ຄຳທີ່ໃຊ້ຊອກຫາ: ສະ* ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 150 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (150) ໜ້າທີ: 1 2 3 4 .. 8 Next >> - ສເນຫາ - ສະເໜຫາ - ສະເນໂຫ - ສະເໜໂຫ
- ນ. ຄວາມຮັກ, ກ. ຮັກ.
- ສວິດສວອຍ - ສະຫວິດສະຫວອຍ
- ກ. ສະຫລົບໄປ.
- ສະລາກພັດ - ສະຫລາກພັດ
- ນ. ອາຫານທີ່ເອົາເຄນນັກບວດ ໂດຍວິທີຈັບສະຫລາກເອົາ (ປ. ສລາກພັຕຕ)
- ສວັດສຕິກະ - ສະຫວັດສະຕິກະ
- ນ. ລາຍຍກາກະບາດເງາະລົງທາງຂວາ ໃຊ້ເປັນເຄື່ອງໝາຍມາແຕ່ບູຮານ ສັນນິຖານວ່າ ແມ່ນຮູບຕາເວັນເດີນວຽນຂວາ (ສ. ສວັສຕິກາ)
- ສວັສດີ - ສະຫວັດສະດີ
- ນ. ຄວາມດີ, ຄວາມງາມ, ຄວາມຮູ່ງເຮືອງ, ຄຳທັກຖາມ ໃນເວລາພໍ້ກັນ (ສ.)
- ສະຣູບ/ສະຫລູບ
- ກ. ໂຮມຄວາມ, ໂຮມຂໍ້ຄວາມ (ປ. ສຣູປ)
- ສະເມີ - ສະເໝີ
- ວ. ທໍ່ກັນ, ປານກັນ, ຮາບພຽງ, ເປັນນິດ, ບໍ່ຂາດສາຍ.
- ສມອງ - ສະໝອງ
- ນ. ຂອງແຫລວ ຢູ່ພາຍໃນກະໂບງຫົວມີລັກສະນະອ່ອນໆ ຫົດເປັນຟອງເປັນບ່ອນໂຮມປະສາດໃຫ້ເກີດຄວາມຮູ້ ເອີ້ນວ່າ ມັນສມອງ ຫຼື ຫົວສະໝອງ; ສະຕິປັນຍາ, ຄວາມສະຫຼາດ.
- ສມອນພູ - ສະໝໍຣະພູມ
- ສະໝໍລະພູມ ນ. ສະໜາມຮົບ (ປ. ສມຣພູມິ)
- ສໄວ - ສະໄຫວ
- 1 ວ. ງາມສະພັ່ງ, ງາມສະລ້າຍ.
- ເທສນາ - ເທດສະໜາ
- ກ. ເທດ, ສະແດງ, ສະແດງທັມ (ປ.)
- ສງວນ - ສະຫງວນ
- ກ. ແພງ, ຖະໜອມ, ຫວງຫ້າມ, ຊອກຄົ້ນ (ສະຫງວນຫາ)
- ສຍອງ - ສະຫຍອງ
- ກ. ເຕັ້ນໄປໂດຍໄວ, ເຫາະ, ເຕັ້ນຂຶ້ນສູງ, ລຸກ, ຕັ້ງຊັນຂຶ້ນ (ໜັງຫົວພອງສະຫຍອງ ເສັ້ນຂົນລຸກ)
- ສນຸກ - ສະໜຸກ
- ວ. ມ່ວນ, ເບີດບານໃຈ, ສະບາຍ, ບໍ່ອຶດຢາກ.
- ສມີ - ສະໝີ
- (ມາຈາກ ຣັສມີ) ນ. ຣັສມີ. ແສງສະຫວ່າງ.
- ສຣະ - ສະຫລະ
- (ເບິ່ງ ສະຣະ)
- ສລອກກອກ - ສະຫລອກກອກ
- ວ. ດື້ດ້ານ ພໍໃຫ້ຢາກຫົວ (ຄົນສະຫລອກກອກ)
- ສລັດ - ສະຫລັດ
- 1 ນ. ຜັກແນວນຶ່ງ ໃບຄືຜັກກາດ ແຕ່ບາງ ແລະສີເຫຼືອງອ່ອນ. 2 ກ. ຊິດໃຫ້ຫລຸດອອກ, ແກວ່ງໂດຍໄວ ເພື່ອໃຫ້ຫລຸດອອກ (ງົວສະຫລັດແອກ)
- ສລຽວ - ສະຫລຽວ
- ວ. ສະຫລາດ, ມີປັນຍາ.
- ສວັນ - ສະຫວັນ
- 1 ນ. ເມືອງຟ້າ, ໂລກຂອງເທວະດາ (ສ. ວສຣຸຄ) 2 ນ. ສີອິດ, ສີມຸ່ຍ ເອີ້ນວ່າ ສວັນ (ສະຫວັນ).
|