ຄຳທີ່ໃຊ້ຊອກຫາ: *ອາດ ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 8 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (8) - ຜ່ອງ
- 1 ວ. ງາມ, ສະອາດ, ບໍລິສຸດ, ຂາວ ຜ່ອງໃສ ວ. ບໍລິສຸດສະອາດ, ງາມ. 2 ກ. ເປັນຄຳຮ້ອງຂຶ້ນເມື່ອເປັນໄພ້ຫງາຍຂຶ້ນຖືກຕ້ອງກັບໃບທີ່ຖືຢູ່ໃນມື.
- ກະຈະ
- ວ. ຂາວງາມ, ແຈ້ງ, ສະອາດ, ເສາະໃສ.
- ກະລືດ
- ວ. ບໍ່ກ້ຽງ, ບໍ່ສະອາດ.
- ກຸສົນ
- ນ. ສິ່ງທີ່ດີ, ບຸນ. ວ. ຖືກຕ້ອງ, ສະອາດ, ງາມ (ປ. ກຸສລ)
- ກ້ຽງ
- 1 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຫນ່ວຍມົນ ນວນເປັນງີມ ແລະມີບົວນ້ອຍໆ. 2 ວ. ມື່ນ, ບໍ່ຊາ, ຫມົດ, ບໍ່ເຫລືອ, ແປນ, ສະອາດ.
- ຜົງ
- 1 ນ. ຝຸ່ນ, ສິ່ງທີ່ມຸ່ນ ແລະບໍ່ຕິດກັນ, ວ. ແຫ້ງບໍ່ຕິດກັນ, ອາການຂອງທີ່ເປັນປຸຍ ເປັນຍອງແລະອ່ອນຟູຂຶ້ນ (ຝ້າຍດີດຜົງ) 2 ວ. ພວມ, ກຳລັງ (ຜົງບ່າວ, ຜົງສາວ) ງາມ, ຂາວສະອາດ.
- ວິມົນ
- ວ. ບໍ່ມີຄວາມເສົ້າໝອງ, ບໍ່ມີບ່ອນຕິ, ໃສສະອາດ, ງາມ (ປ. ວິມະລະ)
- ວິຣັດ-ວິລັດ
- 1 ກ. ເວັ້ນ, ງົດ, ເລີກ (ປ. ວິຣະຕິ) 2 ວ. ປາສຈາກຝຸ່ນ, ບໍ່ມີໝອງ, ສະອາດ (ປ. ວິຣະຊະ) 3 ນ. ຕ່າງປະເທດ (ປ. ວິຣັຊຊະ ໃຊ້ວ່າໄພຣັດປະເທດ) 4 ວ. ບໍ່ຍິນດີ, ປາສຈາກຄວາມຍິນດີ (ປ. ວິຣັຕຕິ)
|