LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ນິ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 11
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (11)
ກະນິດຖາ
ນ. ນ້ອງ, ນິ້ວກ້ອຍ (ປ. ກນິຕຖາ; ກະນິດຖະພາຄິນີ ນ. ນ້ອງສາວ; ກະນິດຖະພາຕາ ນ. ນ້ອງຊາຍ (ປ.)
ກຳ
1 ນ. ຈຳນວນຂອງເຕັມມືນຶ່ງ ທີ່ງໍນິ້ວມືທັງຫມົດຮັບເອົາໄວ້, ຜັກ ຫລື ຫຍ້າທີ່ມັດເປັນຕູດ, ດິ້ວຕີນກວຽນ ຫລື ຣົດທີ່ຢັນຂອງລໍ້ ກັບດຸມໄວ້; 2 ນ. ໄມ້ປ່ອງ ຫລື ຫລອດຍາວໆສຳລັບສັກລົງໃນໄຫເຫລົ້າແລ້ວດູດກິນນ້ຳເຫລົ້າ…
ຫີນະ
ວ. ຊົ່ວ, ຕ່ຳຊ້າ, ນ້ອຍ, ຫີນະຍານ ນ. ເປັນຄຳທີຝ່າຍມະຫາຍານ ຄື ນິກາຍພຸທສາສນາ ຝ່າຍເຫນືອ ເອີ້ນ ນິກາຍພຸທສາສນາຝ່າຍໃຕ້ ເຊິ່ງຢູ່ ລັງກາ, ໄທ, ພະມ້າ, ລາວ ຂເມນ ວາ ນິກາຍຫີນະຍານ ແປວ່າ ຍານນ້ອຍ
ຫົວໃຈ
ນ. ອະໄວຍະວະສຳລັບດຽກເລືອດໃຫ້ແລ່ນໄປຕາມຮ່າງກາຍ, ສິ່ງທີ່ມີຫນ້າທີ່ຮູ້ຄິດ ແລະ ລະນຶກ, ສ່ວນສຳຄັນ ຫລື ໃຈກາງແຫ່ງສິ່ງຕ່າງໆ, ອັກສອນຫຍໍ້ຂອງຂໍ້ຄວາມຕ່າງໆ ນິຍົມວ່າເປັນຂອງດີ ດັ່ງ ຫົວໃຈເຜດ ວ່າ ທຸ ສະ ນະ ໂສ,…
ກະຖາພັນ
ນ. ນິທານ, ເລື່ອງທີ່ແຕ່ງຂຶ້ນ (ປ. ກຖາພັນທ)
ກຳຫນົດ
ນ. ບັງຄັບ, ກົດຫມາຍ; ກ. ຈື່ຈຳໄວ້, ຫມາຍໄວ້, ນິຍົມ, ຈຳເພາະ (ເບິ່ງ ກຳນົດ ນຳອີກ)
ວິຣາຄະ - ວິລາຄະ
ນ. ຄວາມໜ່າຍ, ຄວາມບໍ່ກຳນົດ, ນິພານ (ປ.)
ວິຣາຄະ - ວິລາຄະ:
ນ. ຄວາມໜ່າຍ, ຄວາມບໍ່ກຳນົດ, ນິພານ (ປ.)
ຫໍ່ເຂົ້າ
ນ. ປະເພນີບຸນຢ່າງນຶ່ງ ນິຍົມເຮັດໃນເດືອນມື້ດັບ ເດືອນເກົ້າ ແລະ ມື້ເພັງເດືອນສິບ ຖ້າເຮັດເດືອນເກົ້າ ເອີ້ນວ່າ ຫໍ່ເຂົ້າປະດັບດິນ ຖ້າເຮັດເດືອນສິບ ເອີ້ນວ່າ ຫໍ່ເຂົ້າສລາກ (ເຂົ້າສະຫລາກ)
ເວທາງ - ເວທາງຄະສາດ:
ນ. ວິຊາປະກອບການ ສຶກສາພຣະເວດ ມີ 6 ຢ່າງຄື: 1). ສຶກສາວິຊາທີ່ອອກສຽງຄໍາໃນພຣະເວດໃຫ້ຖຶກຕ້ອງ. 2). ໄວຍາກອນ. 3). ສັນທະ. 4). ໂຊຍະຕິສະ ຄື ດາຣາສາດ. 5). ນິຣຸກຕິ ກຳເນີດຂອງຄຳ. 6). ກັລປະ ວິທີຈັດທຳພິທີ…
ເຫີ່
ວ. ນິຍົມນຳຫລາຍ, ຫລົງໄຫລນຳ

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑