LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ

ກາລະ

1 ນ. ສີດຳ, ສີຟ້າ, ແກ່ນຕາດຳ, ງູເຫົ່າຫມໍ້ (ສ.). ກາລະກັນນີ ນ. ຄວາມຈັງໄຮ, ເຄາະຮ້າຍ. ກາລະເກດ ນ. ຜູ່ມີຜົມດຳ, ຊື່ນິທານບູຮານເຣື່ອງນຶ່ງ ເອີ້ນວ່າ ຫນັງສືກາລະເກດ. ກາລະເນດ ນ. ຜູ່ມີຕາດຳ (ປ. ກາລເນຕຕາ). ກາລະປັກ ນ. ເດືອນຂ້າງແຮມ (ປ. ກາປັກຂ). ກາລະຣາຕີ ນ. ຄືນມີເດືອນມືດ. ກາລະສຸດຕະ ກາລະສູດ ນ. ສາຍບັນທັດ, ຊື່ຫມໍ້ນະຮົກໃຫຍ່ຫນ່ວຍນຶ່ງໃນຈຳນວນ 12 ຫນ່ວຍ; 2 ນ. ເວລາ, ຄັ້ງຄາວ, ເທື່ອ, ເວລາກິນເຂົ້າ (ປ.) ກາລະກັມ, ກາລະກິຣິຍາ ນ. ການທຳກາລະ ຄື ຕາຍ. ກາລະຈັກ ນ. ຄວາມຫມຸນວຽນແຫ່ງເວລາ (ປ. ກາລະຈັກກ). ກາລະໄຕ ນ. ເວລາທັງສາມ ຄື: ອະດີດ, ອະນາຄົດ, ປັດຈຸບັນ. ກາລະທູດ ນ. ທູດແຫ່ງຄວາມຕາຍ, ລາງບອກຕາຍ (ປ. ກາລທູຕ). ກາລະເທສະ ນ. ເວລາແລະສະຖານທີ່ (ປ.). ກາລະໂຍກ ນ. ວິຊາຄຳນວນປະຕິທິນ. ກາລະວິພາກ ນ. ສ່ວນຂອງເວລາ (ປ. ກາລວິພາຄ). ກາລັນຍູ ນ. ຜູ່ຮູ້ຈັກເວລາອັນຄວນ, ນັກເບິ່ງດາວໄກ່ (ປ.). ກາລັນດອນ ນ. ເວລາຕິດຕໍ່ກັນ, ໂອກາດ (ປ. ກາລັນຕຣ). ກາລານຸການ ນ. ເວລາຕາມເວລາ ຄື ເຄີຍທຳຢ່າງໃດ ທຳຢ່າງນັ້ນອີກ (ປ. ກາລານຸກາລ). ກາລິກ ນ. ຂອງອັນຈະກິນຕາມເວລາ (ໃນວິນັຍແຈກໄວ້ 4 ຢ່າງ ຄື ຍາວະກາລິກ ຂອງກິນໄດ້ຊົ່ວຄາວ ຄືແຕ່ເຊົ້າຫາທ່ຽງ, ໄດ້ແກ່ອາຫານ, ຍາມະກາລິກ ຂອງກິນໄດ້ຊົ່ວຍາມ ຄື ວັນນຶ່ງກັບຄືນນຶ່ງ ໄດ້ແກ່ ນ້ຳອັດຖະບານ, ສັດຕາຫະກາລິກ ຂອງກິນໄດ້ຊົ່ວລະຍະ 7 ວັນ ໄດ້ແກ່ ເພສັດ ທັງ 5, ຍາວະຊີວິກ ຂອງອັນກິນໄດ້ຕະຫລອດຊີວິດ ໄດ້ແກ່ຢາຮັກສາໂຣກ)
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑