LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ວ່າ
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 9
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (9)
ຫົວໃຈ
ນ. ອະໄວຍະວະສຳລັບດຽກເລືອດໃຫ້ແລ່ນໄປຕາມຮ່າງກາຍ, ສິ່ງທີ່ມີຫນ້າທີ່ຮູ້ຄິດ ແລະ ລະນຶກ, ສ່ວນສຳຄັນ ຫລື ໃຈກາງແຫ່ງສິ່ງຕ່າງໆ, ອັກສອນຫຍໍ້ຂອງຂໍ້ຄວາມຕ່າງໆ ນິຍົມວ່າເປັນຂອງດີ ດັ່ງ ຫົວໃຈເຜດ ວ່າ ທຸ ສະ ນະ ໂສ,…
ກະລາດຳ
ນ. ຄົນຊາດແຂກ ທີ່ຢູ່ໃນທະວີບອັຟຣິກາ (ຄຳວ່າ ກະລາດຳ ມາຈາກຄຳວ່າ ກຸລາ ເຊິ່ງເປັນຄຳຮຽກຄົນຕ່າງຊາດ ຫລື ເປັນຄຳທີ່ຄົນລາວ ຮຽກຄົນພະມ້າ ວ່າ ກຸລາຂາກ່ານ)
ກິນນອນ
ນ. ຄົນແນວໃດ (ປ. ກິນນຣ) (ຄຳວ່າ ກິນນອນ ນີ້ ລາວເຮົາໃຊ້ວ່າ ກິນນະຣອນ ຄູ່ກັບ ກິນນະຣີ, ກິນນະຣອນ ແມ່ນຕົວຜູ້, ກິນນະຣີ ແມ່ນຕົວແມ່, ຕາມນິຍາຍ ຫມາຍເອົາສັດແນວນຶ່ງ ຕົວເປັນຄົນ ຫົວເປັນມ້າ ຫລື ຕົວເປັນຄົນ…
ທາດ
1. (ມາຈາກຄຳປາລີວ່າ ທາສາ) ນ. ຄົນໃຊ້ຜູ່ຊາຍ, ຂ້ອຍຂ້າຜູ່ຊາຍ (ບູຮານຫມາຍເອົາຄົນທີ່ໄຖ່ມາດ້ວຍຊັບ ຫລື ພວກຊະເລີຍ) 2. (ມາຈາກ ປາລີ ວ່າ ທາຕຸ) ນ. ສິ່ງທີ່ເປັນຕົ້ນເດີມ, ສິ່ງທີ່ເປັນມູນຮາກ, ສິ່ງສຳຄັນ…
ຫົວ
1). ກ. ເບ່ງສຽງອອກມາໃນເມືອ່ຮູ້ວ່າມີຄວາມມ່ວນຊື່ນ ຫລື ກະດຽມ ໂດຍບໍ່ມີຄວາມຫມາຍ ເປັນຄູ່ກັບໄຫ້; 2). ນ. ສ່ວນຂອງຮ່າງກາຍຟາກຄໍຂຶ້ນໄປ, ຕົ້ນຫລືສ່ວນຢູ່ໃຕ້ດິນຂອງຫນໍ່ແນວ ຈຳພວກມັນ ແລະ ຜັກ ດັ່ງ ຫົວຜັກບົ່ວ,…
ກະລາສີ
ນ. ລູກຈ້າງເຮືອ, ຄົນງານປະຈຳຢູ່ໃນເຮືອເດີນທະເລ (ມາຈາກຄຳອິຫຣ່ານ ວ່າ ຂະລາສີ)
ກາຫລົງ
1 ນ. ດອກຈານ, 2 ນ. ຊື່ນະຄອນຫລວງຂອງລາວແຕ່ບູຮານ ເມື່ອຄາວລົງມາຕັ້ງຢູ່ສິບສອງປັນນາ ເປັນທີ່ປະທັບຂອງຂຸນລໍ ຫລື ແຖນລໍ ຄືນະຄອນຊຽງຮຸ່ງ ທຸກວັນນີ້ ດັ່ງຄຳກອນໃນເຣື່ອງທ້າວຮຸ່ງ ວ່າ: “ພຣະບາດທ້າວລ້ານໂລກ…
ທຶງ
ນ. ຕົ້ນກຸງ (ລາວຊຽງໃຫມ່ອອກສຽງ ຕ ວ່າ ຕອງຕຶງ) "ນາງຄານຄົ້ນເອົາລູກທັງຮວຍ" ສວຍຕອງທຶງຫົ່ມຍໍຍົກໃຫ້ ບາຄານອຸ້ມເອົາມາເມືອງເກົ່າ (ຂຸນທຶງ)
ໂກດ
1 ນ. ຈຳນວນນັບທໍ່ກັບສິບລ້ານ (10.000.000) (ປ. ໂກຕິ). 2 ຄຽດຮ້າຍ (ເບິ່ງ ໂກທາ) (ປ. ໂກທ). 3 ນ. ສາງ, ຫີບ, ໂລງໃສ່ຄົນຕາຍ ໃຊ້ສຳລັບເຈົ້າແຜ່ນດິນ ວ່າ ພຣະໂກດ (ເບິ່ງ ໂກສະ). 4 ນ. ເຄື່ອງຢາຈຳພວກນຶ່ງ…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑