LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ຄຳ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 6
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (6)
ກະເສຣາ - ກະເສລາ
ນ. ນ້ຳທິບ, ນ້ຳສັກສິດ: “ພູມີຜາຍກະເສຣາ ຮວາດລົງມາລ້າງ” (ປ. ກສິຣ) ຄຳ ກສິຣ ຫລື ກະເສຣາ ນີ້ແປວ່າ ນ້ຳນົມ ແຕ່ເດີມຫມາຍເອົານ້ຳນົມສະຫມຸດ; ມີເລື່ອງກ່າວໄວ້ໃນຄຳພີປຸຣະນະວ່າ ເມື່ອຕັ້ງໂລກຂຶ້ນໃຫມ່ໆ…
ການຈະນາ
ນ. ຄຳ, ເງິນ, ສົມບັດ; ການຈະນະຄິຣີ ນ. ພູຄຳ (ສ.)
ກະຕູດ
ນ. ແຜ່ນເງິນ ຫລື ຄຳ ທີ່ຂຽນຄາຖາໃສ່ ນັບຖືວ່າ ເປັນເຄື່ອງແຄ້ວຂອງຄົງ, ເຄື່ອງແຄ້ວຄົງ.
ກາຈັບເຫລັກ
ນ. ຊື່ວິທີການທວາຍຢ່າງນຶ່ງ ສຳລັບທວາຍເບິ່ງຂອງເສຍ ຕາມແບບບູຮານ ທີ່ເຄີຍຖືກັນມາ ມີຢູ່ 3 ຄຳ ຄື: ກາຈັບເຫລັກ, ໄມ້ຫັກທັບທາງ, ນົກຍາງບິນຫນີ; ວິທີຈະທວາຍ ໃຫ້ໄລ່ຕາມວັນຂຶ້ນແຮມ ຈົນເຖິງວັນຂອງເສຍ.
ກ້ອງຂາ
ນ. ເຄື່ອງເອ້ຂາ ທຳດ້ວຍເງິນ ຫລື ຄຳ ເປັນປອກສຳລັບສຸບໃສ່ຂາກິ່ວ ເພື່ອໃຫ້ງາມ.
ທອງ
1. ນ. ໂລຫະສີເຫລືອງ ຫລື ແດງ, ຄຳ. 2. ນ. ຊື່ຕົ້ນໄມ້ພວກນຶ່ງ ເປັນໄມ້ບໍ່ມີແກ່ນມີ 2 ແນວ. ທອງຫລາງ ດອກສີແດງ ຕົ້ນບໍ່ມີໜາມ, ອີກແນວນຶ່ງ ເອີ້ນ ທອງໜາມ ຕົ້ນມີໜາມ ແຕ່ບໍ່ມີດອກ.

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑