LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ກວ ກອ ກະ ກັ ກາ ກຳ ກິ ກີ ກຶ ກື ກຸ ກູ ກົ ກຽ ກ່ ກ້ ກ໊ ກໍ

ກ້ວຍ

ນ. ພືດມີຜົນຈຳພວກນຶ່ງ ລຳຕົ້ນເປັນກາບຊ້ອນກັນ ໃບໃຫຍ່, ກ້ວຍມີຫລາຍແນວ ຄື: ກ້ວຍກ້ານບຸ່ນ; ກ້ວຍໄຂ່ ຫນ່ວຍນ້ອຍ ສຸກແລ້ວສີເຫລືອງ; ກ້ວຍເຂົາແພະ, ກ້ວຍຄັ່ງ ສຸກແລ້ວເປືອກສີແດງຊ້ຳ; ກ້ວຍງ້າວ ຫນ່ວຍຍາວ ເປືອກສີຂຽວ; ກ້ວຍຊັນ ຫນ່ວຍລີບ ແລະນ້ອຍ; ກ້ວຍຕີນເຕົ່າ ຫນ່ວຍປ້ອມແລະສັ້ນ; ກ້ວຍຕີບ ຫນ່ວຍສັ້ນ ເປັນລ່ຽມ, ກ້ວຍທະນີອອງ ຫລື ກ້ວຍນ້ຳ ຫນ່ວຍກົມ ສຸກແລ້ວເປືອກສີມຸມ; ກ້ວຍທະນີໃນ ກ້ວຍແນນຶ່ງ ມີໃນຫລາຍ; ກ້ວຍຝ້າຍ, ກ້ວຍມຸກ ຫນ່ວຍປຸ້ມ. ກ້ວຍມືນາງ ຫນ່ວຍນ້ອຍ ຄ້າຍຄືນິ້ວມື, ກ້ວຍຫມູສີ ຕົ້ນຕ່ຳຫນ່ວຍມຸກ; ກ້ວຍຍວນ ຫນ່ວຍມີໃນໃຫຍ່ ມີນວນຫນ້ອຍ; ກ້ວຍອີ່ມຸມ ຫນ່ວຍມຸກ ສຸກແລ້ວສີມຸມ.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑