LaoDictionary.net | ວັດຈະນານຸກົມພາສາລາວ ເພື່ອຄົນລາວ.
ເກີດເປັນຄົນລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວຄົນຜູ່ໃດຈະມາໃຊ້ ພາສາເຮົາ?
ຄຳທີ່ໃຊ້ຊອກຫາ: ສິ*
ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 84
ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (84)
ສິລປະການ - ສິລປະກອນ-ສິລປະກອນ - ສິລປະກັມ
ນ. ນາຍຊ່າງສີມື, ການຊ່າງ (ສ. ສິລປກາຣ)
ສິລປະກັມ - ສິນລະປະກຳ
ນ. ສິ່ງທີ່ເປັນສິລປະ, ການຊ່າງ (ສ. ສິລປກັມມ)
ສິນລະປາກອນ - ສິລປາກອນ
ນ. ບ່ອນເກີດແຫ່ງສິລປະ (ສ. ສິລປ + ອາກຣ)
ສິລປະວິທຍາ - ສິນລະປະວິດທະຍາ
ນ. ຄວາມຮູ້ໃນການຊ່າງ, ສິລປະ ແລະຄວາມຮູ້ (ສ.)
ສິລປະສາດ - ສິນລະປະສາດ
ນ. ຕຳລາກ່າວດ້ວຍວິຊາ 18 ປະການ ຕາມຄະຕິບູຮານ ມີວິຊາເລກເປັນຕົ້ນ (ສ. ສິລປສາຕຣ)
ສິລປິນ - ສິນລະປິນ
ນ. ຜູ່ມີສິລປະ (ສ.)
ສິມ (ມາຈາກ ສິມາ)
ນ. ເຂດແດນທີ່ສົງກຳນົດໄວ້ເປັນບ່ອນປະຊຸມຂອງສົງ (ປ.)
ສິລປະ - ສິນລະປະ
ນ. ສີມື, ສີມືທາງຊ່າງ, ການສະແດງ [ຂໍ້ຄວາມຫາຍໄປ] ຜາກົດຢ່າງງົດງາມ ເປັນທີ່ພໍໃຈຂອງຜູ່ຟັງ ແລະ ຜູ່ເບິ່ງ (ສ.)
ກະສິງ
ນ. ນາງຟ້ອນ, ນາງລະຄອນ, ການຟ້ອນລຳ. (ນາງກະສິງປະດັບ ແກວ່ງແຟນເຟືອຍຟ້ອນ) (ສິນໄຊ)
ສິ
ວ. ໃກ້, ແຮະ (ສິວຫົວໄປ)
ວິຣິຍະ - ສິລິຍະ:
ນ. ຄວາມພຽນ (ປ.)
ວິຣິຍະ-ສິລິຍະ
ນ. ຄວາມພຽນ (ປ.)
ສິມນ້ຳ
ນ. ເຂດແດນຂອງນ້ຳທີ່ສົງກຳນົດໄວ້ເປັນບ່ອນປະຊຸມ ຮຽກຕາມທາງວິນັຍວ່າ ອຸທກຸເຂປສີມາ ແປວ່າ ເຂດແດນລະຍະສາດນ້ຳ.
ສິ່ມ
ວ. ບໍ່ສະຫວ່າງ, ເຫງົາຊົງ, ຄ່ອຍໆໄຫຼອອກ (ເຫື່ອສຶມ)
ທັດ
1. (ມາຈາກປາລີວ່າ ທະສະ) ວ. ສິບ, ຖ້ວນ, ຄົບ "ສາມສິບທັດ", ສິບທັດ. 2. ກ. ເອົາສິ່ງຂອງ ຫລື ດອກໄມ້ ເຫນັບຫູ ຫລື ຜົມເກົ້າ, ທັດດອກ ນ. ຊື່ຂົນມ້າທີ່ຢູ່ກົກ ຫູທັງສອງຂ້າງ ເອີ້ນ ຂົນທັດດອກ.
ທາດ
1. (ມາຈາກຄຳປາລີວ່າ ທາສາ) ນ. ຄົນໃຊ້ຜູ່ຊາຍ, ຂ້ອຍຂ້າຜູ່ຊາຍ (ບູຮານຫມາຍເອົາຄົນທີ່ໄຖ່ມາດ້ວຍຊັບ ຫລື ພວກຊະເລີຍ) 2. (ມາຈາກ ປາລີ ວ່າ ທາຕຸ) ນ. ສິ່ງທີ່ເປັນຕົ້ນເດີມ, ສິ່ງທີ່ເປັນມູນຮາກ, ສິ່ງສຳຄັນ…
ກຸສຣາດ - ກຸດສະຫຣາດ
ນ. ນາມພຣະກະສັດເມືອງເປັງຈານ ພຣະຣາຊບິດາຂອງທ້າວສິນໄຊ ໃນເລື່ອງ ສິນໄຊ (ປ. ກຸສຣາຊ)
ກຽງ
1 ນ. ຊື່ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ມີຜົນ ຜົນທໍ່ຫນ່ວຍໄຂ່ໄກ່ ສຸກແລ້ວສີແດງຊ້ຳ ມີຣົດຫວານສົ້ມ. 2 ນ. ຫຍ້າ: “ແມ່ນວ່າ ສັພສິ່ງຊ້າງ ມ້າມິ່ງໃນນະຄອນ ກໍບໍ່ ກິນກຽງກັດ ຢູ່ຊົງຊະລອນງໍ້” (ສິນໄຊ). 3 ນ.…
ກຽງຄຳ
ນ. ຊື່ນາງກິນນະຣີ ຜູ່ເປັນມະເຫສີ ຂອງທ້າວສິນໄຊ (ໃນນິທານ ສິນໄຊ)
ຜາຍ
1 ກ. ການຫວ່ານເຂົ້າປູກລົງໃນນາໂດຍບໍ່ຕ້ອງຫລົກໄປດຳເອີ້ນ ຜາຍເຂົ້າ, ຫວ່ານ “ຜາຍເງິນຄຳ ຫວ່ານທານທຸກດ້ານ” (ສິນໄຊ) 2 ກ. ກູນາ, ຊ່ອຍເຫລືອ, ອີ່ດູ (ໃຊ້ວ່າຜາຍໂຜດ ຫລື ໂຜດຜາຍ) ເດີມ, ໄປໄດ້, ບາຍເອົາ…

  ຄວາມເປັນມາ໑໐ ອັນດັບສົ່ງຄຳຕິຊົມເຂົ້າໃຊ້ລະບົບ ຂຶ້ນເທິງສຸດ
© ໒໐໐໙ - ໒໐໑໐ LaoDictionary.net XHTML | CSS ລະບົບຄຳສັບໂດຍ Glossword ໑.໘.໑໑