ຄຳທີ່ໃຊ້ຊອກຫາ: ເຮັດ* ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 30 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (30) - ແກ້
- ກ. ມືຍອອກ, ທຳໃຫ້ດີຂຶ້ນ, ປ່ຽນແປງ, ທຳໃຫ້ຫາຍ, ທຳໃຫ້ຫລຸດອອກ, ຕອບຄຳຖາມທີ່ຄົນອື່ນຖາມ. ແກ້ກົນ ກ. ເຮັດຢ່າງໃດຢ່າງນຶ່ງ ເພື່ອແກ້ວິທີຂອງຜູ່ອື່ນ ຫລື ເພື່ອໃຫ້ເຂັດຢຳ ແລະໄດ້ຜົນ. ແກ້ເກີ້ ວ.…
- ກັບ
- 1 ນ. ເຄື່ອງຫ້າງເອົາສັດ ດັ່ງ ຫນູ ເປັນຕົ້ນ ມີຫລາຍຢ່າງ ຮູບຕ່າງໆກັນ ເຮັດດ້ວຍໄມ້ກໍມີ ເຮັດດ້ວຍເຫລັກກໍມີ. 2 ນ. ແອບໃສ່ຢາດູດ, ຕລັບຫມາກ, ແອບນ້ອຍ. 3 ກ. ປ່ຽນ, ປິ້ນ, ແປງຫລົບຄືນ (ກັບເກີດ). 4 ນ.…
- ເຜີຍແຜ່
- ກ. ເຮັດໃຫ້ແຜ່ຫລາຍອອກ, ເຮັດໃຫ້ເຫັນແຈ້ງ.
- ແຜງ
- 1 ນ. ຂົນເສັ້ນໃຫຍ່ແຂງແລະຍາວຢູ່ທີ່ຄໍມ້າ ຫລື ຫມູ (ແຝງກໍວ່າ) ຊື່ຫມູແລະເຫັນ ແນວນຶ່ງທີ່ມີຂົນຫລັງຍາວແລະແຂງ ເອີ້ນຫມູແຜງ, ເຫັນແຜງ, ເຄື່ອງຜັດແຂ້ວແລະເສື້ອຜ້າ ເປັນຕົ້ນ ເຮັດດ້ວຍຂອງເປັນເສັ້ນດັ່ງແຜງຫມູ…
- ກະຈອນ
- ນ. ເຄື່ອງປະດັບຫູຢ່າງນຶ່ງ ຂາຍາວແລະງໍ ເຮັດດ້ວຍເງິນຫລືຄຳ; ຊື່ດອກໄມ້ແນວນຶ່ງ ດອກ ແລະ ກ້ານຄື ກະຈອນໃສ່ຫູ.
- ກະດິງ
- 1 ນ. ເຄື່ອງສັ່ນໃຫ້ມີສຽງດັງ ເພື່ອສັນຍານໃຫ້ໄດ້ຍິນ ເຮັດດ້ວຍໂລຫະ ມີລູກພັດຢູ່ທາງໃນ ສຳລັບແຂວນຄໍສັດ ຫລື ແຂວນຕາມໂງ່ນສິມ ເປັນຕົ້ນ. 2 ນ. ຊື່ແມ່ນ້ຳສາຍນຶ່ງ ເປັນສາຂາຂອງນ້ຳຂອງ…
- ກະຕ່ຳ
- ນ. ເຄື່ອງຫ້າງເອົາສັດປ່າ ເຮັດດ້ວຍໄມ້ ເປັນທ່ອນຍາວ ມີສາຍໃຍພານ ເວລາສັດຢຽບ ຫລື ພານ ສາຍໄມ້ນັ້ນ ລັ່ນລົງເຕັງ.
- ກະຕໍ້
- ນ. ເຄື່ອງຫລິ້ນຢ່າງນຶ່ງ ເຮັດດ້ວຍຫວາຍ ຫລື ຫນັງ ຮູບມົນ ສຳລັບເຕະ ຫລື ຕົບ.
- ກະທຳ
- ກ. ເຮັດ, ຕົກແຕ່ງ, ຈັດແຈ່ງ, ສ້າງຂຶ້ນ (ທຳ ກໍວ່າ)
- ກະປິ
- ອາຫານຄາວຢ່າງນຶ່ງ ເຮັດດ້ວຍກຸ້ງຝອຍ ຫລື ປານ້ອຍ ຫມັກເກືອໃຫ້ເຄັມ ແລະ ຕຳໃຫ້ມຸ່ນ.
- ກະຫລ່າງ
- ນ. ພາຊະນະສຳລັບຕັກນ້ຳ ເຮັດດ້ວຍສັງກະສີ ກົ້ນສ້ວຍປາກເຫວີ (ເອີ້ນ ຄຸກະຫລ່າງ)
- ກະອູບ
- ນ. ເຄື່ອງໃຊ້ ເຮັດດ້ວຍໄມ້ ຫລື ໂລຫະຮູບສີ່ລ່ຽມ ຫລື ກົມ ມີຝາອັດ (ອູບ ກໍເອີ້ນ ຖ້ານ້ອຍ ເອີ້ນ ແອບ)
- ກະແຕະ
- ນ. ເຄື່ອງສານດ້ວຍໄມ້ໄຜ່, ສານລາຍຂັດເປັນແຜ່ນ ສຳລັບຕາກຂອງ ຫລື ເຮັດຝາ (ຝາແຕະ ກໍວ່າ)
- ກະໂດງ
- ນ. ເສົາສູງທີ່ຕັ້ງຢູ່ໃນເຮືອສຳເພົາ ສຳລັບຜູກ ແຜ່ນຜ້າ ເຮັດເປັນໃບໃຫ້ລົມພັດ ເພື່ອໃຫ້ເຮືອແລ່ນໄປ ດ້ວຍກຳລັງລົມ.
- ກ່ວຍລໍ່
- ກ. ຂຸດຮ່ອງໃຫ້ນ້ຳໄຫລ, ເຮັດຮ່ອງນ້ຳຕື້ນໆໃຕ້ຊາຍຄາ.
- ກໍ່
- 1 ນ. ຊື່ໄມ້ແນວນຶ່ງ ຫນ່ວຍນ້ອຍມົນ ນວນທາງໃນມີຣົດມັນ, ຊື່ເຫັດແນວນຶ່ງ ເຊິ່ງເກີດໃນຮົ່ມຕົ້ນກໍ່ ເອີ້ນວ່າ ເຫັດກໍ່. 2 ກ. ຕັ້ງຕົ້ນ, ຕັ້ງເຄົ້າໃຫມ່, ສ້າງສາ, ຕັ້ງຕົ້ນສານສິ່ງໃດສິ່ງນຶ່ງ, ເອົາຫີນ ຫລື…
- ທຳ
- 1. ກ. ເອົາຝ່າຕີນຢັນ ຫລື ຍູ້ໄປໂດຍແຮງ. 2. ກ. ເຮັດ, ສ້າງ, ແປງ, ຈັດແຈ່ງ.
- ທູດ
- 1. (ມາຈາກປາລີວ່າ ທູຕ) ນ. ຄົນຜູ່ຮັບໃຊ້ໄປເວົ້າຕາງ, ຜູ່ທີ່ຮັບມອບຫມາຍໃຫ້ເປັນຜູ່ແທນທາງຣາຊການແຜ່ນດິນໃນຕ່າງປະເທດ (ເບິ່ງ ທູຕາ ດ້ວຍ) 2. ນ. ຊື່ພະຍາດແນວນື່ງ ເປັນຕຸ່ມໃຫຍ່ເປື່ອຍຕາມຮ່າງກາຍ ຫລື…
- ທໍຣະມານ - ທໍລະມານ
- ກ. ຂົ່ມເຫງ, ຜາບ, ແອບ, ເຮັດໃຫ້ລຳບາກ (ປສ. ທໍຣມານ) ກ. ຍັງມີຊີວິດຢູ່ (ປ. ທຣມານ)
- ຜະລິດ-ຜະຫລິດ
- ກ. ບານອອກ, ອອກຫມາກຜົນ, ແຕກປົ່ງ, ເຮັດໃຫ້ແຜ່ຫລາຍ (ປ. ຜລິຕ)
|