LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?

ໄກ ໄທ ໄວ ໄຫ

ໄກ່

ນ. ສັດມີປີກຈຳພວກນຶ່ງ ຕາມທຳມະດາເປັນສັດລ້ຽງ ແລະມີຫລາຍແນວ ຄື: ໄກ່ແກ້ວ ນ. ໄກ່ທີ່ມີຂົນສີຂາວ; ໄກ່ກຸ້ມ ນ. ໄກ່ທີ່ມີຂົນຫາງສັ້ນໆ; ໄກ່ຂົວ ນ. ໄກ່ປາແນວຂົນລາຍງາມ ມີຂົນເປັນຫອນຄືນົກຍູງ; ໄກ່ງວງ ນ. ໄກ່ແນວນຶ່ງ ຕົວໃຫຍ່ ແລະມີຕ້າງຢ່ອນລົງຄືງວງຊ້າງ. ໄກ່ແຈ້ ນ. ໄກ່ແນວນ້ອຍແລະຕ່ຳ; ໄກ່ໂຈ້ນ ນ. ໄກ່ແນວໃຫຍ່ ແລະສູງ ມີຂົນຫ່າງ; ໄກ່ຕະເພົາ ກ. ໄກ່ແນວໃຫຍ່ ແລະມີຂົນຫລາຍ; ໄກ່ຕີ ນ. ໄກ່ໂຈ້ນ ທີ່ເກັ່ງໃນທາງຕີ (ທາງຮົບ); ໄກ່ຕັອກ ນ. ໄກ່ແນວຂົນລາຍເປັນເມັດໆ; ໄກ່ເຖື່ອນ ນ. ໄກ່ປ່າ, ໄກ່ທີ່ຢູ່ປ່າ; ໄກ່ນາ ນ. ນົກແນວນຶ່ງ ຕົວຄືໄກ່ ຢູ່ຕາມຫນອງ; ໄກ່ຜູ້ເມຍ ນ. ໄກ່ຜູ້ ທີ່ມີລັກສະນະຄືໄກ່ແມ່; ໄກ່ຍອງ ນ. ໄກ່ແນວຂົນຫຍອງ; ໄກ່ອູ ນ. ໄກ່ຂະຫນາດໃຫຍ່ ຂົນຫລາຍຫອນສັ້ນ; ໄກ່ໂອກ ນ. ໄກ່ຜູ້ໃຫຍ່.
  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑