ຄຳທີ່ໃຊ້ຊອກຫາ: ຂ ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 19 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (19) - ກັນ
- 1 (ກ) ສ. ເປັນຄຳແທນຊື່ ດັ່ງຄຳວ່າ “ຄວາຍຊົນກັນ” (ຂ). ແທນຊື່ຂອງຜູ່ເວົ້າ ຫລື ເຈົ້າຂອງເອງ: “ເສື້ອຂອງກັນ”. 2 ກ. ຫ້າມ, ບັງ, ກັ້ງ, ຫວຽນອ້ອມໄວ້; ກ. ແຖ (ກັນຕີນຜົມ, ກັນຄິ້ວ). 3 ນ. ກະແຈ, ໄລຜັກຕູ:…
- ກັສປະ - ກັດສະປະ
- 1 ນ. ເຕົ່າ (ປ. ກັຈສປ); ກັສປາວະຕານ ນ. ປາງເກີດເປັນເຕົ່າຄື ພຣະນາຣາຍລົງມາເກີດເປັນເຕົ່າ (ປ. ກັຈສປາວຕາຣ). 2 ນ. ຄຳນີ້ເປັນຊື່ບຸກຄົນສຳຄັນທາງສາສນາ ຄື: ກ/ ເປັນນາມຂອງພຣະພຸທເຈົ້າ ອົງທີ 3 ເອີ້ນວ່າ ພຣະ…
- ກຳຈັດ
- ກ. ໄລ່, ຂັບໄລ່ໃຫ້ຫມີໄປ (ຂ. ຂະຈັດ)
- ກຸງ
- 1 ນ. ຕົ້ນໄມ້ແນວນຶ່ງ ເປັນຕົ້ນໄມ້ຂະຫນາດໃຫຍ່ ໃຊ້ທຳເຄື່ອງເຮືອນໄດ້ ໃບໃຫຍ່ ຕາມຕົ້ນມີຢາງຫນຽວ. 2 ນ. ເມືອງຫລວງຂອງປະເທດ (ຂ. ກຣຸງ)
- ກະໂລງ
- ນ. ເຄື່ອງໃຊ້ສານດ້ວຍຕອກ ຫລື ໃບລານ ເປັນຖົງສຳລັບໃສ່ຂອງ. (ຂ.)
- ກັງວົນ
- ນ. ຄວາມເປັນຫ່ວງ, ຄວາມກ່ຽວຂ້ອງຢູ່ (ຂ.)
- ພະຍຸ-ພະຍູ
- ນ. ລົມແຮງ, ລົມແດງ, ໂຣກຮ້າຍທີ່ເກີດຂຶ້ນແກ່ຄົນ ແລະສັດ ຕາຍເທື່ອລະຫລາຍໆ (ຂ.)
- ສລາ - ສະຫລາ
- ນ. ໝາກພູສຳລັບຄ້ຽວ, ຂັນໝາກ (ຂ.)
- ກະຍາຫານ
- ນ. ເຄື່ອງກິນ, ອາຫານ (ຂ.)
- ກະເບນ
- ນ. ຕ່ຽວຜ້າ: (ຂ.) “ຊຸມນຶ່ງຮູບຊ້າງນ້ອຍ ແຢະຢຽດຢາຍມື ປຸນດັ່ງທັມມະຊາຕັງ ແຕ່ງກະເບນ ຈຳຈ້ອນ” (ສິນໄຊ)
- ກະແທະ
- ນ. ກຽນ. (ຂ. ຣະແຕະ)
- ກັນຖະຊະ
- ນ. ອັກສອນພວກນຶ່ງ ທີ່ມີສຽງເກີດຈາກຮູຄໍ ຄື: ອ ອາ ກ ຂ ຄ ງ (ປ.)
- ກຳສວນ
- ກ. ໂສກເສົ້າ, ຮ້ອງໄຫ້ (ຂ.)
- ກຳເດົາ
- ນ. ຄວາມຮ້ອນ, ຄວາມຮ້ອນໃນໃຈ, ຄວາມຄຶດຮອດເຫລືອທີ່ສຸດ, ຄວາມຮັກອັນຮ້ອນແຮງ (ຂ. ສະເດົາ)
- ກຸໂງກ
- ນ. ນົກຍູງ (ຂ.) “ຟັງສຽງ ກຸໂງກຮ້ອງຮຽງແມ່ມັດຊຸທາ” (ທ້າວຮຸ່ງທ້າວເຈືອງ)
- ທຶກ
- ນ. ນ້ຳ (ຂ.) ຄຳນີ້ ບາງທີອອກສຽງເປັນ ຕັ໊ກ.
- ພະເຍັຍ
- ນ. ດອກໄມ້, ນາງ (ຂ.)
- ແວງ
- 1). ນ. ຫຍ້າແນວນຶ່ງຈຳພວກຜື ແຕ່ຕົ້ນນ້ອຍກວ່າຜື; 2). ວ. ຫອກ ”ຫລາຍຖັນຖ້ອງ ດາວແວງລະວັງຣາດ”; 3). ຍາວ, ແຖວ (ຂ.)
- ແວງ:
- 1). ນ. ຫຍ້າແນວນຶ່ງຈຳພວກຜື ແຕ່ຕົ້ນນ້ອຍກວ່າຜື; 2). ວ. ຫອກ ”ຫລາຍຖັນຖ້ອງ ດາວແວງລະວັງຣາດ”; 3). ຍາວ, ແຖວ (ຂ.)
|