ຄຳທີ່ໃຊ້ຊອກຫາ: ແລະ ຈຳນວນຄຳສັບທີ່ພົບໃນວັຈານຸກົມ: 80 ວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ (80) - ກະທວາຍ
- ນ. ສັດສີ່ຕີນ ຕົວຂະຫນາດຟານ ຂົນອ່ອນແລະແລບ: “ຂາກະທວາຍແຫ້ງ ອັນກະແດ້ງດ້ວຍແດດ ແລະ ແປວໄຟ” (ເວດສັນຕຣະ); ທວຍ ກໍວ່າ: “ຝູງກວາງທວຍ ແລະ ແຮດຊ້າງ” (ເວດສັນຕຣະ) ຊາຍກໍວ່າ: “ກວາງຊາຍຟານ ລະມັ່ງຫມູເຫມືອຍເຫມັ້ນ”…
- ກະຈອນ
- ນ. ເຄື່ອງປະດັບຫູຢ່າງນຶ່ງ ຂາຍາວແລະງໍ ເຮັດດ້ວຍເງິນຫລືຄຳ; ຊື່ດອກໄມ້ແນວນຶ່ງ ດອກ ແລະ ກ້ານຄື ກະຈອນໃສ່ຫູ.
- ກະຕ່າຍ
- 1 ນ. ສັດສີ່ຕີນແນວນຶ່ງ ຫູຍາວ ເປັນສັດກິນຫຍ້າ ມີ 2 ປະເພດຄື: ກະຕ່າຍປ່າ ແລະ ກະຕ່າຍບ້ານ; ກະຕ່າຍຫມໍ້ ນ. ກະຕ່າຍແນວມີຂົນສີມຸມ ແລະຕົວໃຫຍ່. 2 ນ. ເຄື່ອງສຳລັບຂູດຫມາກພ້າວ.
- ກະແທວ
- ນ. ໄມ້ພຸ່ມແນວນຶ່ງ ຕາມງ່າແລະຕົ້ນ ມີຫນາມງໍ ແລະ ຄົມ.
- ກະໂດນ
- ນ. ໄມ້ຈຳພວກນຶ່ງ ໃບ ແລະ ເປືອກມີລົດຝາດ ໃບອ່ອນໃຊ້ເປັນອາຫານໄດ້ ມີ 3 ແນວຄື: 1. ກະໂດນໂຄກ ເປັນຕົ້ນໄມ້ໃຫຍ່ 2. ກະໂດນນ້ຳ ເປັນຕົ້ນໄມ້ຂະຫນາດນ້ອຍ ແລະມັກເກີດຕາມທາມ 3. ກະໂດນເບ້ຍ ເປັນໄມ້ພຸ່ມ…
- ກາກະເລົາ
- ນ. ຕົ້ນໄມ້ແນວນຶ່ງ ດອກສີມຸ່ຍ ແລະ ເປັນດອກໃນລະດູຝົນ, ຕົ້ນແລະໃບ ຄືຕົ້ນເປືອຍ.
- ກິນນອນ
- ນ. ຄົນແນວໃດ (ປ. ກິນນຣ) (ຄຳວ່າ ກິນນອນ ນີ້ ລາວເຮົາໃຊ້ວ່າ ກິນນະຣອນ ຄູ່ກັບ ກິນນະຣີ, ກິນນະຣອນ ແມ່ນຕົວຜູ້, ກິນນະຣີ ແມ່ນຕົວແມ່, ຕາມນິຍາຍ ຫມາຍເອົາສັດແນວນຶ່ງ ຕົວເປັນຄົນ ຫົວເປັນມ້າ ຫລື ຕົວເປັນຄົນ…
- ທວຍ
- 1. ນ. ສັດສີ່ຕີນແນວນຶ່ງ ເປັນສັດຄ້ຽວເອື້ອງ, ຕົວຂະຫນາດຟານ ຊາຍ ກໍວ່າ: "ທວຍທອງເທົ້າຄນາຫລວງຫລຽວຕໍ່, ຝູງກວາງທວຍ ແລະ ແຮດຊ້າງ" 2. ກ. ບາຍ, ຈັບເອົາ "ທວຍຜາລາສເວີຍ ຜໍ່ດູດອຍກວ້າງ"…
- ທ້ອງແລ້ງ
- ນ. ຊື່ພະຍາດເຈັບທ້ອງແນວນຶ່ງ ມີອາການເຈັບສຽບ ແລະ ຮາກລົມອອກ ແຕ່ບໍ່ຂີ້; ນ. ຊື່ຕົ້ນໄມ້ແນວນຶ່ງ ຕົ້ນນອ້ຍຫນ່ວຍມົນ ແລະ ເປັນພົ້ວ.
- ວິທຍາ - ວິດທະຍາ
- ນ. ຄວາມຮູ້ (ສ.) ວິທຍາກອນ ນ. ຜູ່ຮູ້ (ສ. ວິທຍາກຣ) ວິທຍາຄົມ ນ. ບ່ອນໃຫ້ຄວາມຮູ້, ໂຮງຮຽນ ( ສ. ວິທຍາຄາຣ) ວິທຍາຄົມ ນ. ມົນ, ຄາຖາ (ສ. ວິທຍາ ຄມ) ວິທຍາທານ ນ. ການໃຫ້ຄວາມຮູ້ (ສ.) ວິທຍາທອນ ນ.…
- ວິທຍາ - ວິດທະຍາ:
- ນ. ຄວາມຮູ້ (ສ.) ວິທຍາກອນ ນ. ຜູ່ຮູ້ (ສ. ວິທຍາກຣ) ວິທຍາຄົມ ນ. ບ່ອນໃຫ້ຄວາມຮູ້, ໂຮງຮຽນ ( ສ. ວິທຍາຄາຣ) ວິທຍາຄົມ ນ. ມົນ, ຄາຖາ (ສ. ວິທຍາ ຄມ) ວິທຍາທານ ນ. ການໃຫ້ຄວາມຮູ້ (ສ.) ວິທຍາທອນ ນ.…
- ຫໍຣະດານ - ຫໍລະດານ
- ນ. ແຮ່ຊະນິດນຶ່ງ ປະກອບດ້ວຍທາດສານຫນູ ແລະ ມາດ ມີສີແດງອົມເຫລືອງໃຊ້ຂຽນລາຍ ແລະ ແຕ້ມຮູບເປັນຕົ້ນ ”ຫນ້າມຸ້ຍແຫ້ມ ຄືສິ່ງຫໍຣະດານ” (ສິນໄຊ)
- ເຫັ້ຍ
- ນ. ສັດແນວນຶ່ງມີສີ່ຕີນ ໂຕຄືແລນ ຫລື ແຂ້ ແຕ່ໃຫຍ່ກວ່າແລນ ແລະ ນ້ອຍກວ່າແຂ້, ຢູ່ນ້ຳ ແລະ ບົກກໍໄດ້
- ໄທ
- 1. ນ. ຄົນ, ພວກ, ຊາວ. "ຟ້າຮ່ຳຮ້ອງ ຣະດູດ່ວນ ເດືອນສາມ ທຸກໄທຊົມຮຽນກຂວັນ ເມືອຫ້ອງ" 2. ນ. ຊື່ປະເທດ ແລະ ຄົນຊາດນຶ່ງ ຢູ່ຕໍ່ປະເທດລາວທາງຟາກນ້ຳຂອງເບື້ອງຂວາ: ຄວາມມີອິສຣະໃນຕົວ…
- ກະດາດ
- ນ. ເຈ້ຍ; ກະດາດແກ້ວ ນ. ເຈ້ຍທີ່ເປັນແຜ່ນບາງໆ ແລະ ໃສ; ກະດາດຊາຍ ນ. ເຈ້ຍ ສຳລັບຂັດຂອງໃຫ້ກ້ຽງ ທາງພື້ນມີຫີນ ຫລື ເມັດຊາຍຕິດຢູ່.
- ກະດົ້ງ
- ນ. ພາຊະນຳ ສານດ້ວຍໄມ້ໄຜ່ ຮູບມົນ ແລະ ແບນ ສຳລັບໃສ່ຂອງຕ່າງໆ (ດົ້ງ ກໍວ່າ)
- ກະດໍ
- 1 ນ. ອະໄວຍະວະເພດຂອງຄົນຊາຍ ແລະ ສັດຕົວຜູ້. 2 ນ. ເດືອຍທີ່ຕັ້ງຊັນຂຶ້ນ ສຳລັບມີແນວສຸບໃສ່.
- ກະຕັງກະຕິ້ວ
- ນ. ຊື່ຕົ້ນໄມ້ແນວນຶ່ງ ມີຢາງ ແລະ ຢາງໃຊ້ເປັນປະໂຫຍດໄດ້ຫລາຍຢ່າງ.
- ກະທິ
- ນ. ນ້ຳທີ່ຄັ້ນອອກຈາກນວນຫມາກພ້າວ, ນ້ຳມັນຫມາກພ້າວ, ຫມາກພ້າວແກ່ທີ່ມີນວນ ແລະ ນ້ຳແຂ້ນເຂົ້າເປັນມັນ.
- ກະທື
- ນ. ຜັກແນວນຶ່ງ ຈຳພວກຫວ້ານ ໃຊ້ຫົວ ແລະ ດອກເປັນອາຫານ (ອືທື ກໍວ່າ): “ສັບຫນໍ່ຂ່າ ຖືກຫມໍ່ອືທື ເຫລືອແຕ່ຄື ມັນຫາກບໍ່ແມ່ນ” (ຄຳກອນບູຮານ)
|