົວ ນ. ໄກ່ປາແນວຂົນລາຍງາມ ມີຂົນເປັນຫອນຄືນົກຍູງ; ໄກ່ງວງ ນ. More…
ໄກ້
ນ. ສັດສີ່ຕີນແນວນຶ່ງ ຈຳພວກຄ້ຽວເອື້ອງ ຕົວທໍ່ກະຕ່າຍ ແຕ່ຮູບຮ່າງຄືຟານ.
ໄທ
1. ນ. ຄົນ, ພວກ, ຊາວ. "ຟ້າຮ່ຳຮ້ອງ ຣະດູດ່ວນ ເດືອນສາມ ທຸກໄທຊົມຮຽນກຂວັນ ເມືອຫ້ອງ" 2. ນ. ຊື່ປະເທດ ແລະ ຄົນຊາດນຶ່ງ ຢູ່ຕໍ່ປະເທດລາວທາງຟາກນ້ຳຂອງເບື້ອງຂວາ: ຄວາມມີອິສຣະໃນຕົວ More…
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ LaoDictionary.net | ວັດຈະນານຸກົມພາສາລາວ, ລາວແປລາວ, ລາວແປອັງກິດ ແລະອັງກິດແປລາວ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑